ເລກລຳດັບທີ: 2692
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໃບຕ້າງດອກ
Painted spurge
Euphorbia heterophylla L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໃບຕ່າງດອກ, ລູກເຂີຍຕາຍແມ່ຍາຍເຮັດສົບ, ຫຍ້ານ້ຳມຶກ, ຫຍ້າຫຼັງອຶງ, ຫຍ້າສອງພັນຫ້າຮ້ອຍ, ຜັກບົ້ງປ່າ, ຈ້າຜັກບົ້ງ ແລະ ຫຍ້າຍາງ.ອັງກິດ: Painted spurge ແລະ Mexican fire plant
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Euphorbiaceae
ສະກຸນ
Euphorbia
ຊະນິດ
Euphorbia heterophylla
ຊື່ພ້ອງ
Euphorbia geniculata Ortega
Euphorbia heterophylla var. geniculata (Ortega) M.Gómez
Euphorbia prunifolia Jacq.
Poinsettia geniculata (Ortega) Klotzsch & Garcke)
ບັນຍາຍລັກສະນະທາງພືດສາດ
ໄມ້ລົ້ມລຸກ, ປາຍຍອດຊົງຟູ່ມ. ລຳຕົ້ນສູງປະມານ 50 ຊມ, ກ້ວາງປະມານ 30 ຊມ, ລຳຕົ້ນຕັ້ງຊື່, ຜິວລຽບ, ສີຂຽວ, ທຸກສ່ວນມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບຮີ, ກ້ວາງປະມານ 6,5 ຊມ, ຍາວປະມານ 10 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບລຽບ, ປາຍຮຽວແຫຼມ, ສີຂຽວ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ. ກາບດອກເຊື່ອມຕິດກັນປາຍແຍກອອກເປັນ 5 ແສກ, ສີຂຽວ, ບໍ່ມີກີບດອກ. ເກສອນເພດຜູ້ມີ 4 ອັນ, ປາຍເປັນກະເປາະ, ສີເຫຼືອງ. ເຕົ້າໄຂ່ມີ 1 ອັນ, ຈັບເທິງ, ປາຍຮວງຮັບແຍກອອກເປັນ 4 ແສກ, ສີເຫຼືອງ. ໝາກກຸ່ມ, ຮູບກົມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ. ແກ່ນມີ 3 ແກ່ນ, ຮູບກົມ, ສີຂຽວ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ: ຍອດອ່ອນສາມາດນຳມາຕົ້ມກິນກັບແຈ່ວໄດ້

ສັບພະຄຸນ:

  • ຍອດອ່ອນ: ໃຊ້ຮັບປະທານປະມານ 3 ໃບ ເປັນຢາຖ່າຍ, ຢາລະບາຍ ແລະ ຊ່ວຍແກ້ອາການເຈັບທ້ອງ.
  • ເປືອກຕົ້ນ: ຊ່ວຍຂັບນ້ຳນົມຂອງແມ່ຍິງ.

ພືດປະດັບ: ເນື່ອງຈາກມີສີສັນໂດດເດັ່ນຈິ່ງນິຍົມນຳມາປູກເປັນພືດປະດັບ.

ຂໍ້ຄວນລະວັງ:

  • ມີການໃຊ້ໃບເປັນສານເສບຕິດໄດ້.
  • ຢາງສີຂາວຂຸ້ນຫາກສຳພັດກັບຜິວໜັງຈະເຮັດໃຫ້ຜິວໜັງອັກເສບ.
  • ບໍລິເວນກ້ານໃບມີຂົນຫາກສຳພັດຈະເຮັດໃຫ້ເກີດອາການຄັນຈຶງບໍ່ຄວນສຳພັດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,