ເລກລຳດັບທີ: 2593
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນເຂົ້າລີບ
Barleria
Barleria strigosa Willd.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຂີ້ໄຟນົກຂຸ້ມ, ກຳແພງໃຫຍ່, ກວາງຫີແສະ, ຈຸກໂລຮີນີ, ຫຍ້າຫອນໄກ່, ຫຍ້າຫົວນາກ, ເພີງດີ ແລະ ສັງກອນນີ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Lamiales
ຊື່ສະກຸນ
Acanthaceae
ສະກຸນ
Barleria
ຊະນິດ
Barleria strigosa
ຊື່ພ້ອງ
Barleria caerulea Roxb.
Barleria fasciculata Russell ex Wall.
Barleria macrophylla F.Heyne ex C.B.Clarke
Barleria polytricha Wall.
Barleria polytricha var. polystachya C.B.Clarke
Barleria strigosa var. subglabra Kuntze
Barleria strigosa var. terminalis (Nees) C.B.Clarke
Barleria unilateralis Buch.-Ham. ex Wall.
Pseudobarleria hirsuta Oerst.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນແຕກກິ່ງກ້ານສາຂາຈຳນວນຫຼາຍ, ສູງ 60-120 ຊມ, ລຳຕົ້ນມີໜາມ, ມີຂໍ້, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມຢູ່. ໃບດ່ຽວ, ອອກຮຽງກົງກັນຂ້າມ ສອງແຜ່ນພຽງສະຫຼັບຕັ້ງສາກ, ອອກຕາມຂໍ້ຂອງລຳຕົ້ນ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-7 ຊມ, ຍາວ 10-15 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ມີຕິ່ງໜາມ, ສີຂຽວເຂັ້ມ, ແຜ່ນໃບດ້ານລຸ່ມມີຂົນກະຈາຍຕາມເສັ້ນກ່າງກາງໃບ, ແຜ່ນໃບດ້ານເທິງມີຂົນກະຈາຍຫ່າງໆ. ກ້ານໃບແປ, ຍາວ 0.2-0.5 ຊມ. ຊໍ່ດອກແບບກະຈະແໜ້ນ, ອອກຕາມງ່າມໃບ ແລະ ປາຍຍອດ. ດອກຍ່ອຍມີ 10 ດອກ, ເມື່ອບານເຕັມທີມີເສັ້ນຜ່າສູນກາງປະມານ 4 ຊມ, ຮູບປາກເປີດ. ກ້ານດອກຍ່ອຍຍາວປະມານ 5 ມມ. ໃບປະດັບມີ 2 ໃບຫຸ້ມໂຄນດອກໄວ້, ຮູບຮີ ຫຼື ຮູບຫອກ, ກ້ວາງປະມານ 4 ມມ, ຍາວປະມານ 10 ຊມ, ຂອບແສກແຂ້ວ, ປາຍແຫຼມ. ກາບດອກມີ 2 ຄູ່, ໂຄນເຊື່ອມຕິດກັບ, ປາຍແຍກອອກເປັນ 2 ແສກ, ຮຽງກົງກັນຂ້າມກັນ, ຄູ່ນອກຮູບໄຂ່, ກ້ວາງປະມານ 1.6 ຊມ, ຍາວປະມານ 2.5 