ເລກລຳດັບທີ: 2666
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-02-05

ສາລິກາ
Night blooming jasmine

Nyctanthes arbor-tristis L.


ພືດ
ໄມ້ຢືນຕົ້ນ
ພຸ່ມໄມ້

1 / 1
Image 1


ຊື່ທ້ອງຖີ່ນ:
ໄທ: ກອນນິກາ, ກະນິກາ, ກັນລິກາ, ສະບັນງາ ແລະ ປາລິສາດ.ອັງກິດ: Night blooming jasmine, Night jasmine, Night jasmine, bruschia ແລະ Coral jasmine.ອິນເດຍ: Harsingar ແລະ manjatpu (Tamil).ຫວຽດນາມ: Lai tau.

ຊື່ພ້ອງ :
Bruschia macrocarpa Bertol.
Nyctanthes dentata Blume
Nyctanthes tristis Salisb.
Parilium arbor-tristis (L.) Gaertn.
Scabrita scabra L.
Scabrita triflora L.

ສະກູນ:
Oleaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນໄມ້ຟຸ່ມເຄິງໄມ້ຢື່ນຕົ້ນຂະໜາດ. ລຳຕົ້ນສູງ 3-5 ມ, ເປືອກຂະແໜງລຳຕົ້ນມີລັກສະນະຂຸຂະ, ເປັນສີນ້ຳຕານ, ກິ່ງອ່ອນເປັນສີຫຼ່ຽມ ແລະ ມົນຂົນແຂງຊາກຊາກະຈາຍທົ່ວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ກ້ວາງ 2.5-5 ຊມ, ຍາວ 5-10 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນຫ່າງ, ຂອບໃບມີຂົນແຂງ, ປາຍແຫຼມ, ຜິວໃບມີຂົນແຂງຊາກຊາກະຈາຍທົ່ວຜິວໃບ. ກ້ານໃບຍາວ 0.5-1 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ກ້ານຊໍ່ດອກຮູບສີຫຼ່ຽມ, ຍາວ 1.2-2 ຊມ. ໃບປະດັບຂະໜາດນ້ອຍ 1 ຄູ່, ຈັບຢູ່ກ້ານຊໍ່ດອກ. ດອກຍ່ອຍມີ 3-7 ດອກ, ມີສີຂາວ, ກິ່ນຫອມ, ດອກຈະບານຕອນແລງ ແລະ ຫຼົ່ນຕອນເຊົ້າມື້ຕໍ່ມາ, ບໍ່ມີກ້ານດອກ. ດອກມີໃບປະດັບດອກລະ 1 ໃບ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 4 ແສກ, ດ້ານໃນກ້ຽງ, ດ້ານນອກມີຂົນແຂງ, ສີຂຽວອ່ອນ. ກີບດອກຮຽງຊ້ອນກັນ ແລະ ບິດເປັນກຽວ, ໂຄນກີບເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກເປັນ 5-8 ກີບ, ຍາວປະມານ 1.1-1.3 ຊມ, ໂຄນກີບແຄບ, ປາຍກີບກ້ວາງ ແລະ ວ້ຳເລິກ, ດ້ານໃນມີຂົນສີຂາວຍາວທີ່ບໍລິເວນໂຄນກີບ, ຜິວດ້ານນອກກ້ຽງ. ເກສອນເພດຜູ້ມີ 2 ອັນ, ຕິດຢູ່ໃນຫຼອດກີບດອກ, ກ້ານຊູຖົງລະອອງເກສອນເຊື່ຶອມຕິດກັນເປັນເນື້ອດຽວກັບຫຼອດກີບດອກ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ປາຍຮວງຮັບມີ 1 ອັນ, ມີລັັກສະນະເປັນຕຸ່ມ, ມີຂົນ. ໝາກຮູບໄຂ່ປີ້ນ ຫຼື ຮູບກົມຂ້ອນຂ້າງແປ, ມີຂະໜາດເສັ້ນຜ່າສູນກາງປະມານ 2 ຊມ, ປາຍມົນ ແລະ ມີຕິ່ງແຫຼມ, ຜິວລຽບ, ໝາກອ່ອນເປັນສີຂຽວ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນມີ 2 ແກ່ນ, ຮູບກົມ, ສີນ້ຳຕານ.

ນິເວດວິທະຍາ
ເຂດກະຈາຍພັນໃນສາກົນ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະຂອງ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກຂອງປະເທດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ

ບັນຍາຍການນຳໃຊ້:

ສັບພະຄຸນ: 

