ໝາກມີ້ປ່າ
Monkey fruit
Artocarpus lacucha Buch.-Ham. ex D.Don
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
Artocarpus ficifolius W.T.Wang
Artocarpus lakoocha Roxb.
Artocarpus mollis Wall.
Artocarpus reticulatus B.Heyne ex Wall.
Artocarpus yunnanensis H.H.Hu
Saccus lakoocha (Roxb.) Kuntze
ນິເວດວິທະຍາ
ການນຳໃຊ້
ພືດເປັນຢາ
ສີ່ງປູກສ້າງ
ອາຫານ:
- ໃບ ຫຼື ຍອດອ່ອນ: ນຳມາເປັນເຄື່ອງຄຽງກິນກັບແຈ່ວ, ລາບ ຫຼື ກ້ອຍ.
- ເປືອກ: ມີຣົດຊາດຟາດສາມາດນຳມາຄ້ຽວກັບໝາກແທນສີສຽດໄດ້.
- ໝາກສຸກ: ສາມາດຮັບປະທານເປັນໝາກໄມ້ໄດ້.
ສັບພະຄຸນ:
- ຮາກ: ຕົ້ມດື່ມເປັນຢາແກ້ເຈັບເສັ້ນ, ແກ້ພິດຮ້ອນໃນ, ແກ້ໄຂ້, ຊ່ວຍຂັບພິດ, ຊ່ວຍບຳລຸງເລືອດ ແລະ ແກ້ການອຸດຕັນຂອງເສັ້ນເລືອດ.
- ເປືອກໄມ້: ນຳມາຕົ້ມດື່ມເປັນຢາແກ້ໄຂ້, ຊ່ວຍຂັບພິດ, ຂັບແມ່ທ້ອງ ແລະ ຊ່ວຍຮັກສາແຜ.
- ແກ່ນຕົ້ນ: ເປັນຢາແກ້ລົມ, ຊ່ວຍຂັບເລືອດ, (ແກ່ນ, ແກນເນື້ອໄມ້, ຝຸ່ນຜົງແຫ້ງຂອງໝາກ), ແກ້ເສັ້ນເອັນອັກເສບ (ແກ່ນ, ແກນເນື້ອໄມ້), ແກ້ອາການອາຫານບໍ່ຍ່ອຍ, ແກ້ອາການຈຸກແໜ້ນ, ແກ້ທ້ອງອືດທ້ອງເຟື້, ຊ່ວຍຂັບລົມ, ພາຍລົມ, ມີສັບພະຄຸນເປັນຢາລະບາຍ, ແກ້ອາການບໍ່ຖ່າຍ.
- ຜົງໝາກມີ້ປ່າ: ແກ້ກະໄສລົມ, ລະລາຍເລືອດ, ແກ້ອາການເບື່ອອາຫານ, ແກ້ອາການຂາດນ້ຳ, ແກ້ອາກນທ້ອງອືດ, ອືດທ້ອງ, ຮັກສາຝີໃນທ້ອງ, ຊ່ວຍຂັບປັດສະວະ, (ແກ່ນ, ຝຸ່ນຜົງຂອງໝາກ), ເປັນຢາຖ່າຍພິດ, ພະຍາດເສັ້ນດ້າຍ, ພະຍາດແມ່ທ້ອງກົມ, ພະຍາດແມ່ທ້ອງຝອຍ (ໃຊ້ຝຸ່ນຜົງຂອງໝາກ 3-5 ກຼາມມາລະລາຍນ້ຳດື່ມກ່ອນອາຫານເຊົ້າ ຫຼັງຈາກນັ້ນໃຫ້ກິນຢາຖ່າຍເຂົ້າໄປ), ແກ້ອາການເຈັບຕາມຕົນຕົວ, ຊ່ວຍແກ້ຜື່ນຄັນ ແລະ ຄາຍເຄືອງ.
- ແກ່ນ: ບຳລຸງໝາກໄຂ່ຫຼັງແກ້ເສບ, ຂັບລົມໃນກະເພາະອາຫານ, ແກ້ອາການຈິດໃຈບໍທຸນທ່ຽງ, ໃຈສັ່ນ, ແກ້ອາການນອນບໍ່ຫຼັບ, ເປັນຢາແກ້ໄຂ້ຕ່າໆ, ຊ່ວຍຂັບເສມຫະ, ແກ້ຫອບຫືດ, ແກ້ທ້ອງໃຄ່, ທ້ອງໃຫຍ່, ຊ່ວຍແກ້ນ້ຳຢາງເຫຼືອງອັກເສບ ແລະ ແກ້ອາການປະດົງຂໍທຸກຊະນິດ.
