ເລກລຳດັບທີ: 2670
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຕູມຕາມ
Toothed-Leaf Limonia
Naringi crenulata (Roxb.) Nicolson
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕົ້ນກະແຈະ, ກຣະແຈະຈັນ, ຂະແຈະ, ຕຸມຕັງ, ພະຍາຍາ, ຕະນາວ, ພິນິຍາ, ກະແຈສັນ, ຕູມຕັງ, ຈຸມຈັງ, ຈຸມຈາງ, ຊະແຈະ, ພຸດໄທ, ຮາງແກງ ແລະ ທະນາຄາ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Rutaceae
ສະກຸນ
Naringi
ຊະນິດ
Naringi crenulata
ຊື່ພ້ອງ
Hesperethusa crenulata (Roxb.) M.Roem.
Limonia crenulata Roxb.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມເຄິ່ງໄມ້ຢືນຕົ້ນ ຫຼື ເປັນໄມ້ຢືນຕົ້ນຂະໜາດນ້ອຍເຖິງຂະໜາດກາງ. ລຳຕົ້ນສູງ 8-15 ມ, ລຳຕົ້ນມີລັກສະນະຕັ້ງຊື່, ແຕກກິ່ງກ້ານຕໍ່າ, ກິ່ງກ້ານຕັ້ງສາກກັບລຳຕົ້ນ, ໃບ ແລະ ກິ່ງອ່ອນລຽບ, ສີຂຽວ, ເປືອກລຳຕົ້ນສີນ້ຳຕານ, ຜິວຂຸຂະ, ມີໜາມ, ອອກດ່ຽວໆ ຫຼື ເປັນຄູ່, ລັກສະນະແຂງ, ຍາວປະມານ 2.5 ຊມ, ເນື້ອໄມ້ຕັດໃໝ່ເປັນສີຂາວ ແລະ ຈະປ່ຽນເປັນສີເຫຼືອງ. ໃບປະສົມແບບຂົນນົກຂັ້ນໜຶ່ງ, ອອກຮຽງສະຫຼັບ. ກ້ານໃບມີລັກສະນະເປັນປີກອອກທັງສອງຂ້າງ ແລະ ເປັນຊ່ວງລະຫວ່າງໃບຍ່ອຍ, ຍາວປະມານ 3 ຊມ. ໃບຍ່ອຍມີ 4-13 ໃບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 1.5-3 ຊມ, ຍາວ 5-7 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວ, ປາຍຮຽວແຫຼມ, ຜິວລຽບ, ມີຕ່ອມນ້ຳມັນກະຈາຍຢູ່ທົ່ວ, ບໍ່ມີກ້ານໃບຍ່ອຍ. ຊໍ່ດອກແບບກະຈະ, ອອກເປັນກຸ່ມຕາມງ່າມໃບ ຫຼື ຕາມກິ່ງ. ກ້ານຊໍ່ດອກຍາວປະມານ 2 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ, ມີຂົນອ່ອນນຸ້ມສີຂາວ ຫຼື ສີເຫຼືອງກະຈາຍຢູ່ທົ່ວດອກ. ກ້ານດອກຍາວປະມານ 8-10 ມມ. ກາບດອກມີ 4 ກາບ, ຮູບສາມຫຼ່ຽມ, ມີຂະໜາດປະມານ 1.5 ມມ, ປາຍແຫຼມ, ຜິວດ້ານໃນລຽບ, ຜິວດ້ານນອກມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ. ກີບດອກມີີ 4 ກີບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງປະມານ 3 ມມ, ຍາວປະມານ 7 ມມ, ດອກບານເຕັມທີ່ຈະມ້ວນກັບໄປທາງຫຼັງ, ຜິວກ້ຽງ, ມີຕ່ອມນ້ຳມັນກະຈາຍຢູ່ທົ່ວ. ເກສອນເພດຜູ້ມີ 8 ອັນ, ຍາວ 4-6 ມມ, ບໍ່ສະໝ່ຳສະເໝີກັນ, ກ້ານຊູຖົງລະອອງຮູບຫຼິ່ມ, ຜິວລຽບ, ຖົງລະອອງເປັນຮູບຂອບຂະໜານ ຫຼື ຮູບໄຂ່, ຍາວປະມານ 2 ມມ. ເຕົ້າໄຂ່ຈັບເທິງ, ຮູບເກືອບກົມ, ຍາວ 1-2 ມມ, ມີ 4 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ຜິວກ້ຽງແລ້ວມີຕ່ອມນ້ຳມັນ, ຄໍເຕົ້າໄຂ່ຍາວປະມານ 1 ມມ, ປາຍຮວງຮັບແຍກອອກເປັນ 5 ແສກ, ມີຕ່ອມນ້ຳມັນ. ໝາກຮູບກົມ, ມີຂະໜາດເສັ້ນຜ່າສູນກາງປະມານ 0.5-1 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີມ່ວງເຂັ້ມ. ແກ່ນມີ 1-4 ແກ່ນ, ຮູບເກືອບກົມ, ກ້ວາງປະມານ 5 ມມ, ສີນ້ຳຕານອົມສົ້ມອ່ອນ. ຂວັ້ນໝາກຍາວປະມານ 2 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ໃກ້ຖືກຄຸກຄາມ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ແກ້ອາການຜ່ອມແຫ້ງ, ນຳມາດອງເຫຼົ້າດື່ມແກ້ລົມກະໄສ ທີ່ເຮັດໃຫ້ຮ່າງກາຍຊຸດໂຊມ, ຈ່ອຍ ແລະ ເລືອດຈາງ (ຮາກ, ເນື້ອໄມ້, ໝາກ), ນຳມາຕົ້ມກິນແກ້ລົມບ້າໝູ (ຮາກ, ໃບ, ໝາກ), ຊ່ວຍຂັບເຫື່ອ, ຮັກສາພະຍາດໃນລຳໄສ້, ແກ້ອາການເຈັບທ້ອງບໍລິເວນລຳໄສ້ໃຫຍ່, ບໍລິເວນສ່ວນຕໍ່ລະຫວ່າງລຳໄສ້ນ້ອຍ ແລະ ໃຊ້ເປັນຢາຖ່າຍ ຫຼື ຢາລະບາຍອ່ອນ.
  • ເປືອກຕົ້ນ: ຊ່ວຍຈະເລີນອາຫານ (ເປືອກຕົ້ນ, ເນື້ອໄມ້, ໝາກສຸກ), ຊ່ວຍດັບພິດຮ້ອນໃນຮ່າງກາຍ (ເປືອກຕົ້ນ ແລະ ແກ່ນໄມ້), ບຳລຸງຈິດໃຫ້ຊຸ່ມຊື່ນ ແລະ ຊ່ວຍຂັບລົມ.
  • ແກ່ນໄມ້: ໃຊ້ດອງເຫຼົ້າດື່ມຊ່ວຍບຳລຸງເລືອດ, ແກ້ເລືອດເປັນພິດ ແລະ ພະຍາດກ່ຽວກັບເລືອດ.
  • ຕົ້ນ: ຮັກສາອາການຮ້ອນໃນ, ຮັກສາພະຍາດປາດົງ, ຮັກສາພະຍາດຜິວໜັງ, ຊ່ວຍຫຼຸດອາການເຈັບເມື່ອຍຕາມຕົນໂຕ, ຕາມຂໍ້ ແລະ ຊ່ວຍແກ້ອາການເສັ້ນຕຶງ.
  • ໃບ: ຊ່ວຍໃນການຄຸມກຳເນີດ, ຊ່ວຍຫຼຸດອາການເຈັບຂໍ້ ແລະ ເຈັບກະດູກ.
  • ໝາກ: ໃຊ້ເປັນຢາບຳລຸງກຳລັງ, ບຳລຸງຮ່າງກາຍ, ຊ່ວຍແກ້ພິດ, ແກ້ອາການຖອກທ້ອງ, ແກ້ອາການທ້ອງອືດທ້ອງເຟີ້, ອາຫານບໍ່ຍ່ອຍ ແລະ ໝາກສຸກໃຊ້ຮັກສາແຜ.

