ເລກລຳດັບທີ: 2580
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫຍ້າໂຄຍງູແດງ
Kuay ngu daeng
Cyathula prostrata (L.) Blume
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫຍ້າພັນງູນ້ອຍ, ຄວຍງູນ້ອຍ, ຫຍ້າຄວຍງູ, ງູນ້ອຍ, ພັນງູແດງ ແລະ ຫຍ້າພັນງູແດງ.ຈີນ: 痛苦的, 红烧小便, 皮海, 北县 ແລະ 杯苋 (bei xian).ອັງກິດ: Hookweed.ມາເລເຊຍ: Daun Ngarang.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Caryophyllales
ຊື່ສະກຸນ
Amaranthaceae
ສະກຸນ
Cyathula
ຊະນິດ
Cyathula prostrata
ຊື່ພ້ອງ
Achyranthes alternifolia L.f.
Achyranthes debilis Poir.
Achyranthes diffusa Moench
Achyranthes globosa Pers.
Achyranthes mollis Lepr. ex Seub.
Achyranthes prostrata L.
Achyranthes repens B.Heyne ex Roth
Cyathula alternifolia Druce
Cyathula geniculata Lour.
Cyathula globosa Moq.
Cyathula prostrata var. prostrata
Cyathula repens Moq.
Desmochaeta globosa Schult.
Desmochaeta micrantha DC.
Desmochaeta prostrata (L.) DC.
Desmochaeta repens Schult.
Pupalia prostrata (L.) Mart.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟູຸ່ມຂະໜາດນ້ອຍ, ມີອາຍຸຫຼາຍປີ. ລຳຕົ້ນສູງ 30-60 ຊັງຕິແມັດ, ມີລັກສະນະເປັນສີ່ຫຼ່ຽມ, ມີຂໍ້, ຜິວເປືອກລຽບ ຫຼື ມີຂົນເລັກນ້ອຍຕາມກິ່ງອ່ອນ, ສີແດງ ຫຼື ສີມ່ວງ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກ້ວາງ 1-2 ຊມ, ຍາວ 3-6 ຊມ, ໂຄນໃບມົນ, ຂອບລຽບ, ປາຍມົນ ຫຼື ແຫຼມ, ຜິວໃບມີສີຂຽວອົມແດງ ຫຼື ສີມ່ວງ. ຊໍ່ດອກແບບຫາງກະຫອກ, ອອກຕາມງ່າມໃບ ຫຼື ບໍລິເວນປາຍຍອດ, ຍາວ 15-45 ຊັງຕິແມັດ. ດອກຍ່ອຍບໍລິເວນສ່ວນປາຍຊໍ່ອອກແບບກະຈຸກ. ກີບລວມມີ 5 ກາບ, ຮູບຮີ, ສີຂຽວອ່ອນ, ມີຂົນກະຈາຍຢ່າງໜາແໜ້ນ. ເກສອນເພດຜູ້ມີ 9 ອັນ. ໝາກແຫ້ງ, ຮູບສາມຫຼ່ຽມ, ຜິວລຽບ, ໝາແຫ້ງແລ້ວແຕກ. ແກ່ນມີສີນ້ຳຕານມັນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ນຳມາຕໍາທາຮອບຄໍແກ້ອາການໄອ, ປຸງເປັນຢາແກ້ທ້ອງບິດ, ເປັນຢາຂັບສານພິດ ແລະ ແກ້ປັດສະວະຂັດ.
  • ໃບ: ເປັນຢາແກ້ພະຍາດຊາງ, ແກ້ພະຍາດຕຸ່ມໃນຊອງປາກຂອງເດັກນ້ອຍ, ແກ້ຄໍອັກເສບ, ແກ້ຕຸ່ມໃນຄໍ, ໃຊ້ຕໍາພອກແກ້ພະຍາດມະເຮັງຜິວໜັງ, ມະເຮັງຕານເຕັ້ນ ແລະ ພະຍາດອິສຸກອິໄສ.
  • ດອກ: ແກ້ເສມຫະ, ໃຊ້ເປັນຢາແກ້ນິ້ວ ແລະ ລະລາຍກ້ອນນິ້ວ.
  • ທັງຕົ້ນ: ຕົ້ມດື່ມແກ້ເບື່ອເມົາ, ຊ່ວຍຂັບພິດຮ້ອນຖອນພິດໄຂ້, ແກ້ໄຂ້ລະເມີ, ແກ້ໄອ, ຂັບເສມຫະ, ແກ້ທ້ອງບິດ, ທ້ອງບິດຕິດເຊື້ອ, ເປັນຢາແກ້ຂັດ, ຊ່ວຍຂັບປັດສະວະ, ແກ້ນິ້ວ, ຂັບນິ້ວ, ຊ່ວຍຂັບປະຈຳເດືອນຂອງຜູ້ຍິງ, ແກ້ອາການບວມເນື່ອງຈາກຕັບ ແລະ ມ້າມໃຫຍ່ (ນຳມາຕົ້ມດື່ມ), ຕໍາພອກ ຫຼື ທາແກ້ພະຍາດຜິວໜັງ, ແກ້ພິດຂີ້ເຂັບ, ່ແມງງອດ ແລະ ງູກັດ, ຊ່ວຍແກ້ພິດຝີ, ຮັກສາຝີໜອງພາຍນອກ, ແກ້ອາການເຈັບບວມ, ບັນເທົາອາການເຈັບ, ອັກເສບ ແລະ ແກ້ຟົກຊໍ້າ.
  • ສານສະກັດ: ບັນເທົາອາການເຈັບ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,