- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Myrtales
- ຊື່ສະກຸນ
- Combretaceae
- ສະກຸນ
- Combretum
- ຊະນິດ
- Combretum latifolium
Combretum cyclophyllum Steud.
Combretum extensum Roxb.
Combretum extensum Roxb. ex G.Don
Combretum formosum Griff.
Combretum horsfieldii Miq.
Combretum latifolium var. ellipticum Miq.
Combretum leucanthum Van Heurck & Müll.Arg.
Combretum macrophyllum Roxb.
Combretum macrostachyum Wall.
ຕົ້ນແກຂາວ / Bushwillows
ຕົ້ນເບັນນໍ້າ/ Swamp bushwillow
ພືດຊະນິດນີ້ເປັນພືດເຄືອ ທີ່ມີເນື້ອໄມ້ແຂງຂະໜາດໃຫຍ່ (liana) ທີ່ສາມາດຈະເລີນເຕີບໂຕໄດ້ສູງຮອດ 30 ມ. ກິ່ງອອ່ນ ແລະ ກ້ານໃບລຽບ ແລະ ບໍ່ມີຂົນ ແຕ່ອາດມີເກັດຂະໜາດນ້ອຍປົກຄຸມບາງພື້ນທີ່.
ໃບອອກຮຽງກົງກັນຂ້າມສະຫຼັບກັນຕາມລຳຕົ້ນ, ແຕ່ລະໃບມີກ້ານໃບຍາວປະມານ 10-25 ມມ., ແຜ່ນໃບຮູບຮີກວ້າງຫາຮູບໄຂ່, ຍາວປະມານ 7-20 ຊມ. ແລະ ກວ້າງ 5-10 ຊມ., ຜິວໃບທັງສອງດ້ານມັກລຽບ ແລະ ບໍ່ມີຂົນ ຫຼື ມີເກັດເລັກນ້ອຍ ຫຼື ບໍ່ມີເລີຍ, ໂຄນໃບມົນ, ປາຍໃບມົນ ຫຼື ຄ່ອຍໆຮຽວແຫຼມ, ອາດພົບເລັກນ້ອຍ, ອາດພົບຮອຍບຸ້ມມົນຂະໜາດນ້ອຍ ບໍລິເວນຜິວໃບດ້ານລຸ່ມເຂດເຊື່ອມຕໍ່ຂອງເສັ້ນກ່າງກາງໃບ.
ຊໍ່ດອກອອກບໍລິເວນງ່າມໃບ, ເປັນຊໍ່ແບບຮວງເຂົ້າແໜ່ນ, ຍາວປະມານ 6-10 ຊມ, ບາງຄັ້ງພົບຫຼາຍຊໍ່ອອກຮ່ວມກັນບໍລິເວນປາຍກິ່ງ ກາຍເປັນຊໍ່ດອກລວມຂະໜາດໃຫຍ່ ທີແຕກຂະແໜ່ງ (panicle) ແກ່ນກາງຊໍ່ດອກມີຂົນສັ້ນລະອຽດປົກຄຸມໜາແໜ່ນ ແລະ ມີໃບປະດັບຂະໜາດນ້ອຍ, ມີລັກສະນະແຄບຮຽວຍາວຄ້າຍເສັ້ນດ້າຍ,ມີກິ່ນຫອມ.
ດອກແຕ່ລະດອກມີວົງກາບດອກຮູບຊົງກະບອກຍາວປະມານ 12-15 ມມ., ຜິວດ້ານນອກປົກຄຸມດ້ວຍຂົນລະອຽດໜາແໜ່ນ ແລະ ມີເກັດເລັດນ້ອຍ, ສີເຫຼືອງອອ່ນ, ຜິວດ້ານໃນມີຂົນຍາບຮຽງຕົວຢູ່, ກາບດອກມີ 4 ແສກ ທີ່ມ້ວນພັບໄປທາງດ້ານຫຼັງ, ແຕ່ລະແສກຍາວປະມານ 2-3 ມມ ແລະ ມີປາຍກີບແຫຼມ. ກີບດອກມີ 4 ກີບ, ສີຂາວອົມຂຽ ຫຼື ສີຂຽວອົມເຫຼືອງ ຫຼື ສີເຫຼືອງ, ກີບດອກແຕ່ລະກີບມີຂະໜາດນ້ອຍ, ຍາວປະມານ 1-1,5 ມມ ປະກອບດ້ວຍສ່ວນກ້ານກີບທີ່ແຄບ ແລະ ສ່ວນເທິ່ງຂອງກີບທີ່ຮຽວຍາວ. ເກສອນເພດຜູ້ 8 ອັນ ເຊິ່ງຈະຍື່ນຍາວກາຍກາບດອກອອກມາ ໂດຍມີຄວາມຍາວປະມານ 5-7 ມມ.
ໝາກສີເຫຼືອງປົນສີນ້ຳຕານ ແລະ ມີຜິວເປັນມັນເງົາ, ມີຮູບຮ່າງຂ້ອນຂ້າງຄ້າຍຮູບໄຂ່ ຫຼື ຮູບໄຂ່ປີ້ນ ແລະ ມີປີກທີ່ເຫັນໄດ້ຊັດເຈນ 4 ປີກ, ໝາກມີຄວາມຍາວປະມານ 2,5-4,5 ຊມ. ແລະ ກວ້າງ 2,2-4 ຊມ. ໝາກອອ່ນອາດມີຂົນລະອຽນດເລັກນ້ອຍ ແຕ່ເມື່ອແກ່ຂື້ນຜິວຈະລຽບ ແລະ ບໍ່ມີຂົນ.
ຫຼ່ງທີ່ມາ: [1], [2]
Global distribution of Combretum latifolium between 1896 to 2025. Source: [4]
ຂໍ້ມູນຈາກ GBIF ລະບຸວ່າພົບເຫັນພືດຊະນິດນີ້ຢູ່ໃນແຂວງຈຳປາສັກ (ເມືອງໂຂງ) ແລະ ນະຄອນຫຼວງວຽງຈັນ (ເມືອງຊັງທອງ) [5]. ນອກຈາກນີ້, ເອກະສານ "A Checklist of Plants in Laos" ຍັງລະບຸວ່າພົບເຫັນພືດຊະນິດນີ້ຢູ່ໃນແຂວງອັດຕະປື, ຫຼວງພະບາງ ແລະ ສະຫວັນນະເຂດ [6], [7].
ຖິ່ນທີ່ຢູ່ອາໄສຂອງ ເຄືອແຫມສ່ວນໃຫຍ່ແມ່ນປ່າເຂດຮ້ອນທົ່ວພູມິພາກໃຕ້ຂອງອາຊີ ແລະ ອາຊີຕາເວັນອອກສຽງໃຕ້. ພືດຊະນິດນີ້ຈະເລີນເຕີບໂຕໄດ້ດີໃນປ່າດິບ ແລະ ປ່າປະສົມຜັດໃບ, ໂດຍມັກຈະເລືອຂຶ້ນປົກຄຸມຕົ້ນໄມ້ອື່ນໆໃນເຂດທີ່ຕໍ່າທີ່ມີຄວາມຊຸ່ມ ແລະ ເຂດພູສູງ [3]. ໃນປະເທດລາວ ແລະ ພາກພື້ນໃກ້ຄຽງ, ມີການບັນທຶກການພົບເຫັນພືດຊະນິດນີ້ຢູ່ໃນປ່າທີ່ມີລະດັບຄວາມສູງຈາກໜ້າດິນທະເລປະມານ 500–1000 ແມັດ [1].
ບັນຊີລາຍຊື່ຂອງ IUCN:ເຄືອແຫມຍັງບໍ່ທັນໄດ້ຮັບການປະເມີນຢ່າງເປັນທາງການໂດຍບັນຊີແດງຂອງ IUCN (IUCN Red List), ຊຶ່ງໝາຍຄວາມວ່າສະຖານະການອະນຸລັກໃນລະດັບໂລກຂອງມັນຖືກຈັດຢູ່ໃນກຸ່ມ “ຍັງບໍ່ທັນໄດ້ຮັບການປະເມີນ” (Not Evaluated - NE). [8]
ສະຖານະການອະນຸລັກໃນລາວ: ພືດ ແລະ ຕົ້ນໄມ້ທີ່ໃຊ້ເປັນຢາ ເຊິ່ງຈັດຢູ່ໃນ "ບັນຊີ II" (List II) ຂອງລາວ ແມ່ນຊັບພະຍາກອນຢາທີ່ມີການຄວບຄຸມ ແລະ ມີຈຳນວນຈຳກັດ. ເຖິງແມ່ນວ່າພວກມັນຈະບໍ່ມີຄວາມສ່ຽງຕໍ່ການສູນພັນໃນທັນທີ, ແຕ່ພວກມັນພົບເຫັນໄດ້ສະເພາະໃນບາງທ້ອງຖິ່ນເທົ່ານັ້ນ. ພືດເຫຼົ່ານີ້ມີຄຸນຄ່າທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ແລະ ສາມາດນຳໄປພັດທະນາເປັນສິນຄ້າເພື່ອການບໍລິໂພກພາຍໃນປະເທດ, ການສົ່ງອອກ ແລະ ການຄົ້ນຄວ້າທາງວິທະຍາສາດ. [9]
ບໍ່ແນະນຳໃຫ້ໃຊ້: ໃນປະເທດລາວ ເຄືອແຫມຖືກຈັດຢູ່ໃນບັນຊີລາຍຊື່ປະເພດ II ຂອງການອະນຸລັກລະດັບຊາດ, ຊຶ່ງໝາຍຄວາມວ່າມັນເປັນຊັບພະຍາກອນຢາທີ່ມີການຄວບຄຸມ ແລະ ມີຈຳນວນຈຳກັດ ແຕ່ບໍ່ໄດ້ຢູ່ໃນສະພາວະສ່ຽງຕໍ່ການສູນພັນໃນທັນທີ. ການນຳໃຊ້ແມ່ນໄດ້ຮັບອະນຸຍາດພາຍໃຕ້ເງື່ອນໄຂທີ່ມີການຄວບຄຸມ ສຳລັບວຽກງານຢາພື້ນເມືອງ, ການຜະລິດສິນຄ້າ ແລະ ການຄົ້ນຄວ້າທາງວິທະຍາສາດ. [9]
ອາຫານ: ໃບສາມາດກິນໄດ້. [11]
ສັບພະຄຸນທາງດ້ານຢາພື້ນເມືອງ: ນ້ຳຄັ້ນຈາກໃບນຳມາໃຊ້ປິ່ນປົວພະຍາດທ້ອງບິດ ແລະ ພະຍາດຄໍພອກ. ໃບອ່ອນນຳມາໃຫ້ເດັກນ້ອຍກິນເພື່ອເສີມສ້າງພູມຄຸ້ມກັນ ແລະ ປິ່ນປົວອາການເຈັບປ່ວຍທົ່ວໄປ, ລວມທັງໃຊ້ເພື່ອຂັບພະຍາດໃນລຳໄສ້. ໃນເຂດອິນດູຈີນ, ໝາກທີ່ມີລົດຝາດຖືກຖືວ່າເປັນຢາບຳລຸງຮ່າງກາຍ. [11]
ກິດຈະກຳການເຮັດກະສິກຳ: ລຳຕົ້ນ, ໃບ ແລະ ເປືອກໄມ້ ຖືກນຳມາໃຊ້ເປັນຢາຂ້າແມງໄມ້. [11]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded on 1 July 2021 by Paulmathi Vinod. Available: https://www.inaturalist.org/observations/85200576. [Accessed 11 September 2026].