- ໃບ: ແກ້ພະຍາດບວມນ້ຳ.
- ຢາງ ແລະ ແກ່ນ: ມີສັບພະຄຸນເປັນຢາຖ່າຍ.
ພືດເສັ້ນໄຍ: ເສັ້ນໄຍຈາກເປືອກສາມາດນຳມາເຮັດເຊືອກໄດ້.
ສິ່ງປຸກສ້າງ: ເນື້ອໄມ້ມີຄວາມໜຽວ, ແຂງ, ປວກ ແລະ ມອດບໍ່ກິນ, ຕົບແຕ່ງງ່າຍ, ເພາະສະນັ້ນຈຶ່ງນິຍົມນຳມາເຮັດເສົາເຮືອນ, ສ້າງເຮຶອນ, ເຮັດຂົວ, ເຄື່ອງມືທາງການກະເສດ ແລະ ຍັງນຳມາເຮັດຟໍນິເຈີແຕ່ງບ້ານໄດ້ອີກ.
ສິນຄ້າ: ປະຈຸບັນມີການນຳສານສະກັດຈາກໝາກມີ້ປ່າມາເປັນພະລິດຕະພັນຄີມທາຜິວ, ເຊລຳບຳລຸງຜິວ ເນື່ອງຈາກສານສະກັດຈາກໝາກມີ້ປ່າມີປະສິດທິພາບຢັບຢັ້ງເອັນໄຊມ໌ tyrosinase ແລະ ມີປະສິດທິພາບໃນການຢັບຢັ້ງການສ້າງເມລານິນເຮັດໃຫ້ຜິວຂາວຂຶ້ນ.
ດ້ານນິເວດວິທະຍາ: ຕົ້ນໝາກມີ້ປ່າສາມາດປູກເປັນໄມ້ໃຫ້ຮົ່ມ ແລະ ຊ່ວຍປ້ອງກັນການພັງທະລາຍຂອງດິນ.
ໝາຍເຫດ: ຫ້າມກິນໝາກມີ້ປ່າກັບນ້ຳຮ້ອນເພາະຈະເຮັດໃຫ້ເຈັບທ້ອງ, ຖອກທ້ອງ ຫຼື ເກີດອາການປວດຮາກຢ່າງຮຸນແຮງໄດ້ ຫຼື ບາງຄົນອາດມີອາການແພ້ໄດ້.
ນອກຈາກນີ້ແລ້ວໝາກມີ້ປ່າຍັງສາມາດນຳມາເປັນອາຫານສັດເພື່ອຊ່ວຍເພີ່ມການຂັບນ້ຳນົມຂອງສັດ, ນຳເປືອກມາຕົ້ມກັບນ້ຳຮັກສາສິວ, ຮາກສາມາດນຳມາສະກັດສີຍ້ອມຜ້າໄດ້ໂດຍໃຫ້ສີເຫຼືອງ.
ໂພຊະນາການ
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
Jagtap, U.B., Bapat, V.A. (2010). Artocarpus: A review of its traditional uses, phytochemistry and pharmacology. Journal of Ethnopharmacology 129: 142–166.
Hossen, S., Hossain, M.K. (2018). Conservation status of plants in HIMCHARI National Park
COX'S BAZAR Bangladesh. J. biodivers. conserv. bioresour. manag. 4(2).
Gardner, E.M., Zerega, N.J.C. (2020). Taxonomic updates to Artocarpus subgenus Pseudojaca (Moraceae), with a particular focus on the taxa in Singapore. Gardens' Bulletin Singapore 72(2): 173–213.
Hossain, M.F., Islam, M.A., Akhtar S., Numan, S.M. (2016). Nutritional value and medicinal uses of Monkey Jack fruit (Artocarpus lakoocha). International Research Journal of Biological Sciences 5(1), 60-63.
Dutta Pramanick, D. (2017). A Synoptic Account of the Family Moraceae in Uttarakhand. eJournal of Applied Forest Ecology (eJAFE), 5(1): 17-26.
Berg, C.C., Corner, E.J.H., Jarrett, F.M. (2006). MORACEAE genera other than FICUS. Flora Malesiana, Series 17(1): 1–152.