ເລກລຳດັບທີ: 2652
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໄມ້ຫວດເທດ
Luna nut
Lepisanthes fruticosa (Roxb.) Leenh.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຊຳມະລຽງ, ໂຄມລຽງ, ພູວຽງ, ໝາກເຖົາ, ຜັກເຕົ້າ, ຫວດຂ້າໃຫຍ່, ຊຳມະລຽງບ້ານ, ພຸມຣຽງ ແລະ ພຸມຣຽງສ່ວນ.ອັງກິດ: Luna nut, Chammaliang
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Sapindaceae
ສະກຸນ
Lepisanthes
ຊະນິດ
Lepisanthes fruticosa
ຊື່ພ້ອງ
Sapindus fruticosus Roxb.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 4-7 ມ ແລະ ສູງໄດ້ຮອດ 8 ມ, ເປືອກລຳຕົ້ນເປັນສີນ້ຳຕານແຕກເປັນຮ່ອງ, ສີນ້ຳຕານ, ຕາມກິ່ງອ່ອນ ແລະ ຍອດອ່ອນມີຂົນສີນ້ຳກະຈາຍຢູ່ທົ່ວ. ໃບປະສົມແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີ 5-7 ຄູ່, ອອກເກືອບກົງກັນຂ້າມ, ຮູບຂອບຂະໜານ ຫຼື ຮູບຮີ, ກ້ວາງ 2-3 ຊມ, ຍາວ 7-21 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງມັນເຫຼື້ອມ, ຜິວລຽບທັງສອງດ້ານ. ກ້ານໃບຍາວ 2-3 ຊມ. ຫູໃບຂະໜາດນ້ອຍ, ຮູບກົມ, ສາມາດເຫັນໄດ້ຊັດເຈນ. ຊໍ່ດອກແບບຮວງເຂົ້າ, ຫ້ອຍລົງ, ອອກບໍລິເວນກິ່ງ ຫຼື ລຳຕົ້ນ, ຍາວປະມານ 75 ຊມ. ດອກຍ່ອຍຈຳນວນຫຼາຍ, ມີທັງດອກສົມບູນເພດ ແລະ ດອກແຍກເພດໃນຊໍ່ດອກດຽວກັນ, ດອກບານເຕັມທີເປັນມີຂະໜາດກ້ວາງ 5-7 ຊມ, ສີຂາວຄີມ. ກາບດອກມີ 5 ກາບ, ຮູບຮີກວ້າງ 3-4 ມມ, ຍາວ 5-6 ມມ, ສີມ່ວງເຂັ້ມ. ກີບດອກມີ 5 ກີບ, ແຍກອອກຈາກກັນອິດສະຫຼະ, ຮູບຮີ. ດອກເພດຜູ້ມີເກສອນເພດຜູ້ 8 ອັນ, ຈັບຢູ່ຖານຮອງດອກທີ່ນູນຂຶ້ນ, ມີຂະໜາດຍາວ 3-4 ມມ, ກ້ານຊູຖົງລະອອງຊັ້ນ ຫຼື ອາດບໍ່ມີເລີຍ. ດອກເພດແມ່ມີເຕົ້າໄຂ່ຈັບເທິງ, ມີເກສອນເພດຜູ້ທີ່ເປັນໝັນ 8 ກ້ານຕິດຢູ່ຮອບໆເຕົ້າໄຂ່, ເຕົ້າໄຂ່ມີ 3 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ໝາກເກີດເປັນພວງ, 1 ພວງມີ 20-30 ໝາກ, ໝາກຮູບກົມ, ຮູບໄຂ່ ຫຼື ຮູບຮີ, ມີຂະໜາດເສັ້ນຜ່າສູນກາງ 2-3 ຊມ, ຜິວລຽບເປັນມັນ, ໝາກອ່່ອນສີຂຽວປົນສີມ່ວງ, ເມື່ຶອແກ່ເປັນສີມ່ວງດຳ, ເນື້ອອົມນ້ຳ. ແກ່ນມີ 1-2 ແກ່ນ, ຮູບຊົງກົມ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 1-1,5 ຊມ, ຍາວ 2-2,5 ຊມ, ຜິວລຽບເປັນສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ອາຫານ:

  • ໃບ ແລະ ຍອດອ່ອນ: ນຳມາແກງໃສ່ຜັກ, ແກງໃສ່ປາແຫ້ງ ຫຼື ໃຊ້ເປັນຜັກສົດກິນກັບແຈ່ວ, ນຳມາຕົ້ມ ຫຼື ຫຼວກກັບແຈ່ວໝາກມ່ວງ ຫຼື ແຈ່ວປາແດກ.
  • ໝາກ: ໝາກສຸກມີຣົດຊາດຫວານ ແລະ ຟາດນຳມາກິນໄດ້

ສັບພະຄຸນ:

  • ຮາກ: ເປັນຢາແກ້ໄຂ້ທຸກຊະນິດ, ແກ້ເລືອດດັງໄຫຼ, ແກ້ອາການຮ້ອນໃນ, ແກ້ອາການກະສັບກະສາຍ, ເຮັດໃຫ້ລະບົບທາງເດີນອາຫານເປັນປົກກະຕິ, ແກ້ອາການທອງຜູກ ແລະ ບໍ່ຖ່າຍ.
  • ໝາກ: ໝາກສຸກຊ່ວຍແກ້ອາການຖອກທ້ອງ.

ຄຸນປະໂຫຍດ:

  • ໝາກ: ສາມາດນຳມາເຮັດເປັນນ້ຳໝາກໄມ້ໄດ້.
  • ສີທີ່ໄດ້ຈາກໝາກສາມາດນຳມາເຮັດເປັນສີປະສົມອາຫານໄດ້.

ໄມ້ປະດັບ: ນິຍົມນຳມາປູກເປັນໄມ້ປະດັບເນື່ອງຈາກໃບມີຄວາມຂຽວເຂັ້ມຕະຫຼອດປີ ແລະ ໝາກມີສີສັນສວຍງາມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,