ເລກລຳດັບທີ: 2623
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນກຳລັງຊ້າງສານ
ຕົ້ນກຳລັງຊ້າງສານ
Hiptage benghalensis (L.) Kurz
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ສະໝູນໄພໂນຣາ, ສະເຫຼົາ, ພະຍາຊ້າງເຜືອກ, ກຳລັງຊ້າງເຜືອກ, ແຫນປີກ ແລະ ກະລັງຈ່າງ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Malpighiaceae
ສະກຸນ
Hiptage
ຊະນິດ
Hiptage benghalensis
ຊື່ພ້ອງ
Gaertnera obtusifolia Roxb.
Hiptage benghalensis var. benghalensis
Hiptage javanica Blume
Hiptage parvifolia Wight & Arn.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ ຫຼື ໄມ້ເຄືອຂະໜາດໃຫຍ່, ສາມາດເລືອໄປໄກ. ລຳຕົ້ນຍາວປະມານ 10 ມ, ລັກສະນະກົມກ້ຽງ, ເນື້ອໄມ້ແຂງ, ມີການແຕກກິ່ງກ້ານເລັກນ້ອຍ ແລະ ຫ້ອຍລົງເລັກນ້ອຍ, ສີຂຽວ, ຊົງຕົ້ນມີຮູບຮ່າງທີ່ບໍ່ແນ່ນອນ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ໃບຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງ 4-6 ຊມ, ຍາວ 10-15 ຊມ, ໂຄນໃບມົນ ຫຼື ແຫຼມ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງກ້ຽງ, ຜິວໃບດ້ານລຸ່ມມີຂົນ ແລະ ມີຕ່ອມເລັກນ້ອຍ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 9-22 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ ຫຼື ສີບົວອ່ອນ, ກາງດອກເປັນສີເຫຼືອງ, ມີກິ່ນຫອມອ່ອນ. ກາບດອກເຊື່ອມຕິດກັນ, ປາຍແຍກອອກເປັນ 5 ກາບ, ສີຂຽວ. ກີບດອກມີ 5 ກີບ, ຂະໜາດບໍ່ເທົ່າ, ມີລັກສະນະຫຍໍ້, ກີບຂ້າງພັບລົງ, ປາຍກີບເປັນຝອຍໆ. ເກສອນເພດຜູ້ມີ 10 ອັນ, ມີ 1 ກ້ານຍາວກວ່າໝູ່. ໝາກແຫ້ງບໍ່ແຕກ, ຮູບສວຍ, ປາຍແຫຼມ, ມີປີກ 3 ປີກ, ປີກກາງມີຂະໜາດໃຫຍ່, ສີແດງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ແກນໄມ້: ເປັນຢາບຳລຸງເລືອດ, ຊ່ວຍບຳລຸງທາດໃນຮ່າງກາຍ ແລະ ເປັນຢາບຳລຸງເສັ້ນເອັນ (ເປືອກ ແລະ ແກນໄມ້), ເປັນອາຍຸວັນນະ, ໃຊ້ດອກເປັນຢາບຳລຸງກຳລັງ, ຊ່ວຍຈະເລີນອາຫານ, ຊ່ວຍແກ້ອາການອ່ອນເພຍ, ຊ່ວຍຂັບລົມ, ແກ້ອາການຈຸກສຽດແໜ້ນທ້ອງ ແລະ ໃຊ້ດອງກັບເຫຼົ້າເປັນຢາບຳລຸງກຳລັງ.
  • ເປືອກຕົ້ນ: ນຳມາຕຳພອກໃຊ້ຮັກສາແຜສົດ.
  • ໃບ: ເປັນຢາແກ້ພະຍາດຜິວໜັງ, ຮັກສາຫິດ ແລະ ຂີ້ກະຕອດ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບ ເນື່ອງຈາກດອກມີຄວາມສວຍງາມ, ອອກດອກຈຳນວນຫຼາຍ ແລະ ມີກິ່ນຫອມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,