ເລກລຳດັບທີ: 2615
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນປະຍົງ
Chinese rice flower
Aglaia odorata Lour.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໄຂ່ປູ ແລະ ຕົ້ນປະຍົງໄທ: ຕົ້ນຂະຍົງ, ຕົ້ນໝາກຍົມ, ພະຍົງ, ຍົມ, ປຣະຍົງບ້ານ, ປຣະຍົງໃບໃຫຍ່ ແລະ ຕົ້ນຫອມໄກ່.ອັງກິດ:Chinese rice flower, Chinese perfume plant, chuln tree, mock lemon, mock lime ແລະ orchid tree.ຈີນ: 梅水兰, 米岁兰, 米兹兰 ແລະ 说耶兰.ມຽນມາ: Thanat-ka-wa.ກຳປູເຈຍ: Trayang.ຫວຽດນາມ: Ngu ແລະ boa ngu.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Meliaceae
ສະກຸນ
Aglaia
ຊະນິດ
Aglaia odorata
ຊື່ພ້ອງ
Aglaia chaudocensis Pierre
Aglaia duperreana Pierre
Aglaia oblanceolata Craib
Aglaia odorata var. chaudocensis (Pierre) Pellegr.
Aglaia odorata var. microphyllina C.DC.
Aglaia odorata var. odorata
Aglaia pentaphylla Kurz
Aglaia repoeuensis Pierre
Aglaia sinensis Pierre
Camunium chinense Roxb.
Opilia odorata (Lour.) Spreng.
ບັນຍາຍລັກສະນະທາງພືດສາດ
ຕົ້ນປະຍົງຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ມີໃບດົກໜາ. ລຳຕົ້ນສູງ 2-3 ມ ແລະ ສູງບໍ່ເກີນ 5 ມ, ແຕກກິ່ງກ້ານຕັ້ງແຕ່ບໍລິເວນໂຄນຕົ້ນ, ເປືອກຕົ້ນລຽບ, ສີເທົາ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍນຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 3-5 ໃບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 1-2 ຊມ, ຍາວ 2-4 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍມົນ, ສີຂຽວເຂັ້ມ, ຜິວໃບລຽບທັງສອງດ້ານ, ກ້ານໃບແຜ່ອອກເປັນປີກ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍກິ່ງ, ຍາວປະມານ 5 ຊມ. ດອກຍ່ອຍຈຳນວນຫຼາຍ, ມີຫຼາຍກ່ວາ 10 ດອກ, ລັກສະນະຮູບຊົງກົມຄ້າຍໄຂ່ປາ, ມີສີເຫຼືອງ ແລະ ມີກິນຫອມ. ກີບດອກມີ 6 ກີບ, ຊ້ອນກັນ, ບໍບານ. ໝາກຮູບຊົງກົມ ຫຼື ຮູບຮີ, ມີຂະໜາດປະມານ 1-1.2 ຊມ, ຜິວລຽບເປັນມັນ, ໝາກອ່ອນເປັນສີເຫຼືອງອ່ອນ, ໝາກແກ່ຈະປ່ຽນເປັນສີແດງເຂັ້ມ ຫຼື ສີດຳ. ແກ່ນມີ 1-2 ແກ່ນ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຊ່ວຍຈະເລີນອາຫານ, ແກ້ຜ່ອມແຫ້ງແຮງໜ້ອຍ, ເປັນຢາແກ້ໄຂ້, ຮາກຊ່ວຍແກ້ເລືອດດັງໄຫຼ, ຊ່ວຍແກ້ອາການອາຮາກເປັນເລືອດ, ເປັນຢາຖອນພິດເບື່ອ ແລະ ແກ້ເມົາ.
  • ໃບ: ຕົ້ມເປັນຢາບຳລຸງຮ່າງກາຍ, ແກ້ພະຍາດກ່ຽວກັບຊ່ວງເອິກ, ແກ້ອາການຊັກ ແລະ ແກ້ໄຂ້ (ຮາກ, ໃບ), ຊ່ວຍຮັກສາກາມມະໂຣກ, ນຳມາຕຳພອກແກ້ຟົກຊ້ຳ ຫຼື ບວມເນື່ອງຈາກລົ້ມ ຫຼື ກະທົບຂອງແຂງ ແລະ ຊ່ວຍຮັກສາຝີໜອງທຸກຊະນິດ.
  • ດອກ: ແກ້ອາການວຽນຫົວ, ເຮັດໃຫ້ຫູຕາສະຫວ່່າງ, ຈິດໃຈປອດໂປ່ງ, ແກ້ອາການເມົາຄ້າງ, ຊ່ວຍດັບຮ້ອນ, ແກ້ອາການຂາດນ້ຳ, ເປັນຢາແກ້ໄຂ້ພຸພອງ, ແກ້ໄອ, ແກ້ຫອບຫືດ, ແກ້ສຽມຫະ, ຊ່ວຍຫຼຸດອາການແໜ້ນເອິກ, ຊ່ວຍຟອກປອດ, ຊ່ວຍແກ້ລົມຈຸດສຍດ, ແກ້ລິດສີດວງໃນທ້ອງ, ຊ່ວຍເລັງການເກີດລູກ ແລະ ຊ່ວຍແກ້ລົມອຳມະພາດ.

ໝາຍເຫດ: ຜູ້ຍິງມີຖືພາຫ້າມດື່ມ ເພາະຈະເຮັດໃຫ້ມີຫຼຸລູກໄດ້.

ໄມ້ປະດັບ: ນິຍົມນຳມາປູກເປັນພືດປະດັບ ເນື່ອງຈາກດອກມີກິ່ນຫອມແຮງ, ເປັນໄມ້ທີ່ມີໃບ ແລະ ຟຸ່ມງາມ, ມີຄວາມແຂງແຮງທົນທານ, ປູກໄດ້ງ່າຍ ແລະ ມີອາຍຸຫຼາຍປີ.

ປະໂຫຍດ: ດອກແຫ້ງສາມາດນຳມາໃຊ້ອົບເຊື້ອຜ້າໃຫ້ມີກິ່ນຫອມ ແລະ ໃຊ້ແຕ່ງກິ່ນໃບຊາ

ສານທີ່ພົບ:

  • ໃບ: ພົບສານ Aglaiol, Aglaiondiol, (24 S) - Aglaitriol (24 R) - Aglaitriol, ອັນຄາລອຍ Odoratine ແລະ Odoratinol.
  • ສານພິດ: ມີຢູ່ຫຼາຍຊະນິດເຊັນ ສານໃນກຸ່ມ Cyclopentabenzofuran ເປັນອານຸພາກຂອງສານ Rocaglamide, Odorine, Aglain, Lignanes ແລະ Triterpenes ເຊິງສານເຫຼົ່ານີ້ສາມາດຂ້າແມງວັນໄດ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,