ເລກລຳດັບທີ: 2620
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ດອກຂົມ
Japanese sunflower
Tithonia diversifolia (Hemsl.) A.Gray
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ດອກຕາເວັນນ້ອຍ, ຕາເວັນຄອນໜູ ແລະ ດອກຕອງ.ໄທ: ດາວເຮືອງຢີ່ປຸ່ນ, ດອກທານຕາວັນໜູ, ເບນຈະມາດນ້ຳ ແລະ ບົວຕອງອັງກິດ: Mexican sunflower ແລະ Mexican sunflower weedຈີນ: 腫柄菊 ແລະ 假向日葵
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Tithonia
ຊະນິດ
Tithonia diversifolia
ຊື່ພ້ອງ
Helianthus quinquelobus Sessé & Moc.
Mirasolia diversifolia Hemsl.
Tithonia diversifolia subsp. diversifolia
Tithonia diversifolia var. diversifolia
Tithonia diversifolia var. glabriuscula S.F.Blake
Urbanisol tagetiflora var. diversifolius (Hemsl.) Kuntze
Urbanisol tagetiflora var. flavus Kuntze
Urbanisol tagetiflora f. grandiflorus Kuntze
Urbanisol tagetifolius f. grandiflorus Kuntze
ບັນຍາຍລັກສະນະທາງພືດສາດ
ພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ົົົົົົົົົົົົົົນສູງປະມານ 4 ມ, ທຸກສ່ວນຂອງລຳຕົ້ນມີຂົນສີຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບໄຂ່ປົນຮູບສີ່ຫຼ່ຽມ, ກ້ວາງ 4-25 ຊມ, ຍາວ 7-30 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ ຫຼື ເປັນວັກລັກສະນະເປັນ 3-5 ແສກ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວປົນສີເທົາ, ມີຂົນສັ້ນ ແລະ ຕ່ອມນ້ອຍໆກະຈາຍທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍຍອດ, ມີເສັ້ນຜ່າສູນກາງ 6-14 ຊມ. ດິ້ວປະດັບຊໍ່ດອກມີປະມານ 3-4 ຊັ້ນ, ຮຽງກັນເປັນຮູບລະຄັງ, ຮູບຂອບຂະໜານ, ຍາວ 3-5 ຊມ, ປາຍວັກເລັກນ້ອຍ, ສີເຫຼືອງສົດ. ກີບດອກວົງນອກເປັນຮູບຂອບຂະໜານ, ເປັນໜັນ. ດອກວົງໃນເປັນດອກສົມບູນເພດ, ມີຈຳນວນຫຼາຍ, ຂະໜາດນ້ອຍ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.7-1 ຊມ. ເກສອນເພດຜູ້ 5 ອັນ, ຖົງລະອອງເປັນສີດຳ, ປາຍສີເຫຼືອງ. ໝາກແຫ້ງ, ຮູບຂອບຂະໜານ, ຍາວ 0.5-0.8 ຊມ, ໂຄນ ແລະ ປາຍແຫຼມ, ໝາກອ່ອນບໍ່ແຕກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດພູສູງພາກເໜືອຂອງລາວ, ພູພຽງບໍລິເວນ, ເຂດສາຍພູຫຼວງຕອນລຸ່ມ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ໃບ: ໃບສົດນຳມາຢ້າງໄຟໃຊ້ພອກຫົວແລ້ວໃຊ້ຜ້າພັນໄວ້ແກ້ອາການເຈັບຫົວ ແລະ ນຳມາຕົ້ມກັບນ້ຳອາບແກ້ອາການຄັນ.
  • ຍອດອ່ອນ: ນຳມາເຜົາຈາກນັ້ນບົດໃຫ້ລະອຽດແລ້ວນຳມາທາຜື່ນຄັນຂຶ້ນຕາມໂຕ.
  • ດອກ: ນຳມາໃສ່ແຜ ແລະ ແຜຊໍ້າ.
  • ສານສະກັດໃບ: ສານສະກັດດ້ວຍເຫຼົ້າ ແລະ ຄໍໂຣໂຟມເປັນພິດຕໍຈຸລັງມະເຮັງຫຼາຍຊະນິດໃນຫຼອດທົດລອງ, ສານສະກັດຈາກບິວທານອລຊ່ວຍຫຼຸດການບີບຕົວລອງລຳໄສ້, ນຳຕົ້ມຈາກສ່ວນທີ່ຢູ່ເໜືອດິນຊ່ວຍຫຼຸດອາການອັກເສບ ແລະ ຊ່ວຍຮັກສາຕັບອັກເສບ.
  • ສານສະກັດຈາກດອກ: ສານສະກັດໂດຍເຫຼົ້າ ແລະ ແອຊີໂຕນມາສິດຂ້າແມງໄມ້ໄດ້.

ພືດປະດັບ: ປູກເປັນພືດປະດັບຕາມສວນສາທາລະນະຕ່າງໆ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,