  • ຮາກ:​ ໃຊ້ເປັນຢາບຳລຸງທາດ, ເປັນຢາບຳລຸງກຳລັງ, ແກ້ອາການອ່ອນເພຍ, ແກ້ລົມ ແລະ ບີ, ຮັກສາອາການໄອ, ນຳຕົ້ນ ແລະ ຮາກມາຝົນເປັນຢາແກ້ອາການໄອ, ບຳລຸງຜູ້ຍິງກຳລັງຄອດລູກໃຫມ່, ເປັນຢາແກ້ອາການທ້ອງຜູກ ແລະ ຮັກສາອາການຂັບຖ່າຍຍາກ.
  • ຕົ້ນ:  ຕົ້ນ ແລະ ໃບໃຊ້ເປັນຢາຮັກສາອາການເຈັບຕາມຂໍ້ (ຕົ້ນ ແລະ ໃບ), ເປັນຢາແກ້ໄຂ້ ແລະ ມີສັບພະຄຸນແກ້ອາການເຈັບຫົວ.
  • ເປືອກຕົ້ນ: ເປືອກຊັ້ນໃນນຳມາຕົ້ມດື່ມຮັກສາອາການເຈັບຫົວ.
  • ໃບ: ຊ່ວຍຈະເລີນອາຫານ ແຕ້ຖ້າກິນຫຼາຍຈະເປັນຢາລະບາຍ, ຮັກສາຕານເຕັ້ນ, ແກ້ໄຂ້, ແກ້ໄຂ້ສັ່ນ, ຮັກສາອາການເຈັບທ້ອງ, ເປັນຢາລະບາຍ, ເປັນຢາຂັບພະຍາດພິດ ແລະ ເປັນຢາບຳລຸງນ້ຳບີຂັບນ້ຳບີ.
  • ດອກ: ຊ່ວຍບຳລຸງຫົວໃຈ, ແກ້ຄວາມດັນເລືອດ, ແກ້ລົມວີນວຽນ, ແກ້ໄຂ້ (ໃບ ແລະ ດອກ), ແກ້ໄຂ້ຈ່ອຍເຫຼືອງ, ຮັກສາຕາແດງ, ຊ່ວຍຂັບປະຈຳເດືອນຂອງແມ່ຍິງ ແລະ ຍັງເປັນຢາແກ້ພິດທັງຫຼາຍ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບ.

ນ້ຳມັນຫອມລະເຫີຍ: 

  • ດອກ: ນຳມາສະກັດເປັນນ້ຳມັນຫອມລະເຫີຍ ເຊິ່ງນຳໄປໃຊ້ເປັນນ້ຳຫອມ. 

ຄຸນປະໂຫຍດ: 

  • ຮາກ: ໃຊ້ເປັນຢາແກ້ຜົມງອກ ແລະ ຊ່ວຍບຳລຸງຜິວໃຫ້ຊຸ່ມຊື່ນ.
  • ໃບ: ຊ່ວຍບຳລຸງເສັ້ນຜົມ, ແກ້ເສັ້ນຜົມງອກ.
  •  ດອກ: ມີສານ Carotenoid nyctanthin ໃຫ້ສີເຫຼືອງອົມແສດໃຊ້ເປັນສີສຳລັບຍ້ອມຜ້າ.
  • ໃນປະເທດອິນເດຍຖືວ່າຕົ້ນສາລິກາເປັນຕົ້ນໄມ້ສັກສິດ.

ຂໍ້ມູນທາງວິທະຍາສາດ: 

  • ສານສະກັດດ້ວຍເຫຼົ້າຈາກໃບ, ໝາກ ແລະ ແກ່ນ: ສາມາດຢັບຢັ້ງພະຍາດໄຂ່ຂໍ້ເຊື່ອມໄດ້ ໂດຍຈະຊ່ວຍຫຼຸດປະລິມານການຕາຍຂອງຈຸລັງທີ່ຕິດເຊື່ອ.
  • ສານສະກັດຈາກດອກ ແລະ ໃບ: ຊ່ວຍຕ້ານອານຸມູນອິດສະຫຼະ, ຊ່ວຍຫຼຸດລະດັບຂອງ Alk Phos, LPO, SGPT, ຄໍເຣດສເຕີຣໍ ແລະ ໄຕຣກີເຊີໄຣນເຊິ່ງເປັນສາເຫດຂອງໄຂມັນອຸດຕັນໄດ້ອີກ. 

ໃນບ້ານ:
N/A

ລະດູ:

ການຄຸ້ມຄອງຈັດການ:
N/A

Value chains:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Vankar, P.S. (2008). Antioxidant Activity of the Flower of Nyctanthes arbor tristis L. International Journal of Food Engineering, 4(8): 11.
Rout, G.R., Mahato, A., Senapati, S.K. (2008). In vitro clonal propagation of Nyctanthes arbor-tristis. Biologia plantarum 52 (3): 521-524.
Rout, G.R., Mahato, A., Senapati, S.K. (2007). In vitro clonal propagation of Nyctanthes arbortristis Linn. – a medicinal tree. Hort. Sci. (Prague), 34(2): 84–89.
Isaac Dhinakaran, D., Sakthivel, G. (2016). Antioxidant and Anti-inflammatory Activities Of Nyctanthes Arbor-Tristis Extracts. J. of Advanced Botany and Zoology 4(1): 2348–7313.
Kumar Jain, P., Pandey, A. (2016). The wonder of Ayurvedic medicine - Nyctanthes arbortristis. International Journal of Herbal Medicine; 4(4): 09-17.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: