ເລກລຳດັບທີ: 2663
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນສ້ຽວເງິນລຽງ
Orchid tree
Bauhinia acuminata L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕົ້ນສ້ຽວນ້ອຍ, ໂຍທິກາ, ກະແຈກູໂດ, ສົ້ມສ້ຽວ ແລະ ກາຫຼົົງອັງກິດ: Snowy orchid tree ແລະ Orchid treeຈີນ: 白花羊蹄甲.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Bauhinia
ຊະນິດ
Bauhinia acuminata
ຊື່ພ້ອງ
Bauhinia linnaei Ali
Bauhinia candida sensu auct.
Bauhinia grandiflora sensu auct.
Bauhinia tomentosa sensu auct.
ບັນຍາຍລັກສະນະທາງພືດສາດ
ໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນສູງ 1-3 ມ, ກິ່ງອ່ອນ ແລະ ຍອດມີຂົນສີຂາວປົກຄຸມຢ່າງໜາແໜ້ນ, ເປືອກລຳຕົ້ນລຽບ, ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີກ້ວາງ, ກ້ວາງ 9-13 ຊມ, ຍາວ 10-14 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍວ້ຳເລິກເຂົ້າຫາກັນເກືອບເຄິ່ງໃບ, ເຮັດໃຫ້ປາຍແຍກອອກເປັນ 2 ແສກ, ປາຍແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ, ມີຂົນສີຂາວ. ກ້ານໃບຍາວ 3-4 ຊມ, ສີຂຽວປົນສີນ້ຳຕານ. ຫູໃບມີລັກສະນະຮຽວແຫຼມ, ຍາວປະມານ 1 ຊມ, ຫຼົ່ນງ່າຍ ແລະ ມີທໍ່ຢ່າງນ້ອຍໆຢູ່ລະຫວ່າງຫູໃບ. ຊໍ່ດອກແບບກະຈະສັ້ນ, ອອກບໍລິເວນປາຍກິ່ງ. ດອກຍ່ອຍມີ 2-3 ດອກ, ລັກສະນະເປັນຮູບກະສວຍ, ຍາວ 2.5-4 ຊມ, ດອກບານເຕັມທີມີຂະໜາດເສັ້ນຜ່າສູນກາງ 5-8 ຊມ, ສີຂາວ, ມີກິ່ນຫອມອ່ອນໆ. ກ້ານດອກຍາວ 0,5-1,5 ຊມ. ໃບປະດັບດອກຈັບຢູ່ບໍລິເວນໂຄນກ້ານດອກ, ມີ 2-3 ໃບ, ຮູບສາມຫຼ່ຽມຮຽວແຫຼມ, ມີຂະໜາດນ້ອຍ. ກາບດອກເຊື່ອມຕິດກັນ, ປາຍແຍກເປັນ 5 ກາບ, ກ້ວາງ 1-1.8 ຊມ, ຍາວ 2,5-4 ຊມ, ປາຍຮຽວແຫຼມ, ແຍກເປັນພູສັ້ັ້ນ. ກີບດອກມີ 5 ກີບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ຂະໜາດບໍ່ເທົ່າກັນ, ກ້ວາງປະມານ 2 ຊມ, ຍາວ 4-6 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍມົນ. ເກສອນເພດຜູ້ມີ 10 ອັນ, ບໍ່ສະເໝີກັນ, ຍາວ 1.5-2.5 ຊມ, ຖົງລະອອງຮູບຂອບຂະໜານ, ຍາວ 3-5 ມມ, ສີເຫຼືອງສົດ. ເຕົ້າໄຂ່ມີ 1 ອັນ, ຮູບຂອບຂະໜານ, ຍາວ 6-8 ມມ, ຄໍເຕົ້າໄຂ່ຍາວ 1-2 ຊມ ແລະ ປາຍຮວງຮັບເປັນແຜ່ນກົມ. ໝາກເປັນຝັກແປ, ຮູບຂອບຂະໜານ, ກ້ວາງ 1-1.5 ຊມ, ຍາວ 9-15 ຊມ, ໂຄນໝາກແຫຼມ, ຂອບລຽບເປັນເສັ້ນໜາ, ປາຍຮຽວແຫຼມ, ຍາວປະມານ 8 ມມ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ເປັນສີນ້ຳຕານ. ແກ່ນມີ 5-10 ເມັດ, ມີຂະໜາດນ້ອຍ, ແປ, ຮູບຂອບຂະໜານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ດອກ ແລະ ຍອດອ່ອນ: ນຳມາໃຊ້ຮັບປະທານໄດ້.

ສັບພະຄຸນ:

  • ຮາກ: ຊ່ວຍຕົ້ມດື່ມແກ້ອາການໄອ, ໃຊ້ເປັນຢາແກ້ບິດ, ຕົ້ນ ແລະ ຮາກເປັນຢາຂັບເສມຫະ (ຮາກ, ຕົ້ນ) ແລະ ຊ່ວຍແກ້ອາການເຈັບຫົວ (ຮາກ, ດອກ).
  • ຕົ້ນ: ເປັນຢາແກ້ຂັບປະຈຳເດືອນ.
  • ໃບ: ຮັກສາແຜໃນດັງ.
  • ດອກ: ຊ່ວຍຫຼຸດຄວາມດັນເລືອດ, ແກ້ເລືອດອອກຕາມວ່າງແຂ້ວ, ແກ້ເສມຫະ ແລະ ແກ້ອາການຮາກເປັນເລືອດ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບກາງແຈ້ງ ຫຼື ສວນສາທາລະນາຕ່າງໆ.

ຂໍ້ຄວນລະວັງ: ລຳຕົ້ນມີຂົນອ່ອນຫາກສຳພັດກັບຜິວໜັງໂດຍຕົງຈະເຮັດໃຫ້ລະຄາຍເຄືອງຜິວໜັງໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,