ເລກລຳດັບທີ: 2712
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຄ້ຳລີ້ນ
Kham lin
Walsura trichostemon Miq.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕົ້ນລີ້ນກັດ, ແກ້ລາວ, ຂີ້ອ້າຍ, ລຳໄຍປ່າ ແລະ ໝາກຄ່າລີ້ນ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Meliaceae
ສະກຸນ
Walsura
ຊະນິດ
Walsura trichostemon
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5-12 ມ, ຮູບກົມ, ປາຍຍອດເປັນຊົງຟຸ່ມກ້ວາງ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3 ໃບ, ອອກຮຽງສະຫຼັບ, ໃບກາງມີຂະໜາດໃຫຍ່ກ່ວາໝູ່, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກປີ້ນ, ກ້ວາງ 4-6 ຊມ, ຍາວ 5-10 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍຮຽວແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ຊໍ່ດອກແບບແຕກຂະແໜງ, ອອກບໍລິເວນປາຍກິ່ງ, ຍາວ 10-18 ຊມ, ມີຂົນສີນ້ຳຕານກະຈາຍທົ່ວຊໍ່ດອກ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກາບດອກມີ 5 ກີບ, ຂະໜາດນ້ອຍ, ຮູບສາມຫຼ່ຽມ, ມີຂົນສັ້ນ, ສີຂຽວ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ປາຍມົນ, ຍາວປະມານ 6 ເທົ່າຂອງກາບດອກ, ດ້ານນອກມີຂົນສັ້ນ, ສີຂາວນວນ. ເກສອນເພດຜູ້ມີ 10 ອັນ. ໝາກຮູບກົມ, ໝາກສຸກປ່ຽນເປັນສີເຫຼືອງ, ມີຂົນສີນ້ຳຕານກະຈາຍທົ່ວຜິວ. ແກ່ນມີ 1 ແກ່ນ, ຮູບກົມ, ມີແພຫຸ້ມເມັດໄວ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ, ສິ່ງປູກສ້າງ

ອາຫານ:

  • ໝາກສຸກ: ສາມາດຮັບປະທານເປັນໝາກໄມ້ສຸກໄດ້ ແລະ ນຳມາຕຳກິນໄດ້.

ສັບພະຄຸນ:

  • ຮາກ: ຊ່ວຍຂັບລົມໃນລຳໄສ້, ເຈັບເມື່ອຍຕາມຮ່າງກາຍ ແລະ ບຳລຸງເສັ້ນເອັນ, ແກ້ເອັນອັກເສບ (ຮາກ ແລະ ຕົ້ນ).
  • ເປືອກ: ຊ່ວຍຫ້າມເລືອດ, ລ້າງບາດແຜ, ຮັກສາແຜ ແລະ ຊ່ວຍແກ້ຫິດສຸກຫິດເປື່ອຍ (ເປືອກ ແລະ ເນື້ອໄມ້).
  • ໝາກສຸກ: ກິນເປັນຢາຮັກສາແຜໃນກະເພາະອາຫານ, ໃນລຳໄສ້ ແລະ ຮັກສາແຜເປື່ອຍ.

ສິ່ງປຸກສ້າງ: ເນື້ອໄມ້ໃຊ້ສຳລັບການກໍ່ສ້າງ.

ພະລັງງານ: ເນື້ອໄມ້ນຳມາເຮັດຟືນທີ່ໃຫ້ຄວາມຮ້ອນສູງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,