ເລກລຳດັບທີ: 2607
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກເດື່ອຂົນ
Hispid Fig
Ficus simplicissima Lour.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໝາກຫາດ, ໝາກເດື່ອຫອມ, ໝາກນອດນ້ຳ, ໝາກນົມໝາ, ໝາກຫອມນ້ອຍ, ເດື່ອຫອມໃຫຍ່, ໝາກນອດຫອມ, ໝາກເດື່ອເຕ້ຍ, ໝາກເດື່ອຂົນ, ພຸງໝູ, ເຍື່ອທາ ແລະ ສາດຄວາຍ.ຈີນ: 牛奶仔 ແລະ 粗叶榕 (cu ye rong).ຫວຽດນາມ: Vú bò lông, Ngoã khỉ ແລະ Ngái khỉ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Moraceae
ສະກຸນ
Ficus
ຊະນິດ
Ficus simplicissima
ຊື່ພ້ອງ
Ficus beecheyana f. tenuifolia Sata
Ficus cordata Ridl.
Ficus dumosa King
Ficus hibiscifolia Champ. ex Benth.
Ficus hirta Vahl
Ficus hirta subsp. dumosa (King) C.C.Berg
Ficus hirta subsp. ochracea C.C.Berg
Ficus katsumadae Hayata
Ficus ochracea (C.C.Berg) C.C.Berg
Ficus palmatiloba Merr.
Ficus porteri H.Lév. & Vaniot
Ficus quangtriensis Gagnep.
Ficus setacea G.Lodd.
Ficus setifera Steud.
Ficus setosa Hook. & Arn.
Ficus setosa Blume
Ficus tournanensis Gagnep.
Ficus triloba subsp. quangtriensis (Gagnep.) C.C.Berg
Necalistis aspera Raf.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນສູງ 10 ມ, ບໍ່ຄ່ອຍແຕກກິ່ງ, ລຳຕົ້ນ ແລະ ກິ່ງກ້ານມີຂົນແຂງສາກຊາ, ມີສີນ້ຳຕານປົນສີເຫຼືອງອ່ອນ, ເມື່ອແກ່ລຳຕົ້ນຈະມີຊ່ວງຫວ່າງ, ຕາດອກ ແລະ ໃບອ່ອນມີຂົນຂື້ນໜາແໜ້ນ, ມີຮາກເກັບສະສົມອາຫານຢູ່ໃຕ້ດິນ, ມີກິ່ນຫອມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານແກມຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານແກມຮູບໃບຫອກ, ແຜ່ນໃບເປັນແສກພູເລິກ 3-5 ແສກ, ບໍ່ເທົ່າກັນ, ກ້ວາງ 5-12 ຊມ, ຍາວ 12-15 ຊມ, ໂຄນໃບບ້ຽວ, ຂອບໃບແສກແຂ້ວເລື່ອຍ, ປາຍໃບແຫຼມ ຫຼື ຕິ່ງໜາມ, ຜິວໃບດ້ານເທິງມີຂົນຍາວ ແລະ ຍາບຊາຂຶ້ນກະຈາຍຢູ່ທົ່ວ, ສີນ້ຳຕານປົນສີເຫຼືອງ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມປົກຄຸມ, ໃບແກ່ມີລັກສະນະບາງ. ກ້ານໃບຍາວປະມານ 11 ຊມ. ມີຫູໃບແຫຼມ, ຂະໜາດ 0.8-2 ຊມ, ຫຼົ່ນງ່າຍ. ຊໍ່ດອກອອກຕາມງ່າມໃບ. ດອກຍ່ອຍຈຳນວນຫຼາຍຈັບບຽດກັນແໜ້ນໃນຖານຮອງດອກດຽວກັນ, ເຊິ່ງຖານຮອງດອກຈະຫຸ້ມດອກເອົາໄວ້, ມີຊ່ອງເປີດດ້ານເທິງ ແລະ ມີໃບປະດັບດອກຊ້ອນທັບກັນຢູ່ຈຶ່ງມີລັກສະນະຄ້າຍໝາກ, ຮູບໄຂ່ ຫຼື ຮູບກົມ, ດອກແຍກເພດໃນຊໍ່ດອກດຽວກັນ, ດອກເພດຜູ້ມີຈຳນວນໜ້ອຍຢູ່ບໍລິເວນປາກເປີດຂອງຊໍ່ດອກ. ກີບດອກມີ 4-5 ກີບ. ເກສອນເພດແມ່ມີ 1-2 ອັນ. ດອກເພດແມ່ມີເຕົ້າໄຂ່ຢູ່ເໜືອວົງກີບດອກ. ໝາກຮູບກົມ ຫຼື ຮູບຮີ, ມີຂະໜາດເສັ້ນຜ່າສູນກາງ 1.1-2.5 ຊມ, ໝາກສີເຫຼືອງ, ໝາກສຸກເປັນສີແດງປົນສີສົ້ມ, ມີຂົນແຂງສີນ້ຳຕານປົກຄຸມຢ່າງໜາແໜ້ນ, ມີຢາງສີຂາວ, ບໍ່ມີກ້ານໝາກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໝາກ: ໝາກສຸກສາມາດກິນໄດ້ ແລະ ເປັນອາຫານຂອງສັດປ່າຫຼາຍຊະນິດ ເຊັ່ນ: ນົກ, ມົດ, ໜູ, ເຈ້ຍ ແລະ ອື່ນໆ.*

ສັບພະຄຸນ:

  • ຮາກ: ຕົ້ມດື່ມເປັນຢາບຳລຸງຫົວໃຈ (ຕົ້ນ, ຮາກ), ຊ່ວຍບຳລຸງກຳລັງ, ຊູກຳລັງເຮັດໃຫ້ຊື່ນບານ, ຊ່ວຍແກ້ຫົວໃຈພິການ, ຝົນກິນເປັນຢາແກ້ພິດສຳແດງ, ຊ່ວຍຂັບລົມໃນລຳໄສ້, ເປັນຢາລະບາຍ, ບຳລຸງນ້ຳນົມຂອງແມ່ຍິງ, ຊ່ວຍແກ້ຕັບອັກເສບ, ແກ້ອັກເສບ, ແກ້ຝີ ແລະ ພິດງູກັດ.
  • ໝາກ: ເປັນຢາແກ້ພິດຝີ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,