ເລກລຳດັບທີ: 2703
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນສ້ານ
Chulta
Dillenia indica L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ສົ້ມປຸ, ສ້ານກວາງ, ສ້ານທ່າ, ສ້ານປ້າວ, ສ້ານໃຫຍ່, ແສ້ນ, ສັ້ນ, ບັກສັ້ນໃຫຍ່, ແອບເປີ້ນມ້ອນ, ສ້ານໝາກຕາດ, ໄມ້ສ້ານຫຼວງ ແລະ ໝາກຕາດ.ອັງກິດ: Chulta, Chalta Ouu, Indian Catmon ແລະ Elephant apple.ອິນເດຍ: Chalita, Akku, Uvaa, Mota-Karmal, Ugaa kai, Uvaa thekku, Syalita ແລະ Punna.ຈີນ: 五桠果, 五椏果 ແລະ 第倫桃.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Dilleniales
ຊື່ສະກຸນ
Dilleniaceae
ສະກຸນ
Dillenia
ຊະນິດ
Dillenia indica
ຊື່ພ້ອງ
Dillenia elongata Miq.
Dillenia indica f. elongata (Miq.) Miq.
Dillenia speciosa Thunb.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງ 10-20 ມ, ປາຍຍອດຮູບກົມ ຫຼື ຮູບໄຂ່, ເປັນຊົງຟຸ່ມໜາ, ລຳຕົ້ນມັກຄົດງໍ, ມັກມີຕາຂະໜາດນ້ອຍໃຫຍ່ທົ່ວລຳຕົ້ນ, ເຊິ່ງເກີດຈາກຮ່ອງຮອຍຂອງກິ່ງໄມ້ແກ້ທີ່ຫຼຸດໄປ, ເປືອກຕົ້ນໜາ, ສີນ້ຳຕານແດງ ຫຼື ສີທອງແດງ, ເມື່ອແກ່ປ່ຽນເປັນສີເທົາ ແລະ ຫຼຸດອອກເປັນແຜ່ນບາງໆ, ແຕກກິ່ງກ້ານບໍ່ສູງຈາກພື້ນດິນ. ໃບດ່ຽວ, ອອກຮຽງສະຫຼັບ, ບໍລິເວນປາຍຍອດ, ຮູບຫອກ ຫຼື ຮູບໄຂ່ປີ້ນ, ໃບກ້ວາງ 8-12 ຊມ, ຍາວ 25-30 ຊມ, ໂຄນໃບມົນ ຫຼື ຮຽວແຫຼມ, ຂອບໃບແສກແຂ້ວເລື້ອຍ, ປາຍໃບແຫຼມ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບເປັນຂື້ນຕາມເສັ້ນກາງໆໃບ, ຜິວໃບດ້ານລຸ່ມມີຂົນກະຈາຍຢູ່ທົ່ວ. ກ້ານໃບມີລັກສະນະເປັນຮ່ອງດ້ານເທິງ, ໂຄນກ້ານໃບແປ ແລະ ອວບຫຸ້ມລຳຕົ້ນ, ຍາວ 4-5 ຊມ. ດອກດຽວ, ສີຂາວນວນ, ມີກິ່ນຫອມ, ອອກບໍລິເວນງ່າມໃບໃກ້ປາຍກິ່ງ. ກ້ານດອກມີຄວາມຍາວ 3-5 ຊມ, ມີຂົນສາກຊາ. ກາບດອກມີ 5 ກາບ, ລັກສະນະຄືບ່ວງ. ກີບດອກຮູບໄຂ່ປີ້ນ, ກ້ວາງ 15-18 ຊມ, ຫຼົ່ນງ່າຍ. ເກສອນເພດຜູ້ມີຈຳນວນຫຼາຍ, ສີເຫຼືອງ, ຈັບອ້ອມເຕົ້າໄຂ່. ເຕົ້າໄຂ່ສີຂາວ, ປາຍແຍກອອກເປັນ 2 ແສກ, ເຕົ້າໄຂ່ມີ 20 ຫ້ອງ, ເມື່ອດອກໄດ້ຮັບການປະສົມເກສອນແລ້ວກາບດອກຈະເລີ່ມຫຸບເຂົ້າ, ມີລັກສະນະກົມກາຍເປັນໝາກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ, ສິ່ງປູກສ້າງ

ອາຫານ:

  • ໝາກ: ໃຊ້ຮັບປະທານເປັນໝາກໄມ້ສົ້ມໄດ້, ນຳມາປະກອບເປັນອາຫານ ເຊັ່ນ: ເຮັດແກງສົ້ມ ຫຼື ນຳມາເຮັດເປັນອາຫານອື່ນ.
  • ແກ່ນ: ສາມາດນຳມາຮັບປະທານສົດໄດ້.

