ເລກລຳດັບທີ: 2570
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສົ້ມກົບ
Bridal Couch Tree
Hymenodictyon orixense (Roxb.) Mabb.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຕາລາ, ລຸ, ສົ້ມລຸ, ສົ້ມກົບ, ສົ້ມເຫັດ ແລະ ສັ່ງເຫາະຈີນ: 图连 ແລະ 毛土连翘 (mao tu lian qiao)ຫວຽດ: VỎ DỤT
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Gentianales
ຊື່ສະກຸນ
Rubiaceae
ສະກຸນ
Hymenodictyon
ຊະນິດ
Hymenodictyon orixense
ຊື່ພ້ອງ
Benteca rheedei Roem. & Schult.
Cinchona excelsa Roxb.
Cinchona orixensis Roxb.
Cinchona thyrsiflora Roxb.
Exostema philippicum Schult.
Hymenodictyon excelsum (Roxb.) Wall.
Hymenodictyon excelsum (Roxb.) DC.
Hymenodictyon excelsum var. canescens Pierre ex Pit.
Hymenodictyon excelsum var. subglabrum Pierre ex Pit.
Hymenodictyon excelsum var. velutinum Pierre ex Pit.
Hymenodictyon rheedei (Roem. & Schult.) M.R.Almeida & S.M.Almeida
Hymenodictyon thyrsiflorum Wall.
Hymenodictyon utile Wight
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນຕັ້ງຊື່, ສູງ 10-20 ມ, ລະສະນະອອກຟຸ່ມກົມ, ແຕກກິ່ງກ້ານຈຳນວນຫຼາຍ, ເປືອກຕົ້ນໜາ, ແຕກອອກເປັນເກັດ, ເປືອກຕົ້ນມີສີນ້ຳຕານປົນສີເທົາ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ ຫຼື ອອກກະຈຸກຕາມປາຍກິ່ງ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 8-12 ຊມ, ຍາວ 12-25 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍມົນ ຫຼື ມີຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບມີຂົນປົກຄຸມທັງສອງດ້ານ. ກ້ານໃບຍາວປະມານ 6 ຊມ, ສີແດງອ່ອນ. ຫູໃບຂະໜາດນ້ອຍ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍກິ່ງ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກມີລັກສະນະຄືເສັ້ນໃບ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຮູບຈວຍ, ປາຍແຍກເປັນ 5 ແສກ, ກ້ວາງ 3-5 ຊມ, ຍາວ 6-8 ຊມ, ສີຂາວ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ໃຈກາງດອກ. ເຕົ້າໄຂ່ມີ 2 ຫ້ອງ, ຄໍເຕົ້າໄຂ່ຍາວປະມານ 2 ມມ, ປາຍຮວງຮັບສີຂຽວ. ໝາກຮູບຮີ, ຍາວ 2-3 ຊມ, ຢູ່ຮ່ວມກັນເປັນພວງຫ້ອຍລົງມາ, ໝາກແຫ້ງແລ້ວແຕກ, ສີນ້ຳຕານແດງ. ແກ່ນມີຈຳນວນຫຼາຍ, ມີປີກບາງຈັບຢູ່ສ່ວນປາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ໃບອ່ອນ: ມີຣົດຊາດສົ້ມສາມາດກິນສົດ ຫຼື ລວກກິນກັບແຈ່ວໄດ້.

ສັບພະຄຸນ:

  • ຮາກ, ແກ່ນ ແລະ ເປືອກ: ເປັນຢາແກ້ໄຂ້ພິດຕ່າງໆ, ຊ່ວຍລະງັບຄວາມຮ້ອນ, ໃຊ້ເປັນຢາຂັບພິດຮ້ອນຖອນພິດໄຂ້, ແກ້ໄຂ້ຕົວຮ້ອນ, ໄຂ້ຫວັດ, ໄຂ້ສັ່ນ, ແກ້ອາການຮ້ອນໃນຂາດນ້ຳ.
  • ຮາກ ແລະ ໃບ: ເປັນຢາທາພາຍນອກ ແກ້ຂໍອັກເສບ, ແກ້ເຈັບແດງຕາມຂໍ້ ແລະ ໃຊ້ເປັນຢາດູດພິດຝີໜອງ.
  • ຮາກ ແລະ ແກ່ນ: ແກ້ອາການໄອ ແລະ ຊ່ວຍຂັບເສມຫະ.

ເນື້ອໄມ້: ສາມາດນຳມາເຮັດເຟີນິເຈີ ຫຼື ເຮັດຝາບ້ານເປັນຕົ້ນ.

ສານທີ່ພົບ: ເປືອກຕົ້ນ ແລະ ໃບພົບສານຫຼາຍຊະນິດໄດ້ແກ່ Aesculin, Scopoletin, ສ່ວນຮາກພົບສານ Rubiadin, Lucidin, Damnacanthal, Morindon, Nordamnacanthal, 2-Benzylxanthopurpurin, 6-Methyllalizarin ແລະ Anthragallol.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,