ເລກລຳດັບທີ: 2651
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ດອກດິນ
Broomrape
Aeginetia indica L.
ພືດ
ພືດທີ່ອາໄສຕົ້ນອື່ນ
ກາຟາກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ດອກດິນແດງ, ເຂົ້າກຳນົກຍຸູງ, ຫຍ້າດອກຂໍ, ປາກຈໍລະແຂ້, ສົບແລ້ງ, ກະເປເສ້, ເພາະລາພໍ, ດອນດິນ ແລະ ຊໍຊວຍ.ອັງກິດ: Broomrape ແລະ Forest Ghost Flower.ຈີນ: 哇 ແລະ 野菰.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Orobanchaceae
ສະກຸນ
Aeginetia
ຊະນິດ
Aeginetia indica
ຊື່ພ້ອງ
Aeginetia aeginetia Huth
Aeginetia boninensis Nakai
Aeginetia indica var. gracilis Nakai
Aeginetia japonica Siebold & Zucc.
Aeginetia mairei H.Lév.
Orobanche aeginetia L.
Phelipaea indica (L.) A. Spreng. ex Steud.
ບັນຍາຍລັກສະນະທາງພືດສາດ
ຈັດເປັນພືດກາຟາກ, ເກີດຂຶ້ນເທິງຮາກຕົ້ນໄມ້ອື່ນ, ອາຍຸ 1 ປີ. ລຳຕົ້ນມີລັກສະນະຕັ້ງຊື່, ສູງປະມານ 15-25 ຊມ, ບໍລິເວນໂຄນລຳຕົ້ນມີກາບ 1-2 ໃບຫຸ້ມຢູ່, ສີບົວອ່ອນ, ມີກ້ານດຽວແທງຂຶ້ນມາຈາກຮາກໄມ້, ລຳຕົ້ນບໍ່ມີການແຕກກິ່ງກ້ານ ແລະ ບໍ່ມີໃບ, ປາຍກ້ານອອກດອກເປັນດອກດ່ຽວ. ດອກດ່ຽວ, ລັກສະນະຮູບຖ້ວຍຄ້ຳ ຫຼື ຮູບທໍ່ກົມ, ຍາວ 3-5 ຊມ, ສີມ່ວງປົນສີແດງ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 2-3 ຊມ, ປາຍແຍກອອກເປັນ 5 ແສກ. ເກສອນເພດຜູ້ມີ 4 ອັນ. ເຕົ້າໄຂ່ມີ 1 ອັນ, ປາຍຮວງຮັບມີຂະໜາດເສັ້ນຜ່າສູນກາງປະມານ 3 ມມ, ອວບນ້ຳ, ສີເຫຼືອງ. ກ້ານດອກຍາວ 15-40 ຊມ. ໝາກຮູບກົມ ຫຼື ຮູບໄຂ່, ຍາວ 1-1.5 ຊມ, ສີນ້ຳຕານ, ໝາກແກ່ແລ້ວແຕກ. ແກ່ນຈຳນວນຫຼາຍ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ເປັນອາຫານ:

  • ດອກ: ນຳໄປລວກ ຫຼື ໜຶ້ງກິນກັບແຈ່ວປາແດກ.
  • ດອກນຳມາປະສົມກັບແປ້ງໃຊ້ເຮັດເປັນເຂົ້າໜົມດອກດິນ.
  • ດອກນຳໄປປະສົມກັບເຂົ້າໜຽວໜື້ງເຮັດໃຫ້ເຂົ້າປ່ຽນເປັນສີມ້ວງ.

ສັບພະຄຸນ:

  • ທັງຕົ້ນ: ອອກລິດຕໍ່ປອດ, ໝາກໄຂ່ຫຼັງ ແລະ ທາງເດີນປັດສະວະ, ໃຊ້ເປັນຢາຂັບພິດຮ້ອນຖອນພິດໄຂ້, ເຮັດໃຫ້ເລືອດເຢັນ, ແກ້ອາການເຈັບຄໍ, ຄໍອັກເສບ, ຕ່ອມທອລຊິນອັກເສບ, ຊ່ວຍຮັກສາອາການຕິດເຊື້ອໃນທາງເດີນປັດສະວະ, ແຊ່ກັບນ້ຳມັນງາໃຊ້ເປັນຢາແກ້ພະຍາດຜິວໜັງ, ແກ້ພິດແມງໄມ້ກັດ, ຕົ້ມດື່ມເປັນຢາແກ້ບວມ ແລະ ແກ້ອາການເຈັບບວມ.
  • ຕົ້ນ: ແກ້ໄຂ້ກະດູກອັກເສບ.
  • ດອກ: ຊົງດື່ມແກ້ເບົາຫວານ (ທັງຕົ້ນ, ດອກ), ຊ່ວຍຮັກສາຝີຕາມຜິວໜັງ, ແກ້ຝີພາຍນອກ ແລະ ແກ້ພິດງູກັດ.

ເປັນສິນຄ້າ: ດອກສາມາດນຳມາສະກັດເປັນສີປະສົມອາຫານໄດ້ສີດຳ, ສີນ້ຳເງິນ ແລະ ສີມ້ວງ. ເປັນສິນຄ້າຂາຍ.

ຂໍ້ມູນທາງວິທະຍາສາດ:

  • ພົບວ່າສານສະກັດຊ່ວຍກະຕຸ້ນການຕອບສະໜອງການກະຕຸ້ນຂອງພູມຄຸ້ມກັນ.
  • ດອກດິນແດງມີລິດຕໍ່ຕັບ, ຕ້ານມະເຮັງ, ກະຕຸ້ນ T-cell ແລະ ຊ່ວຍກະຕຸ້ນພູມຄຸ້ມກັນ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,