ເລກລຳດັບທີ: 2553
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນແພງຄຳຮ້ອຍ
Salparni
Pleurolobus gangeticus (L.) J.St.-Hil. ex H.Ohashi & K.Ohashi
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນຄັນຕຸງ ແລະ ຕົ້ນແພງຄຳຮ້ອຍ.ໄທ: ນາງໜຽວ, ໜາດອອນ, ອີ່ໜ້ຽວນ້ອຍ, ຫຍ້າຕືດແມວ, ໜູດພະຕັນ,ໜູດພະຜູ້, ກະຕືດແປ, ກະດູກອຶງ, ອ້າຍໜ້ຽວ ແລະ ໜໍ່ໝາກຊ່າຍ.ຈີນ: 红木记潮.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Pleurolobus
ຊະນິດ
Pleurolobus gangeticus
ຊື່ພ້ອງ
Aeschynomene gangetica (L.) Poir.
Aeschynomene maculata (L.) Poir.
Desmodium cavaleriei H.Lev.
Desmodium gangeticum var. maculatum (L.) Baker
Desmodium gangeticum var. ramnagari Haines
Desmodium lanceolatum Walp.
Desmodium maculatum (L.) DC.
Desmodium natalitium Sond.
Desmodium polygonoides Baker
Hedysarum collinum Roxb.
Hedysarum gangeticum L.
Hedysarum lanceolatum Schum. & Thonn.
Hedysarum lanceolatum Schumach. & Thonn.
Hedysarum maculatum L.
Hedysarum ochroleucum Moench
Hedysarum pseudogangeticum Miq.
Meibomia gangetica (L.) Kuntze
Meibomia polygonodes (Baker) Kuntze
Pleurolobus gangeticus J.St.-Hil.
Pleurolobus gangeticus (L.) J. St. Hil.
Pleurolobus maculatus J.St.-Hil.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 60-150 ຊມ, ແຕກກິ່ງກ້ານບໍລິເວນປາຍຂອງລຳຕົ້ນ, ລຳຕົ້ນມີຂົນປົກຄຸມຢ່າງໜາແໜ້ນ, ຍາວປະມານ 1 ມມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີກ້ວາງ ຫຼື ຮູູບໄຂ່, ກ້ວາງ 3.5-7 ຊມ, ຍາວ 5-13 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ ຫຼື ແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານເທິງສີຂຽວປົນສີເທົາ. ກ້ານໃບຍາວ 1-2 ຊມ, ມີຮ່ອງດ້ານເທິງ. ຫູໃບຮູບຫອກ, ສີນ້ຳຕານ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 15-30 ຊມ. ຊໍ່ດອກຍ່ອຍອອກແບບກະຈຸກ. ດອກຍ່ອຍມີ 2-6 ດອກ, ມີຂະໜາດນ້ອຍ, ສີຂຽວອົມຂາວ ຫຼື ສີອອນ. ໃບປະດັບຫຼົ່ນງ່າຍ, ມີີຂົນຮູບຂໍໂຄ້ງ. ກ້ານດອກຍ່ອຍຍາວ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກເປັນ 4 ແສກ, ຍາວປະມານ 2 ມມ. ກີບດອກຮູບດອກຖົ່ວ, ຍາວປະມານ 3 ມມ, ມີຂົນປົກຄຸມ, ສີຂາວ ຫຼື ສີມ່ວງອ່ອນ. ເກສອນເພດຜູ້ມີ 10 ອັນ, ໂຄນເຊື່ອມຕິດກັນ, ປາຍແຍກເປັນ 2 ມັດ. ເຕົ້າໄຂມີຂົນ, ຍາວ 2-4 ມມ. ໝາກເປັນຝັກຮູບແຖບ, ກ້ວາງປະມານ 2 ມມ, ຍາວ 1.2-2 ຊມ, ມີລັກສະນະໂຄ້ງງໍເລັກນ້ອຍ, ແບ່ງເປັນຂໍ້, ມີ 7-9 ຂໍ້, ຜິວໝາກມີຂົນຮູບຂໍໂຄ້ງສັ້ນ. ແກ່ນຮູບໝາກໄຂ່ຫຼັງ, ມີເນື້ອເຍື້ອຫຸ້ມເມັດໃສ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຊ່ວຍຂັບພະຍາດພິດ, ຂັບພະຍາດແມ່ທ້ອງໃນເດັກນ້ອຍ, ຊ່ວຍຂັບປັດສະວະ (ຮາກ, ທັງຕົ້ນ), ແກ້ອາການເຈັບຫົວ, ແກ້ຕົວຮ້ອນ, ແກ້ອາການເຈັບແຂ້ວ, ແກ້ຖອກທ້ອງ ແລະ ຮັກສາອາການອັກເສບຂອງລຳໄສ້.
  • ໃບ: ຕໍຳພອກຮັກສາແຜ, ພອກຖອນພິດໝາກັດ (ຕົ້ນ, ໃບສົດ), ຊ່ວຍຫຼຸດນິ້ວໃນໃນທໍ່ນ້ຳບີ ແລະ ໝາກໄຂ່ຫຼັງ.
  • ທັງຕົ້ນ: ອອກລິດຕໍ່ຕັບ, ແກ້ເສັ້ນເລືອດອຸດຕັນ, ຊ່ວຍບຳລຸງເລືອດ,​ ຫຼຸດຄວາມດັນເລືອດ, ຫຼຸດໄຂມັນໃນເລືອດ, ຊ່ວຍຫຼຸດນ້ຳຕານໃນເລືອດ, ໃຊ້ບຳລຸງກຳລັງ, ເປັນຢາຖ່າຍ, ຊ່ວຍແກ້ປະຈຳເດືອນມາບໍ່ປົກກະຕິ ຫຼື ປະຈຳເດືອນບໍມາຂອງຜູ້ຍິງ, ໃຊ້ເປັນຢາຫ້າມເລືອດ, ໃຊ້ເປັນຢາທາພາຍນອກ, ຮັກສາພະຍາດຜິວໜັງ, ກາກ, ຂີ້ກ້ຽນ, ແກ້ປາຍປະສາດຜິວໜັງອັກເສບ, ແກ້ອາການເຈັບ, ບວມຊ້ຳ ແລະ ຝົກຊ້ຳ.

ຄຸນຄ່າທາງດ້ານໂພຊະນາການ: ໂປຣຕີນ 14.4 %, ແຄລຊຽມ 1.11%, ຟອສຟໍຣັສ 0.24 %, ໂພແທັກຊຽມ 1.87%, ADF 41.7%, NDF 60.4%, DMD 56.3% ແລະ ໄນເຕຣດ 862.2 PPM.

ສານສຳຄັນທີ່ພົບ: ໄດ້ແກ່ acetophenone, harman, chrysanthemin, iridin glucoside, tryptamine, tyvamine. ຮາກ: ພົບສານ N-Dimethyltryptamine, Hypapphorine, Hordenine N-Methyltyramine. ຕົ້ນ ແລະ ໃບ: ພົບສານ Nb-Methyltetrahydrohardon, 6-Methoxy-2-methyl-b-carbolinium. ແກ່ນ: ພົບນ້ຳມັນ, ນ້ຳຕານ ແລະ Alkaloid.

ນອກຈາກນີ້ຍັງເປັນອາຫານສັດອີກດ້ວຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,