ເລກລຳດັບທີ: 2699
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອເຂົ້າມິ້ນ
Cocculus
Anamirta cocculus (L.) Wight & Arn.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໂຄຄຣານ, ແມ່ນ້ຳນອງ, ຫວ້ານນາງລ້ອມ, ຈຸ່ມລວມພະນົມ, ເຄືອພະນົມ, ອົມພະນົມ, ເຄືອໄວທອງ, ເຄືອໄວທອງຊັກໂຄຣງ, ລຸ່ມປີ່, ເຂົ້າມິ້ນເຄືອ, ເຄືອຂະໂນມ, ຫວາຍດິນ ແລະ ຫວ້ານລຳລົງພະນົມ.ອັງກິດ: Cocculus, Cocculus indicus ແລະ Fishberry indian berry.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Ranunculales
ຊື່ສະກຸນ
Menispermaceae
ສະກຸນ
Anamirta
ຊະນິດ
Anamirta cocculus
ຊື່ພ້ອງ
Anamirta baueriana Endl.
Anamirta jucunda Miers
Anamirta paniculata Colebr.
Anamirta populifolia (DC.) Miers
Anamirta racemosa Colebr. ex Steud.
Anamirta toxifera Miers
Cocculus indicus Royle
Cocculus lacunosus DC.
Cocculus suberosus DC.
Menispermum cocculus L.
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນລຳເຄືອ, ເລືອພັນໄປຕາມຕົ້ນໄມ້ໃຫຍ່ ຫຼື ພື້ນດິນ, ຮູບກົມ, ມີຂະໜາດໃຫຍ່, ເນື້ອໄມ້ແຂງ, ເຄືອ ຫຼື ກິ່ງອ່ອນມີໜາມ, ເປືອກລຽບ, ສີດຳ ຫຼື ສີແດງຊ້ຳ, ແຕກເປັນຮ່ອງຕື້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບສາມຫຼ່ຽມ ຫຼື ຮູບຫົວໃຈ, ຍາວ 7-10 ຊມ, ໂຄນໃບມົນ, ເວົ້າແຫຼມ ຫຼື ຕັດ, ຂອບລຽບ ຫຼື ເປັນວັກຕື້ນເລັກນ້ອຍ, ປາຍແຫຼມ, ແຜ່ນໃບລຽບ, ເປັນສີຂຽວເຂັ້ມ. ກ້ານໃບຮູບກົມ, ຍາວ 2.4-7 ຊມ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ສີຂາວ. ໝາກຮູບກົມຂະໜາດນ້ອຍ, ໝາແກ່ຈະປ່ຽນເປັນສີແດງ. ແກ່ນຮູບເຄິ່ງວົງເດືອນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຊ່ວຍບຳລຸງເລືອດ ແລະ ຊ່ວຍຮັກສາອາການເມື່ອຍ, ເຈັບຫຼັງ, ເຈັບແອວ, ແກ້ເສັ້ນຕຶງ (ຮາກ ແລະ ເຄືອ).
  • ເຄືອ: ເປັນຢາແກ້ກະໄສ.
  • ໝາກ: ມີສານ Picrotoxin ຊ່ວຍກະຕຸ້ນປະສາດສ່ວນກາງ ແລະ ນຳມາຮັກສາຄົນທີ່ກິນຢານອນຫຼັບປະເພດ Barbiturate ເກີນຂະໜາດ.
  • ແກ່ນ: ແກ່ນຮັກສາພະຍາດຜິວໜັງ ແລະ ຍັງສາມາດນຳມາປະສົມຂີ້ເຜື້ງເພື່່ອຊ່ວຍຮັກສາພະຍາດຜິວໜັງ (ຜົນ ແລະ ແກ່ນ).

ຄຸນປະໂຫຍດ:

  • ແກ່ນ: ໃຊ້ເປັນຢາເບື່ອປາ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,