ເລກລຳດັບທີ: 2605
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ົົົນມູກໃຫຍ່
Kurchi
Holarrhena pubescens Wall. ex G.Don
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຢາງພຸດ, ຕົ້ນມູກຂາວ, ພຸດ, ພຸດຮັກສາ, ມູກມັນນ້ອຍ, ມູກມັນຫຼວງ, ໂມກເຂົ້າ, ໂມກທຸງ, ໂມກໃຫຍ່ ແລະ ໜາມເນື້ອ.ອັງກິດ: Kurchi, Easter tree, Conessi bark, Ivory tree, Indrajao, Bitter Oleander ແລະ Tellicherry tree.ຈີນ: 中文名.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Apocynaceae
ສະກຸນ
Holarrhena
ຊະນິດ
Holarrhena pubescens
ຊື່ພ້ອງ
Chonemorpha antidysenterica (Roth) G.Don
Chonemorpha pubescens (Wall.) G.Don
Echites adglutinatus Burm.f.
Echites antidysentericus Roth
Echites antidysentericus Roxb. ex Fleming
Echites pubescens Buch.-Ham.
Elytropus pubescens (Wall.) Miers
Holarrhena antidysenterica (Roth) Wall. ex A.DC.
Holarrhena antidysenterica Wall.
Holarrhena antidysenterica var. macrantha Kerr
Holarrhena antidysenterica var. pubescens (Wall.) J.L.Stewart & Brandis
Holarrhena codaga G.Don
Holarrhena febrifuga Klotzsch
Holarrhena fischeri K.Schum.
Holarrhena glaberrima Markgr.
Holarrhena glabra Klotzsch
Holarrhena macrocarpa (Hassk.) Fern.-Vill.
Holarrhena malaccensis Wight
Holarrhena perrotii Spire
Holarrhena pierrei Spire
Holarrhena tettensis Klotzsch
Holarrhena villosa Aiton ex Loudon
Nerium sinense Hunter ex Ridl.
Physetobasis macrocarpa Hassk.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ຢືນຕົ້ນະໜາດກາງ. ລຳຕົ້ນສູງ 3-15 ມ, ຮູບກົມ, ເປືືອກຕົ້ນທາງນອກເປັນສີເທົ່າອ່ອນ ຫຼື ສີນ້ຳຕານ, ແຕກອອກເປັນເກັດ, ກົມບໍ່ສະເໝີກັນ, ເປືອກຂັ້ນໃນເປັນສີຈືດ, ທຸກສ່ວນຂອງຕົ້ນມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໄຂ່ປີ້ນ, ກ້ວາງ 4-12 ຊມ, ຍາວ 10-27 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງມີຂົນອ່ອນນຸ້ມປົກຄຸມບາງໆ, ສ່ວນຜິວໃບດ້ານລຸ່ມມີຂົນປົກຄຸມຢ່າງໜາແໜ້ນ, ໃບຫຼົ່ນງ່າຍ. ກ້ານໃບຍາວ 0.2-0.6 ຊມ. ຊໍ່ດອກແບບກະຈຸກ, ອອກບໍລິເວນໃກ້ກັບປາຍກິ່ງ, ຊໍ່ດອກຫ້ອຍລົງ, ຍາວ 4-10 ຊມ. ກ້ານຊໍ່ດອກຍາວ 0.6-1.7 ຊມ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດ 2.5-3.5 ຊມ, ສີຂາວ ຫຼື ສີເຫຼືອງອ່ອນ ຫຼື ບາງຄັ້ງອອກສີບົວອ່ອນ, ມີກິ່ນຫອມ. ກາບດອກໂຄນເຊື່ອມກັນເລັກນ້ອຍ, ປາຍແຍກເປັນ 5 ແສກ, ຂະໜາດ 2-4 ມມ, ລັກສະນະແຄບ ແລະ ແຫຼມ, ມີຕ່ອມກະຈາຍຢູ່ທົ່ວ, ມີຂົນສີຂາຍກະຈາຍທົ່ວກາບດອກ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 9-11.5 ມມ, ປາຍເປັນ 5 ແສກ, ຊ້ອນເຫຼືອມກັນ, ວຽນຊ້າຍ, ຜິວດ້ານນອກມີຂົນສີຂາວ. ເກສອນເພດຜູ້ມີ 5 ອັນ, ກ້ານຊູເຊື່ອມຕິດກັນໃນຫຼອດກີບດອກ, ໂຄນກ້ານຊູມີຂົນ, ຖົງລະອອງແຄບ, ຮູບລູກສອນ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງແຍກອອກຈາກກັນ, ຄໍເຕົ້າໄຂ່ເຊື່ອມຕິດກັນ, ຍາວ 1.8-2.5 ຊມ. ໝາກເປັນຝັກຄູ່ຫ້ອຍໂຄ້ງລົງ, ລັກສະນະຮູບຊົງກະບອກແຄບ, ກ້ວາງ 0.3-0.8 ຊມ, ຍາວ 18-43 ຊມ, ໂຄນແປ, ປາຍຝັກແຫຼມ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນຈຳນວນຫຼາຍ, ລັກສະນະແປ, ຂະໜາດ 1.3-1.7 ມມ, ສີນ້ຳຕານ, ກ້ຽງ, ມີຂົນສີຂາວຈັບແບບກະຈຸກ, ຈັບຢູ່ຍອດແກ່ນສາມາດປິວໄປຕາມລົມໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຕົ້ມດື່ມແກ້ອາການຖອກທ້ອງ, ເຈັບທ້ອງບິດ, ຊ່ວຍຂັບເລືອດ, ຂັບເລືອດປະຈຳເດືອນຂອງແມ່ຍິງ ແລະ ຊ່ວຍຂັບເລືອດເສຍ.
