ເລກລຳດັບທີ: 2737
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ດອກຝາງແດງ
Flame Tree
Delonix regia (Hook.) Raf.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ດອກຝາງແດງ ແລະ ດອກອິນຊີ.ໄທ: ຫາງນົກຍູງຝຣັ່ງ, ອິນຊີ, ງອນນົກຍູງ, ນັກຍູງ, ນົກຍູງຝຣັ່ງ, ຊັມພໍຫຼວງ, ສົ້ມພໍຫຼວງ ແລະ ນັກຍູງທອງເປັນຕົ້ນ.ຈີນ: 鳳凰木.ຢີປຸ່ນ: ホウオウボク.ອັງກິດ: Flamboyant, Flame Tree, Flame of the Forest ແລະ Royal Poinciana.ຊື່ສາມັນ: Alamboronala, Fannou, Sarongadra, Tsiombivositra, Hintsakina, Hitsakitsana, Kitsakitsabe ແລະ Tanahou.
ອະນຸກົມວິຖານ
ຊື່ສະກຸນ
Fabaceae
ຊື່ພ້ອງ
Delonix regia var. flavida Stehle
Delonix regia var. genuina Stehle
Delonix regia var. genuina Stehlé
Poinciana regia Hook.
Poinciana regia Bojer
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 12-18 ມ, ປາຍຍອດແຜກວ້າງຄ້າຍຄັນຮົ່ມ, ແຕກກິ່ງກ້ານຈຳນວນຫຼາຍ, ແຕ່ຈະມີຂະໜາດນ້ອຍກວ່າລຳຕົ້ນ, ຜິວລຽບ, ເປືອກສີນ້ຳຕານປົນສີຂາວ ຫຼື ສີນ້ຳຕານເຂັ້ມ, ເມື່ອເຕີບໂຕເຕັມທີຈະມີຮາກໂຜ່ຂຶ້ນມາເທິງດິນ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກວຽນສະຫຼັບ. ໃບຍ່ອຍມີຈຳນວນຫຼາຍ, ອອກຮຽງກົງກັນຂ້າມ, ຮູບຂອບຂະໜານ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ, ຜິວລຽບ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍກິ່ງ. ດອກຍ່ອຍຈຳນວນຫຼາຍ, ມີ 2 ສີ ຄື: ສີແດງ ແລະ ສີເຫຼືອງ. ກີບດອກມີ 5 ກີບ, ຮູບບ່ວງ, ຍາວ 2-4 ຊມ. ເກສອນເພດຜູ້ຍາວກວ່າວົງກີບດອກ. ໝາກເປັນຝັກແຂງ, ຮູບຂອບຂະໜານ, ກວ້າງ 3-5 ຊມ, ຍາວ 30-60 ຊມ, ລັກສະນະເປັນຂໍ້ໆ, ໝາກແກ່ຈະແຕກ. ແກ່ນມີ 20-40 ເມັດ, ຮຽງຕາມທາງຂວາງ, ລັກສະນະຂ້ອນຂ້າງມົນກົມ, ແກ່ນອ່ອນເປັນສີຂຽວ, ເມື່ອແກ່ເຕັມທີຈະປ່ຽນເປັນສີເທົາປົນຂາວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ຮາກ: ນຳມາຕົ້ມ ຫຼື ທອດກິນກັບອາຫານອື່ນໄດ້.
  • ແກ່ນອ່ອນ: ສາມາດນຳມາຮັບປະທານສົດໄດ້, ແຕ່ຖ້າເປັນແກ່ນແກ່ຕ້ອງນຳມາເຮັດໃຫ້ສຸກກ່ອນຈຶ່ງສາມາດຮັບປະທານໄດ້.
  • ແກ່ນແກ່: ສາມາດນຳມາເຮັດນ້ຳຫວານໄດ້ ເຊັ່ນ ນຳມາຕົ້ມກັບນ້ຳຕານໃສ່ກະທິ.

ສັບພະຄຸນ:

  • ຮາກ: ໃຊ້ເປັນຢາຂັບເລືອດຂອງຜູ້ຍິງ ແລະ ຊ່ວຍຮັກສາອາການບວມຕ່າງໆ.
  • ລຳຕົ້ນ: ນຳມາຝົນທາແກ້ພິດ ແລະ ຖອນພິດຈາກແມງໄມ້ກັດ.

ພືດປະດັບ: ເປັນຕົ້ນໄມ້ທີ່ໃຫ້ຄວາມສວຍງາມ, ສີສັນສົດໃສ, ປູກງ່າຍ ແລະ ທົນຕໍ່ສະພາບພູມອາກາດແຫ້ງແລ້ງໄດ້ຈຶ່ງນິຍົມນຳໄປປູກເປັນພືດປະດັບຕາມຫ້ອງການ ຫຼື ສວນສາທາລະນະລັດ ແລະ ຕາມແຄມທາງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,