ກະຈຽວຂາວ
Waan Chak Modlook
Curcuma comosa Roxb.
ພືດ
ພືດລົ້ມລຸກ
ດອກໄມ້
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫວ້ານຊັກມົດລູກ
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Liliopsida
- ອັນດັບ
- Zingiberales
- ຊື່ສະກຸນ
- Zingiberaceae
- ສະກຸນ
- Curcuma
- ຊະນິດ
- Curcuma comosa
ບັນຍາຍລັກສະນະທາງພືດສາດ
ເປັນພືດທີ່ມີຫົວ ຫຼື ລຳເຫງົ້າ, ຢູ່ໃຕ້ດິນ, ກ້ວາງ 5-6 ຊມ, ຍາວ 8-10 ຊມ, ເນື້ອເປັນສີນ້ຳຕານ ຫຼື ສີຂາວ, ລຳຕົ້ນເໜືອດິນສູງປະມານ 60 ຊມ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 14-17 ຊມ, ຍາວ 20-40 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວລຽບທັງສອງດ້ານ, ສີຂຽວ ແລະ ມີສີແດງເປັນແສດຍາວຕາມຄວາມຍາວຂອງເສັ້ນກ່າງກາງໃບ. ກ້ານໃບແປ, ລັກສະນະເປັນກາບໂອບຫຸ້ມເປັນລຳຕົ້ນ, ຍາວປະມານ 10-18 ຊມ. ຊໍ່ດອກແບບກະຈະ, ເກີດຈາກລຳເຫງົ້າ, ເກີດກ່ອນໃບ, ຍາວປະມານ 20 ຊມ. ກ້ານຊໍ່ດອກຮູບກົມ, ຍາວປະມານ 10 ຊມ. ໃບປະດັບດອກສ່ວນລຸ່ມຮູບໄຂ່, ສີຂາວປົນສີຂຽວ, ໃບປະດັບດອກສ່ວນປາຍເປັນສີບົວເຂັ້ມ. ກີບດອກມີ ກີບຂ້າງ ແລະ ກີບປາກສີຂາວ ແລະ ມີສີເຫຼືອງຢູ່ກາງກີບປາກ. ຖົງລະອອງມີປາຍແຍກອອກເປັນ 3 ແສກ, ປາຍແຫຼມ, ຊີ້ລົງ. ເຕົ້າໄຂ່ຍາວປະມານ 4 ມມ, ຜິວລຽບ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ສັບພະຄຸນ:
- ຊ່ວຍເຮັດໃຫ້ກ້າມຊິ້ນກະຊັບຂຶ້ນ, ຮັກສາອາການມົດລູກບໍ່ເຂົ້າອູ່, ມີສ່ວນຊ່ວຍເສີມ ຫຼື ຂະຫຍາຍໜ້າເອິກ, ເຮັດໃຫ້ຜິວພັນສົດໃສ, ຂາວນວນ ແລະ ເລືອດຝາດ, ຊ່ວຍບຳລຸງຜິວ, ຝ້າ ແລະ ຮອຍດຳ, ຊ່ວຍກະຊັບໜ້າທ້ອງຍ່ອນຫຼັງຄອດລູກ ຫຼື ຊ່ວຍປັບຊ່ອງຄອດພາຍໃນຂອງແມ່ຍິງໃຫ້ມົດລູກເຂົ້າອູ່ໄວຂຶ້ນ.
- ຊ່ວຍແກ້ອາລົມແປປວນຂອງຜູ້ຍິງ ເຊັ່ນ ອາລົມຮ້າຍ, ຈິດໃຈອ່ອນແອ, ຄຽດງ່າຍ, ອ່ອນໄຫວງ່າຍໃຫ້ຫາຍໄດ້, ຊ່ວຍດັບກິ່ນປາກ ແລະ ກິ່ນຕົວ.