ຄຸນປະໂຫຍດ:

  • ເນື້ອໄມ້: ມີສີເຫຼືອງອ່ອນ, ມີລັກສະນະເປັນມັນເຫຼື້ອມ, ເນື້ອໄມ້ຍາບ ແລະ ແຂງແຮງ, ນ້ຳໜັກປານກາງ, ໜຽວສາມາດນຳມາແກະສະຫຼັກໄດ້ ຫຼື ສາມາດນຳມາເຮັດຕູບໄດ້.
  • ເນື້ອໄມ້: ຊາວມຽນມານິຍົມນຳມາບົດເປັນຜົງແລ້ວໃຊ້ບຳລຸງຜິວ, ເຮັດໃຫ້ຜິວນຽນງາມ ແລະ ຍັງສາມາດນຳມາປະສົມໃນເຄື່ອງຫອມໄດ້ອີກ.
  • ຮາກ: ນຳມາຝົນທາໜ້າແທນການໃຊ້ແປ້ງ ຊ່ວຍຮັກສາສິວ ແລະ ຝ້າ.
  • ກິ່ງອ່ອນ: ບົດໃຫ້ລະອຽດນຳມາເຮັດທູບ ຫຼື ແປ້ງທີ່ມີກິ່ນຫອມອ່ອນໆໄດ້.

ສິນຄ້າ: ຖືກນຳມາປະດິດເປັນເຄື່ອງສຳອາງເພື່ອຂາຍອອກ.

ຂໍ້ມູນວິທະຍາສາດ:

  • ຕົ້ນຕູມຕາມ: ພົບສານທີ່ສຳຄັນຄື Marmesin ເປັນສານທີ່ຊ່ວຍກຳຈັດແສງອຸນຕຣາໄວໂອເຣສທີ່ເຮັດໃຫ້ຈຸລັງຜິວເສຍ, ສາມາດຊ່ວຍຢັບຢັ້ງ MMP-1 ແລະ ຊ່ວຍໃນການສ້າງໂປຣຄໍລາເຈນ.
  • ຜົງຕູມຕາມ ແລະ ສານສະກັດ: ຍັງສາມາດຕ້ານອອກຊີເດຊັນ, ຊ່ວຍຫຼຸດການເຊື່ອມຂອງຈຸລັງ, ຊ່ວຍຕ້ານການອັກເສບ ແລະ ຍັງພົບສານ Suberosin ທີ່ສາມາດຊ່ວຍຕ້ານເຊື້ອແບັກທິເຣຍ, ພ້ອມທັງຊ່ວຍປ້ອງກັນ ແລະ ຮັກສາສິວໄດ້.
  • ຕົ້ນຕູມຕາມ: ພົບສານ Arbutin ຢູ່ 1.711-0.268 ມກ/ກ ເປັນສານທີ່ເຮັດຫນ້າທີ່ຢັບຢັ້ງການສ້າງເມັດສີເມລານີນ ແລະ ຍັງຊ່ວຍຢັບຢັ້ງເອັນໄຊມ໌ໄທໂຮຊີເນສ ເຊິ່ງເປັນອີກສານໜຶ່ງທີ່ກະຕຸ້ນໃຫ້ເກີດເມັດສີເມລານີນ.
  • ກິ່ນຫອມມາຈາກສານ coumarins 4 ຊະນິດ ບໍ່ມີພິດຕໍ່ພັນທຸກຳ ແລະ ບໍ່ມີຄວາມເປັນພິດຕໍ່ຈຸລັງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,