ເລກລຳດັບທີ: 2664
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2024-10-17
ດອກປີບ
Tree jasmine
Radermachera ignea (Kurz) Steenis
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
ດອກປີບຄຳ
ຊື່ພ້ອງ
:
Radermachera ignea (Kurz) Steenis
Spathodea ignea Kurz
Spathodea ignea Kurz
ຊື່ສະກຸນ:
Bignoniaceae
ຊະນິດໃກ້ຄຽງ:
ປິດປີ່ຂາວ / Ceylon leadwort
ປິດປີ່ແດງ / Rosy-flowered Leadwort
ປິດປີ່ແດງ / Rosy-flowered Leadwort
ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ຢືນຕົ້ນຂຽວຕະຫຼອດປີ ແລະ ບາງຄັ້ງກໍມີການປ່ຽນໃບເລັກຫນ້ອຍ, ສາມາດເຕີບໂຕໄດ້ສູງຮອດ 6-15 ແມັດ. ໃບປະສົມແບບຂົນນົກ (pinnate), ມີຄວາມຍາວ18 ຫາ 15 ຊມ. ມີໃບຍ່ອຍ 3 ຫາ 4 ຄູ່ (leaflets), ມີລັກສະນະຮຽວແຫຼມເປັນຮູບຮີ (elliptic-lanceolate), ຮູບໄຂ່ (ovate-lanceolate) ຫຼື ຮຽວຍາວ, ໂດຍມີຂະໜາດຍາວ 5 ຫາ12 ຊມ. ແລະ ກ້ວາງ 2 ຫາ 4.6 ຊມ. ໂດບທົ່ວໄປຈະມີຂະໜາດບໍ່ເທົ່າກັນ ແລະ ຜິວລຽບ, ປາຍໃບຮຽວຍາວເປັນຫາງ, ໂຄນໃບແຫຼມ, ຈະມີຕ່ອມຂະໜາດນ້ອຍຈຳນວນຫຼາຍຢູ່ບໍລິເວນໂຄນໃບ ແລະ ມີຕ່ອນເລັກຫນ້ອຍຢູ່ບໍລິເວນປາຍໃບ. [1]
ດອກອອກເປັນຊໍ່ແບບກະຈຸກສັ້ນໆມ ມີຂົນ ມີລັກສະນະເປັນດອກຍ່ອຍຂະໜາດນ້ອຍຈຳນວນຫຼາຍມັດຮ່ວມກັນ ແລະ ຍາວ 1 ຫາ 1.7 ຊມ. ກາບດອກເປັນຮູບທໍ່ ຍາວ 1.5 ຫາ 2.2 ຊມ. ປາຍແຍກອອກເປັນແສກແຫຼມ ແລະ ມີແສກຂະໜາດນ້ອຍ. ກີບດອກ (corolla) ມີສີສົ້ມ, ຮູບທໍ່ ຫຼື ຮູບຈວຍ, ຍາວ 4.4 ຫາ 7 ຊມ. ສວ່ນປາຍເປັນຮູບກະບອກ ແລະ ປາຍແຍກເປັນແສກສັ້ນ ຂະໜາດເທົ່າກັນ. ເກສອນເພດຜູ້ຈະມີຂົນຂະໜາດນ້ອຍບໍລິເວນຖົງລະອອງເກສອນ. [4]
ຕົ້ນດອກປີບຈະມີໝາກເປັນແບບແຄັບຊູນ ທີ່ມີຄວາມຍາວ 32 ຫາ 45 ຊມ. ແລະ ກວ້າງ 4 ຫາ 6 ມມ. ດ້ານໃນມີແກ່ນທີ່ມີຄວາມຍາວປະມານ 13 ຫາ 15 ມມ. ແລະ ກວ້າງປະມານ 2 ມມ. [1].

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to China, Lao People's Democratic Republic, Thailand, Viet Nam. [6]
ຊະນິດພັນພື້ນເມືອງຂອງ ຈີນ, ລາວ, ໄທ ແລະ ຫວຽດນາມ. [6]
Global distribution of the Jasmine tree. Source: [5]
ການກະຈາຍພັນຂອງດອກປີບທົ່ວໂລກ. ແຫຼ່ງທີ່ມາ: [5]

