ເລກລຳດັບທີ: 2550
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ບອນນ້ຳເຕົ້າ
Dragon Arum
Arisaema consanguineum Schott
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໂຫຣານ້ຳເຕົ້າຈີນ: 田南星, 把傘南星, 把傘天南星 ແລະ 南兴ອັງກິດ: Dragon Arum
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Alismatales
ຊື່ສະກຸນ
Araceae
ສະກຸນ
Arisaema
ຊະນິດ
Arisaema consanguineum
ຊະນິດຍ່ອຍ
Arisaema consanguineum consanguineum
Arisaema consanguineum kelung-insulare
ຊື່ພ້ອງ
Arisaema brevipes Engl.
Arisaema consanguineum f. alpestre K.Krause
Arisaema consanguineum subsp. consanguineum
Arisaema consanguineum var. davidianum (Engl.) Engl.
Arisaema consanguineum var. divaricatum (Engl.) Engl.
Arisaema consanguineum var. giganteum Pamp.
Arisaema consanguineum f. latisectum Engl.
Arisaema davidianum Engl.
Arisaema divaricatum Engl.
Arisaema erubescens var. consanguineum (Schott) Engl.
Arisaema erubescens var. vituperatum (Schott) Engl.
Arisaema giraldii Baroni
Arisaema kerrii Gagnep.
Arisaema tatarinowii Schott
Arisaema tatarinowii f. latisecta Engl.
Arisaema undulatum K.Krause
Arisaema vituperatum Schott
ບັນຍາຍລັກສະນະທາງພືດສາດ
ຈັດເປັນພືດລົ້ມລຸກ. ລຳຕົ້ນເປັນລຳຫົວຢູ່ໃຕ້ດິນ, ຮູບກົມ, ມີເສັ້ນຜ່າສູນກາງ 2,4-5,5 ຊມ, ຜິວເປັນສີເຫຼືອງເຂັ້ມ. ໃບອອກຈາກລຳຫົວຢູ່ໃຕ້ດິນ, ແຕກເປັນແສກຮຽງເປັນວົງກົມ, ມີ 7-23 ແສກ, ຮູບຮີຍາວ, ກ້ວາງ 1,5-3 ຊມ, ຍາວ 13-19 ຊມ, ໂຄນໃບຢູ່ຈຸດດຽວກັນ, ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນປົກຄຸມ. ກ້ານໃບຮູບກົມ, ຕັ້ງຊື່, ຍາວ 40-90 ຊມ, ເນື້ອນິ້ມ ແລະ ມີຮ່ອງຄ້າຍກັບກ້ານກ້ວຍ. ຊໍ່ດອກແບບຫາງກະຫອກ ຫຼື ຮູບຊົງກະບອກ, ອອກບໍລິເວນໂຄນຕົ້ນ. ກ້ານຊໍ່ດອກຍາວ 30-70 ຊມ. ໃບປະດັບຊໍ່ດອກ 1 ອັນ, ຍາວ 11-16 ຊມ, ສີຂຽວປົນສີມ່ວງ. ດອກຍ່ອຍຈຳນວນຫຼາຍ, ມີຂະໜາດນ້ອຍ, ດອກແຍກເພດ, ເກສອນເພດຜູ້ມີຈຳນວນຫຼາຍ, ມີເນື້ອນິ້ມ, ສີມ່ວງດຳ. ໝາກຈັບຢູ່ຖານຮອງດອກດຽວກັນຢ່າງໜາແໜ້ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຫົວ: ອອກລິດຕໍ່ປອດ, ຕັບ ແລະ ມ້າມ, ໃຊ້ເປັນຢາລະງັບປະສາດ, ແກ້ອາການຕົກໃຈງ່າຍ, ຊັກກະຕຸກ, ແກ້ໄຂ້ສູງລົມຊັກໃນເດັກນ້ອຍ, ແກ້ລົມບ້າໝູ, ຊ່ວຍລະລາຍເສມຫະ, ແກ້ຄໍຕີບ, ເປັນຢາຂັບລົມ, ຊ່ວຍແກ້ອຳມະພາດ, ແກ້ອາການວຽນຫົວ, ໃຊ້ແກ້ຕາ, ປາກບ້ຽວ ຫຼື ໃບໜ້າມີອາການຊາ, ແກ້ບາດທະຍັກ, ເປັນຢາທາພາຍນອກຮັກສາຝີໜອງ, ເຈັບບວມ, ແກ້ພິດງູ, ແມງໄມ້ກັດ, ແກ້ອາການຝົກຊ້ຳບວມ ແລະ ຊ່ວຍຂ້າແມງວັນໄດ້.

ວິທີຮັບປະທານ: ຕ້ອງແມ່ນຢາແຫ້ງທີ່ຜ່ານການກຳຈັດພິດມາກ່ອນແລ້ວ, ໂດຍໃຫ້ໃຊ້ຄັ້ງລະ 2-3 ກຼາມໃຊ້ຕົ້ມກັບນ້ຳກິນ.

ໝາຍເຫດ: ສະໝູນໄພຊະນິດນີ້ມີພິດຜູ້ທີ່ຮ່າງກາຍອ່ອນແອ ຫຼື ຜູ້ຍິງມີລູກຫ້າມຮັບປະທານ.

ອາການສະແດງອອກເມື່ອໄດ້ຮັບພິດ: ມີອາການລີ້ນຊາ, ເຈັບຫົວ, ເຈັບຄໍ, ຫົວໃຈເຕັ້ນໄວກ່ວາປົກກະຕິ. ຫາກມີອາການດັງກ່າວໃຫ້ຮີບໄປພົບໝໍທັນທີ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,