- ປ້ອງກັນມະເຮັງປາກມົດລູກ ຫຼື ມະເຮັງໃນມົດລູກໄດ້, ຊ່ວຍເຮັດໃຫ້ຊິ້ນປົ່ງໃນຊ່ອງຄອດຫຽວຕົວລົງ, ຊ່ວຍດັບກິ່ນໃນຊ່ອງຄອດໃຫ້ຫາຍໄປ, ຊ່ວຍເພີ່ມນ້ຳຫຼໍ່ລື່ນໃນຊ່ອງຄອດຂອງແມ່ຍິງ, ຮັກສາອາການເຈັບທ້ອງນ້ອຍເປັນປະຈຳໃຫ້ດີຂຶ້ນ, ແກ້ບັນຫາປະຈຳເດືອນມາບໍ່ປົກກະຕິ, ແກ້ອາການເຈັບທ້ອງລະຫວ່າງມີປະຈຳເດືອນ ຫຼື ແກ້ອາການເຈັບທ້ອງໜັກໃຫ້ດີຂຶ້ນ, ແກ້ອາການລົງຂາວໃນແມ່ຍິງ, ເຮັດໃຫ້ແມ່ຍິງມີອາລົມທາງເພດທີ່ສົມບູນ ແລະ ຊ່ວຍຟື້ນຟູອາລົມທາງເພດຂອງແມ່ຍິງ.
- ຊ່ວຍຂັບນ້ຳຄາວປາ, ຊ່ວຍແກ້ພິດອາຫານບໍ່ຍ່ອຍ, ບັນເທົາ ແລະ ຮັກສາອາການຂອງພະຍາດລິດຊີດວງທະວານໜັກ, ຮັກສາພະຍາດໄສ້ລົງຫໍາ ແລະ ຫຼຸດອາການຮ້ອນວູບວາບໃນແມ່ຍິງໄວທອງ.
- ຊ່ວຍຕ້ານອານຸມູນອິດສະຫຼະ ແລະ ອາການອັກເສບຕ່າງໆ ເຊິ່ງເປັນສາເຫດຂອງການເຊື່ອມ ແລະ ພິດປົກກະຕິຂອງຈຸລັງໃນຮ່າງກາຍ, ຊ່ວຍປົກປ້ອງຈຸລັງເຊຕິນາຈາກອານຸມູນອິດສະຫຼະຕ່າງໆ, ປ້ອງກັນພະຍາດຕໍຕາປະສາດເຊື່ອມຂອງໄວທອງ, ປ້ອງກັນ ແລະ ຮັກສາກະດູກຜ່ອຍ ໂດຍການປ້ອງກັນການສູນເສຍແຄລຊຽມ ແລະ ຮັກສາຄວາມໜາແໜ້ນຂອງມວນກະດູກ.
- ຮັກສາ ແລະ ຊ້ອມແຊມລະບົບຫຼອດເລືອດ ແລະ ຫົວໃຈ, ເຮັດໃຫ້ຫຼອດເລືອດແຂງຕົວຫຼາຍຂຶ້ນ ແລະ ຊ່ວຍປ້ອງກັນເຈ້ຍຫຸ້ມຫຼອດເລືອດທີ່ໄປລ້ຽງຫົວໃຈໃຫ້ມີຄວາມຍືດຍຸນ.
- ຊ່ວຍຂ້າຈຸລັງເມັດເລືອດຂາວ ໂດຍການໄປທຳລາຍດີເອັນເອຂອງຈຸລັງມະເລັງ, ຊ່ວຍໃນການລຳລຽງໄຂມັນອອກຈາກຈຸລັງຕ່າງໆເຂົ້າໄປໃນຕັບ, ຊ່ວຍເສີມໃຫ້ເກີດການຂັບຄໍເຣສໂຕຣອລ ແລະ ກົດນ້ຳບີອອກສູ່ທາງເດີນອາຫານເພື່ອສົ່ງອອກນອກຮ່າງກາຍໃນທາງອາຈົມ, ຊ່ວຍກະຕຸ້ນການລັ່ງນ້ຳບີ ແລະ ຊ່ວຍກະຕຸ້ນການລັ່ງນ້ຳບີໃຫ້ຫຼາຍຂຶ້ນຈຶ່ງຊ່ວຍຫຼຸດການເກີດໜີ້ວໃນຖົງນ້ຳບີ, ຊ່ວຍປົກປ້ອງຈຸລັງມະເຮັງຕັບຈາກສານພິດ carbon tetrachloride ໂດຍການກະຕຸ້ນກົນໄກການລ້າງພິດ ແລະ ຫຼຸດການສ້າງທາດເຄມີທີ່ເປັນພິດຕໍ່ຮ່າງກາຍ, ຊ່ວຍປົກປ້ອງຕັບ ແລະ ໝາກໄຂ່ຫຼັງ.
- ສາມາດຕ້ານການອັກເສບຕ່າງໆ ເຊິ່ງເປັນຜົນດີຂອງພະຍາດໃນລະບົບປະສາດ.