ເຂດກະຈາຍພັນໃນລາວ
:
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດສາຍພູຫຼວງພາກເໜືອ
ເຂດສາຍພູຫຼວງຕອນລຸ່ມ
ພູພຽງບໍລິເວນ
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ
:
ປ່າປູກ
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າແປກ
ປ່າດົງດິບ
ປ່າປະສົມປ່ຽນໃບ
ປ່າແປກ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ສິ່ງປູກສ້າງ
ພືດປະດັບ
ກິດຈະກຳການກະເສດ
ພືດເປັນຢາ
ສິ່ງປູກສ້າງ
ພືດປະດັບ
ກິດຈະກຳການກະເສດ
ບັນຍາຍການນຳໃຊ້:
ອາຫານ: ໃບອ່ອນ ແລະ ຍອດ ສາມາດນຳມາປະກອບອາຫານໄດ້ ເຊັ່ນ: ຊຸບຜັກ, ໃສ່ແກງປາເປັນຕົ້ນ. ດອກກໍຖືວ່າເປັນຜັກຊະນິດໜຶ່ງ ແລະ ນິຍົມນຳມາຍັດເປັນອົ່ວ ໃຊ້ເປັນອາຫານຫຼັກ. [12]
ຢາ: ໃນລາວຈະນິຍົມໃຊ້ດອກນຳມາຕາກແຫ້ງແລ້ວໃຊ້ເປັນຢາສະໝຸນໄພ ແລະ ຊ່ວຍບຳລຸງກຳລັງ [12]. ໃບໃຊ້ຮັກສາພະຍາດຜິວໜັງ. ເປືອກຕົ້ນນຳມາຕົ້ມດື່ມເປັນຢາແກ້ໄຂ້, ຮັກສາອາການຖອກທ້ອງ ແລະ ແກ້ອາການຕິດເຫຼົ້າ [7]. ເປືອກດ້ານໃນນໍາມາຕົ້ມ ໃຊ້ລ້າງຊ່ອງຄອດເພື່ອປ້ອງກັນການຕິດເຊື້ອບໍລິເວນອາໄວຍະວະເພດຫຼັງຄອດ [11]. ຕົ້ນ ມີການນຳມາໃຊ້ເປັນຢາແຜນບູຮານ ເຊັ່ນ: ໃຊ້ຮັກສາອາການຕິດເຊື້ອໃນໄວເດັກ, ເປືອກ ແລະ ກິ່ງນຳມາຕົ້ມດື່ມ ເຊື່ອກັນວ່າດີຕໍ່ຕັບ ແລະ ພະຍາດໄຂຂໍ້ອັກເສບ. [9]
ພືດປະດັບ: ດອກມີສີສັນສວຍງາມອອກເປັນຈຸກ, ຮູບຊົງກະບອກ, ເປັນລະບຽບ,ນິຍົມປູກປະດັບຕາມໜ້າບ້ານ ຫຼື ແຄມຫົນທາງ. [9]
ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ມີນາ
ເມສາ
ເມສາ
ການຄຸ້ມຄອງຈັດການ:
ການອານຸລັກທີ່ຢູ່ອາໄສ:
ໄພຄຸກຄາມຫຼັກຕໍ່ຊະນິດນີ້ຄື ການຕັດໄມ້ທຳລາຍປ່າ ແລະ ການທຳລາຍແຫຼ່ງທີ່ຢູ່ອາໄສ ໂດຍມີການຫັນມາເຮັດກະສິກຳ ແລະ ປູກພືດໄຮ່ໃນພື້ນທີຢູ່ອາໄສ, ກຸ່ມປະຊາກ່ອນຍ່ອຍບາງສ່ວນຖືກຄຸກຄາມໂດຍການຂຸດຄົ້ນຫີນປູນ, ການພັດທະນາພື້ນທີ່ເຂດຕົວເມືອງ, ຫົນທາງ ແລະ ແຫຼ່ງທ່ອງທ່ຽວ. [6]
ການເກັບກູ້ແບບຍືນຍົງ: ຕົ້ນໄມ້ຊະນິດນີ້ພົບໄດ້ໃນພື້ນທີ່ຄຸ້ມຄອງຫຼາຍແຫ່ງ, ຖືກເກັບຮັກສາໄວ້ໃນແຫຼ່ງທີ່ຢູ່ອາຫາໄສດ້ານນອກຢ່າງໜ້ອຍ 12 ແຫ່ງ. [6]

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
Jasmine Tree from afar. iNaturalist [Online]. [1] Uploaded on 11 February 2024 by: naritsara. Available: www.inaturalist.org/photos/350855414. [Accessed: 19 September 2024]
Jasmine tree, flowering. [2] iNaturalist [Online]. Uploaded on 27 April 2024 by: thepaz. Available: www.inaturalist.org/photos/371452860. [Accessed: 19 September 2024]
Flower buds of the Jasmine Tree. [3] iNaturalist [Online]. Uploaded on 22 February 2022 by: guanhong. Available: https://www.inaturalist.org/photos/180309173. [Accessed: 19 September 2024]

ອ້າງອິງ:
[1] D. Sompong, “Isolation and structure elucidation of antioxidants in the flower of Radermachera ignea (Kurz) Steenis,” Su-ranaree University of Technology, Thailand, 2008.
[2] Global Biodiversity Information Facility (GBIF), “Radermachera ignea (Kurz) Steenis” [Online]. Available: https://www.gbif.org/species/4092370. [Accessed: 19 Sep-tember 2024]
[3] Biotik, "Radermachera ignea (Kurz) Steenis," [Online]. Available: http://biotik.org/laos/species/r/radig/radig_en.html#debut. [Accessed: 6 March 2024]
[4] K. Douangkae, "Plants of Thailand and Laos PDR in Mekong Re-gion," Ministry of Natural Resources and Environment, Bangkok, 2023.
[5] E. Newman, “A Checklist of the Vascular Plants of Lao PDR”. Vientiane: Royal Botanic Garden Edinburgh, 2007.
[6] IUCN, "IUCN Red List," [Online]. Available: https://www.iucnredlist.org/search?query=Radermachera%20ignea&searchType=species. [Accessed: 06 March 2024].
[7] ກະຊວງກະຊິກຳ ແລະ ປ່າໄມ້, "ຂໍ້ຕົກລົງວ່າດ້ວຍການວັດແທກໄມ້ທ່ອນ, ຕໍໄມ້, ປຼດໄມ້, ໄມ້ເປັນພະລັງງານ ແລະ ການຈັດຊັ້ນຄຸນນະພາບໄມ້ທ່ອນ," ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້, ນະຄອນຫຼວງວຽງຈັນ, 2021.
[8] E. Lundh, “Plant Use in Ante- and Postpartum,” Department of Systematic Botany, Sweden, 2007.
[9] Pha Tad Ke Botanical Garden, "Mayodendron igneum," 2024.
[Online]. Available: https://www.pha-tad-ke.com/plant/mayodendron-igneum/. [Accessed: Oct. 16, 2024].

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: