ເລກລຳດັບທີ: 2572
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຄືອຕົດໝານ້ອຍ
Fever Vine
Paederia linearis Hook.fil.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕຳຍານຕົວຜູ້, ເຄືອຕົດໝາ, ຫຍ້າຕົດໝາ, ພັງໂຫມ, ຍ່ານພາໂຫມ, ຕົດໝູຕົດໝາ ແລະ ຫຍ້າຕົດໝູຕົດໝາ. ອັງກິດ: Fever vine.
ອະນຸກົມວິຖານ
ຊື່ສະກຸນ
Rubiaceae
ຊື່ພ້ອງ
Hondbesseion lineare (Hook.f.) Kuntze
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນເຄືອຂະໜາດນ້ອຍ, ເນື້ອໄມ້ອ່ອນ, ມີຂໍ້, ຂະໜາດເສັ້ນຜ່າສູນກາງ 2.8-5 ຊມ, ມີກິ່ນເໝັນ, ທຸກພາກສ່ວນມີຢາງສີຂາວ, ຍອດອ່ອນ, ກ້ານໃບ, ກ້ານຊໍ່ດອກ ແລະ ໝາກມີຂົນສັ້ນປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມຕາຂໍ້, ຮູບຫອກ, ກ້ວາງ 1-2 ຊມ, ຍາວ 7.1-12 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ ຫຼື ຮຽວຍາວ, ແຜ່ນໃບໜາ, ຜິວໃບຂ້ອນຂ້າງເຂັ້ມ, ຜິວໃບລຽບທັງສອງດ້ານ ຫຼື ມີຂົນສັ້ນກະຈາຍຫ່າງໆ. ກ້ານໃບກົມ, ຍາວ 1.2-2.3 ຊມ. ຊໍ່ດອກອອກບໍລິເວນງ່າມໃບ ແລະ ປາຍຍອດ, ຍາວ 15-25 ຊມ. ດອກຍ່ອຍມີຈຳນວນຫຼາຍ, ອອກແບບກະຈຸກ, ຮູບຈວຍ. ກາບດອກມີ 5-6 ແສກ, ສີຂຽວ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຫຼອດຍາວ 2-4 ຊມ, ປາຍແຍກອອກເປັນ 5 ແສກ, ເປັນວັກຕື້ນ, ສີມ່ວງ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ເຕົ້າໄຂ່ຈັບລຸ່ມ. ໝາກຮູບໄຂ່ ຫຼື ຮູບກົມ, ກ້ວາງ 0.4-0.5 ຊມ, ຍາວ 0.5-0.7 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໃບ ແລະ ຍອດອ່ອນ: ກິນເປັນຜັກສົດກິນກັບແຈ່ວ, ກັບລາບ ແລະ ຕຳໝາກມ່ວງ ຫຼື ນຳມາຫຼວກກີນກັບແຈ່ວ.

ສັບພະຄຸນ:

  • ຮາກ: ຝົນຍອດຕາແກ້ຕາຟາງ, ເຈັບຕາ ຫຼື ນຳມາຕົ້ມດື່ມແກ້ຕາມົວ ແລະ ຕາຟາງ, ຕົ້ມດື່ມເຮັດໃຫ້ປວດຮາກ, ຝົນທາແກ້ລິດຊີດວງທະວານໜັກ ແລະ ແກ້ອາການອາຫານບໍ່ຍ່ອຍ.
  • ເຄືອ: ແກ້ທາດພິການ, ເປັນຢາອາຍຸວັນນະ, ແກ້ພະຍາດຕີນຊ້າງ, ແກ້ຕົວຮ້ອນ, ຮັກສາອາການອັກເສບຂອງເງືອກ, ແກ້ຖອກທ້ອງ, ຊ່ວຍຂັບລົມໃນລຳໄສ້, ແກ້ທ້ອງອືດທ້ອງເຟີ້, ເປັນຢາລະບາຍອ່ອນ, ຊ່ວຍຂັບພະຍາດພິດ, ແກ້ບີອັກເສບ, ໃຊ້ທາແຜທີ່ຖືກງູກັດ ແລະ ຊ່ວຍຖອນຜິດງູ.
  • ໃບ: ເປັນຢາແກ້ອາການເຈັບແຂ້ວ (ໃບ, ໝາກ), ເປັນອາຫານບຳລຸງກຳລັງຄົນໄຂ້ ຫຼື ຄົນສູງອາຍຸ, ຕຳພອກແກ້ອາການເຈັບຫົວ, ແກ້ອາການເຈັບແສບເຈັບຮ້ອນ, ຊ່ວຍແກ້ພິດງູ, ເປັນຢາອາຍຸວັນນະ, ແກ້ທາດພິການ, ແກ້ຕານຊ້າງ, ແກ້ຕົວຮ້ອນ, ໄຂ້ສັ່ນ, ແກ້ອາການອັກເສບທີ່ເຫງືອກ, ເປັນຢາລະບາຍອ່ອນໆ, ແກ້ອາການອັກເສບຂອງບີ ແລະ ອາການຄັນຕາມຜິວໜັງ.
  • ຍອດອ່ອນ: ໃຊ້ປະສົມເຂົ້າຕຳລັບຢາແກ້ທ້ອງອືດ, ຂັບລົມໃນລຳໄສ້, ບຳລຸງທາດ, ແກ້ອາການເຈັບທ້ອງ, ຈຸກສຽດແໜ້ນທ້ອງ, ຊ່ວຍຂັບນິິ້ວ (ເຄືອ, ຍອດ), ແກ້ອາການອັກເສບທີ່ບໍລິເວນຄໍ ແລະ ປາກ, ເປັນຢາຂັບນ້ຳນົມຂອງແມ່ຍິງ.
  • ດອກ: ແກ້ໄຂ້ສັ່ນ ແລະ ຊ່ວຍຂັບນ້ຳນົມ.
  • ໝາກ: ແກ້ໄຂ້ສັ່ນ, ໄອຫືດ, ແກ້ອາການຫຼອດລົມອັກເສບ, ທ້ອງໃຄ່ ແລະ ຮັກສາລິດຊີດວງ.
  • ທັງຕົ້ນ: ເປັນຢາອາຍຸວັນນະ, ແກ້ອາການຕົວຮ້ອນ, ເປັນຢາຖອນພິດເຫຼົ້າ, ຢາສູບ ແລະ ພິດຈາກອາຫານ, ຊ່ວຍຂັບລົມ, ເປັນຢາແກ້ຖອກທ້ອງ, ຂັບພະຍາດພິດແມ່ທ້ອງ ແລະ ຕົ້ມດື່ມເປັນຢາຂັບປັດສະວະ.
  • ທຸກພາກສ່ວນ: ເປັນຢາແກ້ໄຂ້, ຊ່ວຍຂັບເສມຫະ, ແກ້ຟົກບວມໃນທ້ອງ ແລະ ຊ່ວຍບຳລຸງທາດ.

ໄມ້ປະດັບ: ປູກເປັນໄມ້ປະດັບຕາມຮົ້ວຮາວບ້ານ ເນື່ອງຈາກມີຂະໜາດນ້ອຍ ແລະ ມີດອກທີ່ງົດງາມ.

ນອກຈາກນີ້ແລ້ວຮາກຍັງສາມາດນຳມາຕຳກັບຂ້າວໜຽວເຮັດໃຫ້ເຂົ້າພວງຂຶ້ນເຊັ່ນ: ເຂົ້າເຂບ. ແລ້ວຍັງສາມາດນຳມາເປັນອາຫານສັດໄດ້ອິກກ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,