ຕົ້ນລຳດວນ
White cheesewood
Melodorum fruticosum Lour.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫອມນວນ ແລະ ລຳດວນຊື່ສາມັນ: White cheesewood, Devil tree ແລະ Lamdmanຫວຽດນາມ: Du dê
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Magnoliales
- ຊື່ສະກຸນ
- Annonaceae
- ສະກຸນ
- Melodorum
- ຊະນິດ
- Melodorum fruticosum
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນຕັ້ັງຊື່, ສູງ 10-15 ມ, ແຕກກິ່ງກ້ານຈຳນວນຫຼາຍ, ປາຍຍອດເປັນຟຸ່ມ, ເປືອກຕົ້ນລຽບ, ສີເທົາ, ພາກສ່ວນແກ່ເປັນສີນ້ຳຕານ, ມີຮອຍແຕກຕາມລວງຍາວ, ກິ່ງເປັນສີຂຽວສົດ, ຍອດ ແລະ ໃບເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 2-3 ຊມ, ຍາວ 8-10 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ,ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ. ກ້ານໃບຍາວ 0.5-0.7 ຊມ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍກິ່ງ. ດອກຍ່ອຍມີ 2-3 ດອກ, ຮູບໄຂ່ ຫຼື ຮູບເກືອບກົມ, ມີຂະໜາດເສັ້ນຜ່າສູນກາງ 2-2.5 ຊມ, ສີເຫຼືອງອ່ອນ, ມີກິ່ນຫອມ. ກາບດອກມີ 3 ກາບ, ຂະໜາດນ້ອຍ, ຮູບເກືອບກົມ, ປາຍມົນ, ມີຂົນກະຈາຍຫ່າງໆ. ກີບດອກມີ 6 ກີບ, ມີ 2 ຊັ້ນ, ກີບຊັ້ນນອກມີ 3 ກີບ, ຮູບສາມຫຼຽມ, ກ້ວາງປະມານ 1 ຊມ, ຍາວ 1.2 ຊມ, ປາຍແຫຼມ, ຂອບລຽບ, ກີບຊັ້ນໃນມີ 3 ກີບ, ປາຍງຸມເຂົ້າຫາກັນ, ຮູບໂດມ, ໜາ, ກ້ວາງປະມານ 0.6 ຊມ, ຍາວປະມານ 0.9 ຊມ. ເກສອນເພດຜູ້ມີຈຳນວນຫຼາຍ, ຈັບຢູ່ຖານຮອງດອກ. ເຕົ້າໄຂ່ມີຂົນປົກຄຸມຈຳນວນຫຼາຍ. ກ້ານດອກຍາວປະມານ 2.5 ຊມ. ໝາກກຸ່ມ, ມີເນື້ອ, ໝາກຍ່ອຍມີ 15-27 ໜ່ວຍ, ຮູບຮີ, ຮູບໄຂ່ ຫຼື ຮູບກົມ, ກ້ວາງປະມານ 2 ຊມ, ຍາວ 0.5-1 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີແດງ, ໝາກສຸກເປັນສີຟ້າ ຫຼື ມີຄາບສີຂາວ. ແກ່ນມີ 1-2 ເມັດ. ກ້ານໝາກຍາວປະມານ 1 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ:
- ໝາກສຸກ: ມີຣົດຊາດຫວານສາມາດນຳມາກິນໄດ້.
ສັບພະຄຸນ:
- ດອກແຫ້ງ: ມີສັບພະຄຸນເປັນຢາບຳລຸງກຳລັງ, ບຳລຸງເລືອດ, ບຳລຸງຫົວໃຈ, ແກ້ລົມວິນຫົວ, ແກ້ໄຂ້ ແລະ ແກ້ອາການໄອ. ເມື່ອນຳມາປະສົມກັບດອກບົວຫຼວງ, ດອກກະດັນງາ, ດອກຈຳປາ, ດອກພິກຸນ, ດອກບຸນນາກ, ດອກມະລິ, ດອກສານຜີ ແລະ ດອກລຳຈຽບ ເປັນຕຳລັບຢາຊ່ວຍແກ້ໄຂ້, ແກ້ຮ້ອນໄດ້ເນື່ອງຈາກຂາດນ້ຳ, ຊ່ວຍຊູກຳລັງ, ແກ້ອາການອ່ອນເພຍ, ຊ່ວຍບຳລຸງຫົວ, ແກ້ພິດພິການ ແລະ ແກ້ເປັນລົມ.
ນ້ຳມັນຫອມລະເຫີຍ: ດອກສາມາດນຳມາສະກັດນ້ຳມັນຫອມລະເຫີຍໄດ້ ຮ້ອຍລະ 0.08%.
ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບໂດຍທົ່ວໄປເນື່ອງຈາກຕົ້ນເປັນຟູຸ່ມ ແລະ ດອກມີກິ່ນຫອມ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
Mongkol, R., Piapukiew, J. and Chavasiri, W. (2016). Chemical constituents from Melodorum fruticosum Lour. flowers against plant pathogenic fungi. Agriculture and Natural Resources 50: 270-275.
Turner, I.M. (2018). Annonaceae of the Asia-Pacific region: names, types and distributions. Gardens' Bulletin Singapore 70 (1): 409–744.
Theilade, I., Schmidt, L., Chhang, P. and McDonald, J.A. (2011). Evergreen swamp forest in Cambodia: floristic composition, ecological characteristics, and conservation status. Nordic Journal of Botany 29: 71-80.
Turreira-Garcia, N., Argyriou, D., Chhang, Ph., Srisanga, P. and Theilade, I. (2017). Ethnobotanical knowledge of the Kuy and Khmer people in Prey Lang, Cambodia. Cambodian Journal of Natural History (1) 76–101.
Sukcharoen, O., Sirirote, P., Thanaboripat, D. (2018). Potential of Melodorum fruticosum Lour. essential oil against aflatoxigenic Aspergillus strains. International Food Research Journal 25(2): 534-539.
Hongnaka, S., Jongaramruongb, J., Khumkratokc, S., Siriphongd, P., Tippyanga, S. (2015). Chemical Constituents and Derivatization of Melodorinol from the Roots of Melodorum fruticosum. Natural Product Communications. 10(4). https://doi.org/10.1177/1934578X1501000426

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,