ເລກລຳດັບທີ: 2733
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໂສມແຜ່ນດິນເຢັນ
Violet Sophora
Sophora exigua Craib
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ພິດນາຄາ, ແຜ່ນດິນ, ຖົ່ວດິນໂຄກ ແລະ ນົມລາດຕະສີ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Sophora
ຊະນິດ
Sophora exigua
ຊື່ພ້ອງ
Sophora violacea var. pilosa Gagnep.
Sophora violacea subsp. pilosa (Gagnep.) Yakovlev
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມຂະໜາດນ້ອຍ, ສູງ 15-30 ຊມ. ຮາກເປັນຫົວຄ້າຍຫົວກະຣົດ. ລຳຕົ້ນມີລັກສະນະສັ້ນປະມານ 5-8 ຊມ. ໃບປະສົມຂັ້ນໜືຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 7-10 ຊມ. ໃບຍ່ອຍມີ 9-13 ໃບ, ຮູບຮີ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 1.5-3 ຊມ, ຍາວ 2-5 ຊມ, ຜິວໃບມີຂົນອ່ອນສີຂາວປົກຄຸມຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ອອກບໍລິເວນປາຍຍອດ, ຍາວ 8-10 ຊມ, ມີກ້ານຊໍ່ດອກຍາວ. ດອກຍ່ອຍມີຈຳນວນຫຼາຍ, ຮູບດອກຖົ່ວ, ກີບດອກສີມ່ວງເຂັ້ມ. ໝາກເປັນຝັກຮູບຂອບຂະໜານ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ແກ່ນມີ 1 ແກ່ນ, ຮູບແກ່ນຖົ່ວ ຫຼື ຮູບໝາກໄຂ່ຫຼັງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ນຳມາຝົນໃສ່ນ້ຳດື່ມເປັນຢາຊ່ວຍຫຼຸດໄຂ້ໃນເດັກ, ນຳມາຕົ້ມດື່ມຊ່ວຍບຳລຸງນ້ຳນົມຂອງແມ່ຍິງ, ຝົນທາແກ້ພິດງູ ແລະ ທາແກ້ຝີ, ນຳມາຕົ້ມດື່ມເປັນຢາແກ້ພິດພາຍໃນ, ຊ່ວຍຂັບນ້ຳຂັງໃນທີ່ຕ່າງ, ແກ້ຟົກບວມຕ່າງໆ, ແກ້ບວມຕາມຂໍ້ ແລະ ກ້າມເນື້ອ.
  • ຕົ້ນ: ເປັນຢາແກ້ໄຂ້ຊືມເສົ້າ, ຊ່ວຍດັບພິດທີ່ເຮັດໃຫ້ໝົດສະຕິ, ເວົ້າບໍ່ອອກ.
  • ລຳຕົ້ນ, ຮາກ ແລະ ໃບ: ນຳມາຝົນທາເປັນຢາແກ້ຝີ.
  • ນອກຈາກນີ້ແລ້ວຍັງສັບພະຄຸນບັນເທົາອາການໄຂ້, ແກ້ຮ້ອນໃນເນື່ອງຈາກຂາດນ້ຳ, ແກ້ພິດຫັດ, ພິດອີສຸກອີໃສ, ບັນເທົາອາການໄຂ້ ແລະ ອີ່ສຸກອີ່ໃສ.

ການສຶກສາທາງວິທະຍາສາດ:

  • ສານສະກັດດ້ວຍເຮັກເຊນ, ເອທິວອາຊີເຕດ ແລະ ເມທານອລ: ສາມາດຕ້ານເຊື້ອແບັກທິເຣຍໄດ້ 5 ຊະນິດ: Escherichia coli O157:H7, Listeria monocytogenes, Pseudomonas aeruginosa, Salmonella typhimurium ແລະ Staphylococcus epidermidisn.
  • ດ້ວຍວິທີ agar diffusion ຈາກການທົດສອບພົບວ່າສານສະກັດເອທີນອລອາຊີເຕດ: ມີສິດຍັບຢັ້ງ Pseudomonas aeruginosa ແລະ Staphylococcus epidermidis.
  • ສານສະກັດເມທານອລສາມາດຢັບຢັ້ງ Staphylococcus epidermidis.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,