ຊມ, ຂອບແສກແຂ້ວ, ປາຍແຫຼມ, ຄູ່ດ້ານໃນເປັນຮູບຫອກ, ກ້ວາງປະມານ 2 ມມ, ຍາວປະມານ 10 ມມ, ຂອບມີຕ່ອມ, ປາຍຮຽວແຫຼມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວປະມານ 2.5 ຊມ, ປາຍແຍກອອກເປັນ 4 ແສກ, ຮູບໄຂ່, ກ້ວາງ ປະມານ 2 ຊມ, ຍາວ 1.5 ຊມ, ຂອບລຽບ, ປາຍມົນ, ກີບປາກລຸ່ມມີ 1 ກີບ, ຮູບໄຂ່ປີ້ນ, ກ້ວາງປະມານ 1.5 ຊມ, ຍາວປະມານ 2 ຊມ, ກີບດອກດ້ານນອກລຽບ, ດ້ານໃນມີຂົນ, ສີມ່ວງ. ເກສອນເພດຜູ້ມີ 5 ອັນ, ຕິດຢູ່ໂຄນຫຼອດກີບດອກ, ແບ່ງອອກເປັນ 2 ຄູ່, ກ້ານເກສອນຍາວປະມານ 2 ຊມ, ໂຄນມີຂົນສັ້ນ, ຖົງລະອອງຮູບຂອບຂະໜານ, ກ້ວາງປະມານ 1.5 ມ, ຍາວປະມານ 4 ມມ, ແຕກຕາມລວງຍາວ, ສີມ່ວງ, ເກສອນເພດຜູ້ຄູ່ຍາວປະມານ 4 ມມ, ມີຂົົນປົກຄຸມຢູ່ທົ່ວ, ຖົງລະອອງກ້ວາງ 0.5, ຍາວປະມານ 1 ມມ ແລະ ມີເກສອນເພດຜູ້ເປັນໝັນອີກ 1 ອັນ. ເຕົ້າໄຂ່ຈັບເທິງ, ຮູບຂອບຂະໜານ, ກ້ວາງປະມານ 1.5 ຊມ, ຜິວລຽບ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 2 ເມັດໄຂ່, ເຕົ້າໄຂ່ສູງປະມານ 2 ມມ, ຄໍເຕົ້າໄຂ່ຍາວ 4-5 ຊມ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວປະມານ 5 ມມ. ໝາກເປັນຝັກແປ, ກ້ຽງ, ສີນ້ຳຕານ, ໝາກແຫ້ງແຕກໄດ້. ແກ່ນມີ 4 ແກ່ນ, ຮູບກົມ, ແປ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ເປັນຢາບຳລຸງກຳລັງ (ຕົ້ມກັບເຄືອຮໍສະພານຄວາຍ ແລະ ດູ່ເຄືອ), ປຸງເປັນຢາຖອນພິດໄຂ້, ດັບພິດໄຂ້ທຸກຊະນິດ, ແກ້ໄອ, ຕົ້ມດື່ມແກ້ຮ້ອນໃນເນື່ອງ ຈາກຂາດນ້ຳ, ດັບພິດຮ້ອນ, ຊ່ວຍຫຼຸດພິດຮ້ອນໃນຮ່າງກາຍ, ຕົ້ມດື່ມແກ້ເລືອດດັງໄຫຼ ແລະ ຊ່ວຍຂັບນ້ຳຄາວປາຫຼັງເກິດລູກຂອງຜູ້ຍິງ (ຕົ້ມກັບຮາກຂິ້ເຫຼັກບ້ານ ຫຼື ຮາກຕົ້ນກ້າງປາແດງ).
  • ໃບ: ແກ້ໄຂ້ຫວັດໃຫຍ່, ແກ້ເລືອດດັງອອກ, ແກ້ອາການຄໍອັກເສບ, ຕ່ອມທອນຊິນອັກເສບ ແລະ ຮັກສາວັນນະໂຣກປອດໄດ້ອີກດ້ວຍ.
  • ທັງຕົ້ນ: ຕົ້ມດື່ມເປັນຢາບຳລຸງກຳລັງ, ແກ້ອາການໄອເປັນເລືອດ ແລະ ດອງເຫຼົ້າດື່ມເປັນຢາບຳລຸງນ້ຳໜັກ.
  • ບໍ່ລະບຸສວ່ນທີ່ໃຊ້: ແກ້ໄຂ້ສັ່ນ, ຊ່ວຍຂັບປັດສະວະ ແລະ ແກ້ປັດສະວະຂັດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,