ເລກລຳດັບທີ: 2764
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສົ້ມປ່ອງ
Gamboge tree
Garcinia hanburyi Hook.fil.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ທົງທອງ ແລະ ທົງ.ອັງກິດ: Gamboge tree, Indian gamboge tree, Hanbury's garcinia ແລະ Gambojia.ຈີນ: 藤黄树.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Clusiaceae
ສະກຸນ
Garcinia
ຊະນິດ
Garcinia hanburyi
ຊື່ພ້ອງ
Garcinia morella var. pedicellata T.Hanb.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 10-15 ມ, ທຸກສ່ວນມີຢາງສີເຫຼືອງ, ເປືອກເປັນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່ ຫຼື ຮູບຫອກ, ກ້ວາງ 4-6 ຊມ, ຍາວ 8-14 ຊມ, ໂຄນໃບບ້ຽວ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 1-1.5 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີ 2-5 ດອກ, ສີເຫຼືອງ. ກາບດອກມີ 4 ກາບ, ຮູບໄຂ່ ຫຼື ຮູບກົມ, ສີຂຽວອ່ອນ ຫຼື ສີຂຽວປົນສີເຫຼືອງ. ກີບດອກມີ 4 ກີບ, ຮູບໄຂ່ ຫຼື ຮູບກົມ, ເນື້ອໜາ. ເກສອນເພດຜູ້ຈຳນວນຫຼາຍ. ໝາກຮູບກົມ ຫຼື ຮູບຮີ, ເນື້ອອົມນ້ຳ, ສີເຫຼືອງປົນສົ້ມ. ແກ່ນ 1 ເມັດ, ຮູບໄຂ່.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ເປືອກ ແລະ ຕົ້ນ: ມີສັບພະຄຸນເປັນຢາລະບາຍ ແລະ ຊ່ວຍຂັບພະຍາດພິໂຕແປ.
  • ຕົ້ນ: ສາມາດຂ້າເຊື້ອແບັກທິເຣຍໄດ້, ສານ GAMBOGIC ເຊິ່ງສາມາດຂ້າເຊື້ອເອດ ແລະ ຈຸລັງມະເຮັງ.
  • ຢາງຈາກລຳຕົ້ນ: ນຳມາເປັນຢາຖ່າຍຊະນິດຮຸນແຮງ, ໃຊ້ເປັນຢາທາພາຍນອກຊ່ວຍຮັກສາແຜ່ເປືອຍ, ໃຊ້ເປັນສ່ວນປະສົມຕົວຢາທີ່ຮັບໃຊ້ຮັກສາແຜ່ໃຄ່ພອງ ແລະ ຂີ້ກາກ.

ຄຸນປະໂຫຍດ:

  • ນ້ຳຢາງຈາກຕົ້ນ: ເປັນຢາງໜຽວສີເຫຼືອງ ນຳມາໃຊ້ເປັນສີຍ້ອມຜ້າ ແລະ ນຳໄປເຮັດເປັນແມ່ສີເຫຼືອງອີກດ້ວຍ, ຢາງສາມາດນຳມາໃຊ້ທາສີໄມ້, ສາມາດນຳມາເຮັດສີນ້ຳສຳລັບແຕ້ມຮູບໄດ້ ໂດຍຈະໃຫ້ສີເຫຼືອງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,