ເລກລຳດັບທີ: 2658
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຄ້າ
Donax
Schumannianthus dichotomus (Roxb.) Gagnepain
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຄຣ້າ, ຄຸມ, ຄຣຸ້ມ, ແຫຍ່ງ, ກ້ານພ້າວ, ຄ້າ, ຄ້າຍ, ເບີແມ, ຄ້າໃບເງິນ ແລະ ຄ້າກັ້ນ.ອັງກິດ: Catathea ແລະ Siver catathea.
ອະນຸກົມວິຖານ
ຊື່ສະກຸນ
Marantaceae
ຊື່ພ້ອງ
Clinogyne dichotoma (Roxb.) Salisb.
Maranta dichotoma (Roxb.) Wall.
Phrynium dichotomum Roxb.
Thalia dealbata Link
Thalia dichotoma (Roxb.) Roxb. ex Link
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ລົ້ມລຸກອາຍຸຫຼາຍປີ, ເກີດເປັນຟຸ່ມ. ລຳຕົ້ນມີທັງລຳຕົ້ນຕັ້ງຊື່ ແລະ ລຳເລືອ, ມີເຫງົ້າ ຫຼື ຫົວໃຕ້ດິນສາມາດແຕກໜໍ່ໄດ້, ລຳຕົ້ນຮູບກົມ, ມີປ້ອງ, ມີຂໍ້, ສູງ 1-2 ມ. ໃບດ່ຽວ, ອອກຕາມຂໍ້, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 10-20 ຊມ, ຍາວ 20-35 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບສີຂຽວ, ຜິວລຽບທັງສອງດ້ານ, ມັກມີລວດລາຍ ແລະ ສີສັນງາມຕາມແຜ່ນໃບ, ໃບຈະບານອອກໃນຊ່ວງກາງຄືືນ ແລະ ມ້ວຍເຂົ້າຫາກັນໃນຕອນສວຍ. ກ້ານໃບແຜ່ອວບຫຸ້ມລຳຕົ້ນໄວ, ຍາວ 10-20 ຊມ. ຊໍ່ດອກແບບແບບແຕກແໜ່ງ ຫຼື ຊໍ່ດອກແບບກະຈຸກສັ້ນ, ອອກຢູ່ບໍລິເວນປາຍຍອດ. ດອກຍ່ອຍອອກເປັນຄູ່ຈາກກາບຮອງດອກ ຫຼື ອອກຮຽງສະຫຼັບຈາກກ້ານຊໍ່ດອກ, ສີຂາວ. ກາບດອກ ແລະ ກີບດອກມີ 3 ກີບ. ເກສອນເພດຜູ້ຈຳນວນຫຼາຍ. ດອກສົມບູນເພດມີ 1 ດອກ, ສ່ວນທີ່ເຫຼືອເປັນໝັນ, ກາບດອກມີ 3 ກາບ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 3 ກີບ. ໝາກຮູບກົມແບ່ງອອກເປັນ 3 ຫ້ອງ, ມີຂະໜາດ 1,5-2 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ. ແກ່ນມີ 1-3 ຊມ, ໝາກແຫ້ງບໍ່ແຕກ, ເນື້ອນຸ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຫົວ: ໃຊເປັນຢາແກ້ໄຂ້ທຸກຊະນິດ, ແກ້ຫືດ, ແກ້ອີສຸກອີໃສ, ຝີ ແລະ ແກ້ປາດົງ, ຮັກສາອາການຮ້ອນໃນຂາດນ້ຳ, ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແລະ ຊ່ວຍຮັກສາທາງເດີນປັດສະວະອັກເສບ.

ພືດປະດັບ:

  • ນິຍົມນຳມາປູກເປັນໄມ້ປະດັບຕາມບໍລິເວນໜ້າບ້ານ, ​ຕົບແຕ່ງຕາມສ່ວນນ້ຳ ແລະ ສະຖານທີ່ຕ່າງໆ.
  • ຄົນບູຮານເຊື່ອວ່າຖ້າຫາກປູກຕົ້ນຄ້າໄວ້ໜ້າບ້ານຈະຊ່ວຍຄຸ້ມຄອງຮັກສາໃຫ້ມີຄວາມສະຫງົບສຸກ.

ຫັດຖະກຳ: ລຳຕົ້ນສາມາດນຳມາເຮັດເປັນກະຕ່າ, ສາດ ຫຼື ຕອກມັດສີ່ງຂອງຕ່າງໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,