ເລກລຳດັບທີ: 2695
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນພັງຄີ
ຕົ້ນພັງຄີ
Cladogynos orientalis Zipp. ex Span.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ເຈດພັງຄີ, ຕອງຕາພານ, ສະມີ, ມົນເຂົາ, ຕະເກຍ, ເປົ້າເງິນ, ໜາດຕະກົ່ວ, ໃບຫຼັງຂາວ, ເປົ້ນນ້ຳເງິນ, ພັງຄີ, ພັງຄີໃຫຍ່, ປານດົງ ແລະ ປານດົງເຫຼືອງ.ຫວຽດ: Tiết thư; Ba pre.ຈີນ: 植物三昧.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Euphorbiaceae
ສະກຸນ
Cladogynos
ຊະນິດ
Cladogynos orientalis
ຊື່ພ້ອງ
Adenochlaena siamensis Ridl.
Adenogynum odontophyllum Miq.
Baprea bicolor Pierre ex Pax & K.Hoffm.
Cephalocroton albicans var. virens Müll.Arg.
Cephalocroton discolor Müll.Arg.
Cephalocroton orientalis (Zipp. ex Span.) Miq.
Cladogynos orientalis var. grossedentata Pax & K.Hoffm.
Cladogynos orientalis var. virens (Müll.Arg.) Pax & K.Hoffm.
Conceveiba tomentosa Span.
Rottlera albicans Hassk.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ. ຮາກມີລັກສະນະຮຽວຍາວ, ເປືອກຫຸ້ມຮາກເປັນແພຈຸລັງບາງໆ, ສີເຫຼືອງເຂັ້ມ, ມີກິ່ນຫອມ. ລຳຕົ້ນມີຄວາມສູງປະມານ 2 ມ, ເປືອກຕົ້ນເປັນສີນ້ຳຕານຂຸຄັງ, ທຸກສ່ວນມີຂົນຮູບດາວສີຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 3-8 ຊມ, ຍາວ 6-15 ຊມ, ໂຄນໃບແຫຼມ, ຕັດ ຫຼື ມົນ, ຂອບແສກບໍ່ສະໝໍ່າສະເໝີ, ປາຍຮຽວແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ລຽບ, ຜິວໃບດ້ານລຸ່ມມີຂົນສີຂາວປົກຄຸມຢ່າງໜາແໜ້ນ, ເຮັດໃຫ້ເປັນສີຂາວ ຫຼື ສີເງິນ. ກ້ານໃບຍາວ 1.5-5 ຊມ, ມີຂົນ. ຫູໃບຮູບຫອກ, ມີຂະໜາດປະມານ 3 ມມ, ບໍລິເວນຖານມີຕ່ອມ 1 ຕ່ອມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ, ຍາວປະມານ 2.5 ຊມ. ກ້ານຊໍ່ດອກຍາວປະມານ 1 ຊມ. ດອກແຍກເພດໃນຕົ້ນດຽວກັນ. ກ້ານດອກຍ່ອຍຍາວປະມານ 1.3 ມມ. ໃບປະດັບມີ 2 ໃບ, ມີລັກສະນະຄ້າຍໃບ, ມີຂະໜາດປະມານ 9 ມມ, ໃບທີ່ 2 ຮູບແຖບ, ມີຂະໜາດປະມານ 4 ມມ, ຫຼົ່ນງ່າຍ. ດອກເພດຜູ້ມີ 1-2 ດອກຕໍ່ຊໍ່. ກາບດອກມີ 4 ກາບ, ຂະໜາດ 1.5-2 ມມ, ມີຂົນຮູບດາວ. ເກສອນເພດຜູ້ເປັນເສັ້ນຍາວ 4 ເສັ້ນ, ຍາວ 2-3 ມມ, ຖົງລະອອງຈັບປາຍຂະໜາດປະມານ 0.5 ມມ, ສີເຫຼືອງ. ດອກແມ່ເປັນໝັນ, ມີຂະໜາດປະມານ 0.5 ມມ. ກາບດອກມີປະມານ 6-7 ກີບ, ຮູບແຖບ, ກ້ວາງປະມານ 1 ມມ, ຍາວ 6-13 ມມ, ມີຂົນອ່ອນນຸ້ມ. ເຕົ້າໄຂ່ຮູບເຄິ່ງວົງກົມ, ປາຍແຍກອອກເປັນ 3 ອັນ, ຍາວປະມານ 7 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຊ່ວຍບຳລຸງທາດໃນຮ່າງກາຍ, ເປັນຢາຮັກສາທາດ, ບຳລຸງຫົວໃຈ, ຊ່ວຍເຮັດໃຫ້ຈະເລີນອາຫານ, ແກ້ອາການລົງແດງ, ຊ່ວຍແກ້ສັນນິບາດລົງເລືອດ, ຊ່ວຍແກ້ລົມ, ຊ່ວຍຂັບລົມໃນລຳໄສ້ ແລະ ກະເພາະອາຫານ, ແກ້ອາການຖ່າຍເປັນເລືອດ, ຮັກສາອາການເລືອດຄັງ, ແກ້ອາການກະສັບກະສ່າຍ, ຮັກສາແຜ່ອັກເສບ, ຕຳພອກແກ້ອາການເຈັບ ແລະ ບວມ.
  • ຮາກ ແລະ ທັງຕົ້ນ: ແກ້ທ້ອງບວມ, ທ້ອງອືດທ້ອງເຟີ້, ຊ່ວຍຂັບພາຍລົມ, ແກ້ລົມຈຸກສຽບ, ຮັກສາອາການແໜ້ນທ້ອງ ແລະ ຮັກສາອາການຖອກທ້ອງ.
  • ເປືອກ: ຮັກສາພະຍາດຜິວໜັງ, ກາກເກື້ອນ ແລະ ຊ່ວຍຂ້າເຊື້ອພະຍາດພາຍໃນ (ເປືອກ ແລະ ແກ່ນໄມ້).
  • ໃບ: ແກ້ອາການນອນບໍ່ຫຼັບ, ມີອາການກະສັບກະສ່າຍ, ຮັກສາໄຂ້ທີ່ເກີດມາຈາກຕັບ, ຊ່ວຍຖອນພິດໄຂ້, ແກ້ຫວັດໃນເດັກ, ແກ້ເລືອດດັງໄຫຼ, ແກ້ລົມ ແລະ ຮັກສາຕັບອັກເສບ.
  • ໄມ້ ຫຼື ແກ່ນໄມ້: ແກ້ພະຍາດພິດໃນທະວານໜັກ.
  • ດອກ: ຮັກສາການຕົກເລືອດຂອງແມ່່ຍິງຖືພາ ແລະ ຊ່ວຍຮັກສາມົດລູກອັກເສບ.
  • ໝາກ: ຊ່ວຍຂັບເສມຫະ.

ຄຸນປະໂຫຍດ:

  • ໃບ: ໃຊ້ຮັກສາສິວ.

ຂໍ້ມູນທາງວິທະຍາສາດ: ພັງຄີຊ່ວຍຫຼຸດຄວາມດັນເລືອດ, ກະຕຸ້ນການຫົດຕົວຂອງກ້າມກ້ຽງ ແລະ ຊ່ວຍຢັບອັນໄຊມ໌ Reverse Transcriptase

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,