  • ເປືອກຕົ້ນ: ຊ່ວຍແກ້ອາການທ້ອງຂີ້ຮາກ (ເປືອກ, ນ້ຳມັນຈາກເມັດ), ຊ່ວຍຈະເລີນອາຫານ, ບຳລຸງທາດທັງ 4 , ເປັນຢາແກ້ເບົາຫວານ, ປຸງເປັນຢາແກ້ໄຂ້ສັ່ນ, ແກ້ໄຂ້ເນື່ອງຈາກລົມ, ແກ້ໄຂ້ເນື່ອງຈາກເລືອດ, ແກ້ໄຂ້ພິດ, ຊ່ວຍຂັບເສມຫະເປັນພິດ, ແກ້ພະຍາດລຳໄສ້, ແກ້ທ້ອງບິດ, ແກ້ທ້ອງບິດມູກເລືອດ, ເປືອກແຫ້ງນຳມາທາຕົວແກ້ທ້ອງໃຫຍ່ໄດ້, ແກ້ດີພິການ, ຊ່ວຍຂັບນ້ຳເຫຼືອງເສຍ, ນຳມາຕົ້ມດື່ມຊ່ວຍແກ້ອາການເຈັບກ້າມເນື້ອ ແລະ ຊ່ວຍຟອກເລືອດ.
  • ເນື້ອໄມ້ ຫຼື ແກ່ນໄມ້: ເປັນຢາແກ້ພະຍາດຜິວໜັງ ແລະ ກາກເກື້ອນ.
  • ໃບ: ຊ່ວຍຮັກສາຫຼອດລົມອັກເສບ, ຂັບພະຍາດພິດໃນທ້ອງ, ຂັບພະຍາດແມ່ທ້ອງ, ນຳມາຕົ້ມອາບຮັກສາພະຍາດຫິດ (ເປຶອກ, ໃບ), ຊ່ວຍຮັກສາແຜ່ພຸພອງ, ຮັກສາຝີ, ຊ່ວຍແກ້ອາການເຈັບກ້າມເນື້ອ ແລະ ຊ່ວຍຂັບນ້ຳນົມຂອງແມ່ຍິງ.
  • ດອກ: ເປັນຢາຂັບພະຍາດພິ ແລະ ຖ່າຍພະຍາດພິດ.
  • ໝາກ: ເປັນຢາແກ້ສັນນິບາດ, ຊ່ວຍແກ້ວັນນະໂຣກຂອງແມ່ຍິງເວລາຢູ່ໄຟ ແລະ ຊ່ວຍຂັບເລືອດ.
  • ແກ່ນ: ເຮັດໃຫ້ແຂ້ວແຂງແຮງ, ເປັນຢາແກ້ໄຂ້, ແກ້ຖອກທ້ອງ, ແກ້ໄຂ້ເພື່ອເກີດສານໂຣກ, ຊ່ວຍຂັບລົມ, ຊ່ວຍໃນການຂັບຖ່າຍ, ແກ້ທ້ອງເສຍ,​ ແກ້ທ້ອງບິດ, ຊ່ວຍຖາຍພະຍາດພິດໃນລຳໄສ້,​ ຮັກສາແຜ່, ຮັກສາແຜ່ໃນລຳໄສ້, ຊ່ວຍແກ້ຕານເຕັ້ນ ແລະ ຊ່ວຍຮັກສາພະຍາດຜິວໜັງ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບ.

ນອກນີ້ເນື້ອໄມ້ຍັງສາມາດນຳມາປະດິດເປັນເຄື່ອງໃຊ້ສອຍໃນເຮືອນ.

ສານສຳຄັນທີ່ພົບ: ສານ ອັນຄາລອຍປະມານ 4,5% ເຊິ່ງປະກອບໄປດ້ວຍ Conessine, Kurchine ແລະ Kurchicine. ສ່ວນໃນໃບພົບສານ kurchamine ແລະ kurchessine. ເປືອກຕົ້ນພົບສານ Conessine ຈຳນວນ 0,4% ສາມາດນຳມາຮັກສາພະຍາດບິດໄດ້ແຕ່ບໍ່ນິຍົມເນື່ອງຈາກມີຜົນຂ້າງຄຽງຕໍ່ລະບົບປະສາດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,