ສິນຄ້າ:
- ນຳມາເປັນສ່ວນປະສົມຫຼັກໃນການຜະລິດສະໝູນໄພຊະນິດຕ່າງໆ ເຊັ່ນ ທັງຊະນິດແຄບຊູນ ແລະ ຊະນິດຜົງເປັນຕົ້ນ. ເພື່ອຂາຍເປັນສິນຄ້າສົ່ງອອກ.
ຜົນຂ້າງຄຽງ:
- ມີອາການຕົກຂາວຫຼາຍກວ່າປົກກະຕິ ແຕ່ສາມາດຮັບປະທານຕໍ່ໄດ້ເລີຍ.
- ມີອາການວຽນຫົວ, ເຈັບຫົວ, ໂຕຮ້ອນ, ມີອາການໄອຄືຈະເປັນໄຂ້, ເຊິງມັກເກີດຂຶ້ນໃນແມ່ຍິງທີ່ມີສຸຂະພາບອ່ອນແອ.
- ມີຜື່ນຂຶ້ນຕາມຜິວໜັງ ແລະ ຕາມຕົນໂຕ ເຊິ່ງເປັນອາການທີ່ພົບໄດ້ໜ້ອຍ.
- ມີອາການເຈັບໜ້າເອິກ, ຕຶງໜັາເອິກ ຫຼື ເຈັບມົດລູກ ແລະ ຊ່ອງຄອດ.
- ສຳລັບແມ່ຍິງໄວທອງ ຫຼື ໄວໝົດປະຈຳເດືອນ ຫຼັງຈາກຮັບປະທານອາດຈະມີປະຈຳເດືອນເກີດຂຶ້ນໃໝ່.
ໝາຍເຫດ: ຜົນຂ້າງຄຽງດັງກ່າວເປັນຜົນມາຈາກກົນໄກການເຮັດວຽກທາດເຄມີໃນຫົວຫວ້ານແຕ່ບໍ່ໄດ້ເປັນອັນຕະລາຍແຕ່ຢ່າງໃດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Suksen, K., Charaslertrangsi, T., Noonin, Ch., Jariyawat, S., D. Na Ayutthaya, W., Suksamrarn, A., Tuchinda, P., Piyachaturawat, P. (2016). Protective effect of diarylheptanoids from Curcuma comosa on primary rat hepatocytes against t-butyl hydroperoxide-induced toxicity. PHARMACEUTICAL BIOLOGY, 54(5): 853–862.
Winuthayanon, W., Suksen, K., Boonchird, Ch., Chuncharu0nee, A., Ponglikitmongkol, M., Suksamrarn, A., Piyachaturawat, P. (2009). Estrogenic Activity of Diarylheptanoids from Curcuma comosa Roxb. Requires Metabolic Activation. J. Agric. Food Chem, 57: 840–845.
Boonmee, A., Srisomsap, Ch., Karnchanatat, A., Sangvanich, P. (2011). Biologically active proteins from Curcuma comosa Roxb. rhizomes. Journal of Medicinal Plants Research Vol. 5(21): 5208-5215.
Sirirugsa, P., Larsen, K., Maknoi, C. (2007). The Genus Curcuma L. ( Zingiberaceae ): Distribution and Classification with Reference to Species Diversity in Thailand. Gardens’ Bulletin Singapore 59(1-2): 203-220.
F.L.S. Umberto, Q., (2021). CRC World Dictionary of Medicinal and Poisonous Plants Common Names, Scientific Names, Eponyms, Synonyms, and Etymology. See Cose Bot. 1(1): 1–6.
Winuthayanon, W., Suksen, K., Boonchird, Ch., Chuncharu0nee, A., Ponglikitmongkol, M., Suksamrarn, A., Piyachaturawat, P. (2009). Estrogenic Activity of Diarylheptanoids from Curcuma comosa Roxb. Requires Metabolic Activation. J. Agric. Food Chem, 57: 840–845.
Boonmee, A., Srisomsap, Ch., Karnchanatat, A., Sangvanich, P. (2011). Biologically active proteins from Curcuma comosa Roxb. rhizomes. Journal of Medicinal Plants Research Vol. 5(21): 5208-5215.
Sirirugsa, P., Larsen, K., Maknoi, C. (2007). The Genus Curcuma L. ( Zingiberaceae ): Distribution and Classification with Reference to Species Diversity in Thailand. Gardens’ Bulletin Singapore 59(1-2): 203-220.
F.L.S. Umberto, Q., (2021). CRC World Dictionary of Medicinal and Poisonous Plants Common Names, Scientific Names, Eponyms, Synonyms, and Etymology. See Cose Bot. 1(1): 1–6.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,