ພືກເປັນຢາ:

  • ຮາກ: ໃຊ້ເປັນຢາຖອນພິດຈາກແມງໄມ້ກັດ.
  • ເປືອກຕົ້ນ: ນຳມາຄ້ຽວຊ່ວຍເຮັດໃຫ້ເຫງືອກ ແລະ ແຂ້ວກະຊັບ (ເປືອກ), ໃຊ້ຕົ້ມດື່ມຮັກສາອາການຖອກທ້ອງ, ຊ່ວຍຖອນພິດໄຂ້, ລະບາຍພິດໄຂ້, ໃຊ້ເປັນຢາຮັກສາແຜ (ໃບ ແລະ ເປືອກ), ຊ່ວຍແກ້ໄຂ້, ຫຼຸດໄຂ້ ແລະ ໃຊ້ເປັນຢາອ່ອນ (ເປືອກ, ໃບ ແລະ ໝາກ).
  • ຜົນ: ຊ່ວຍຕ້ານອານຸມູນອິດສະຫຼະ, ເປັນຢາບຳລຸງຮ່າງກາຍ, ໃຊ້ເປັນຢາແກ້ເຈັບທ້ອງ, ຊ່ວຍໃນການຂັບຖ່າຍ ແລະ ແກ້ທ້ອງຜູກ.
  • ໝາກສຸກ: ຮັບປະທານເປັນຢາເຢັນ, ແກ້ອາການໄອ ແລະ ຊ່ວຍຂັບເສມຫະ.
  • ເມືອກຜົນ: ຊ່ວຍເຄືອບແຜໃນກະເພາະ ແລະ ລຳໄສ້.
  • ບໍ່ລະບຸພາກສ່ວນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຊ່ວຍຕ້ານອາການລົມຊັກ.

ພືດປະດັບ: ຄົນໄທບູຮານນິຍົມມາປູກບໍລິເວນໜ້າບ້ານກາງແຈ້ງເພື່ອເປັນພືດປະດັບ ຫຼື ໃຊ້ເປັນຮົ່ມເງົາ, ເນື່ອງຈາກມີດອກງາມ ແລະ ມີກິ່ນຫອມ.

ສິ່ງປຸກສ້າງ: ໃຊ້ເປັນໂຄງສ້າງຂອງເຮືອນ ເຊັ່ນ: ເສົາເຮືອ.

ສິນຄ້າ: ປັດຈຸບັນໄດ້ມີຜູ້ຄິດຄົ້ນ ແລະ ດັດແປງແປຣຮູບໝາກສ້ານເປັນຜະລິດຕະພັນສະຜົມ.

ປະໂຫຍດ:

  • ເນື້ອໄມ້: ສາມາດນຳມາໃຊ້ເປັນເຄື່ອງມືທາງການກະເສດ ຫຼື ການກະເສດ ແລະ ນຳມາໃຊ້ເປັນຟືນ.
  • ເປືອກ ແລະ ໝາກ: ສາມາດນຳມາໃຊ້ໃນການຍ້ອມໜັງສັດ ແລະ ເຮັດມຶກໄດ້.
  • ເປືອກ: ຊາວລາມັນໄດ້ນຳເປືອກມາທາທ້ອງເຮືອເພື່ອເຮັດໃຫ້ເຮືອແລ່ນໄວຂື້ນ ເພາະຈະຊ່ວຍຫຼຸດອາການສຽດສີຂອງນ້ຳ.
  • ນ້ຳຢາງຈາກໝາກ: ສາມາດນຳມາໃຊ້ສະຜົມໄດ້.
  • ເມືອກ: ສາມາດຊ່ວຍບຳລຸງເສັ້ນຜົມ, ປົກປ້ອງເສັ້ນຜົມຈາກແສງແດດ ແລະ ມົນລະພິດ.

ຂໍ້ມູນທາງວິທະຍາສາດ:

  • ສານສະກັດຈາກຕົ້ນດ້ວຍ Ethanol 95 % ແລະ Acetone ສາມາດຢັບຢັ້ງເຊື້ອ Bacillus cereus ແຕ່ບໍ່ສາມາດຢັບຢັ້ງເຊື້ອ Escherichia coli ແລະ Staphylococcus aureus.
  • ສານສະກັດຈາກໃບໂດຍສານ Acetone ສາມາດຢັບຢັ້ງເຊື້ອ Bacillus cereus ແຕ່ບໍສາມາດຢັບຢັ້ງເຊື້ອ Escherichia coli ແລະ Staphylococcus aureus.
  • ສານສະກັດຈາກໃບດ້ວຍ Ethanol 95 % ບໍ່ສາມາດຂ້າເຊື້ອແບັກທິເຣຍທັງ 3 ຊະນິດໄດ້.
  • ສານສະກັດໝາກ ແລະ ໃບ: ສາມາດຢັ້ງຢັ້ງການຈະເລີນເຕີບໂຕຂອງ Bacillus cereus ໄດ້ດີທີ່ສຸດໃນອຸນຫະພູມຫ້ອງ, ຮອງລົງມາຄື 4 ອົງສາ, 60 ອົງສາ ແລະ 100 ອົງສາ ຕາມລຳດັບ.
  • ສານສະກັດຈາກໃບມີສິດໃນການຕ້ານອານຸມູນອິດສະຫຼະ, ກົດລະບົບປະສາດສ່ວນກາງ ແລະ ຊ່ວຍຕ້ານດານອັກເສບ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,