[3] Royal Botanic Gardens, Kew, “Combretum latifolium Blume,” Plants of the World Online. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:170206-1. [Accessed: Sep. 11, 2026].
[4] iNaturalist [Online]. Uploaded on 08 January 2024 by Radha Veach. Available: https://www.inaturalist.org/observations/196117119. [Accessed 11 September 2026].
[2] World Flora Online, “WFO-0000616444,” World Flora Online. [Online]. Available: https://www.worldfloraonline.org/taxon/wfo-0000616444. [Accessed: Sep. 11, 2026].
[3] Royal Botanic Gardens, Kew, “Combretum latifolium Blume,” Plants of the World Online. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:170206-1. [Accessed: Sep. 11, 2026].
[4] Royal Botanic Gardens, Kew, “Combretum latifolium Blume,” Plants of the World Online. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:170206-1. [Accessed: Sep. 11, 2026].
[5] GBIF Secretariat, “Taxon 5ZRFJ,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/5ZRFJ. [Accessed: Sep. 11, 2026].
[6] Pha Khao Lao, “A Checklist of the Vascular Plants of Lao PDR,” [Online]. Available: https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf. [Accessed: Sep. 11, 2026].
[7] Pha Khao Lao, “Checklist of Plant Species of Laos,” [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: Sep. 11, 2026].
[8] International Union for Conservation of Nature (IUCN), “Combretum latifolium,” The IUCN Red List of Threatened Species. [Online]. Available: https://www.iucnredlist.org/search?query=Combretum%20latifolium&searchType=species. [Accessed: Sep. 11, 2026].
[9] Pha Khao Lao, “ຂໍ້ຕົກລົງວ່າດ້ວຍການກຳນົດບັນຊີພືດ ແລະ ຕົ້ນໄມ້ເປັນຢາ, ບັນຊີ IIIIII, ເລກທີ 2659/ສທ, ລົງວັນທີ 19.9.22,” [Online]. Available: https://phakhaolao.la/wp-content/uploads/2024/11/. [Accessed: Sep. 11, 2026].
[10] H. C. Yashavantha Rao, S. Baker, D. Rakshith, and S. Satish, “Molecular profiling and antimicrobial potential of endophytic Gliomastix polychroma CLB32 inhabiting Combretum latifolium Blume,” Mycology, vol. 6, no. 3–4, pp. 176–181, 2015. [Online]. Available: https://doi.org/10.1080/21501203.2015.1113207. [Accessed: Sep. 14, 2026].
[11] StuartXchange, “Kombretum,” StuartXchange. [Online]. Available: https://www.stuartxchange.org/Kombretum. [Accessed: Sep. 14, 2026].
https://phakhaolao.la/wp-content/uploads/2024/11/%E0%BA%82%E0%BB%8D%E0%BB%89%E0%BA%95%E0%BA%BB%E0%BA%81%E0%BA%A5%E0%BA%BB%E0%BA%87%E0%BA%A7%E0%BB%88%E0%BA%B2%E0%BA%94%E0%BB%89%E0%BA%A7%E0%BA%8D%E0%BA%81%E0%BA%B2%E0%BA%99%E0%BA%81%E0%BA%B3%E0%BA%99%E0%BA%BB%E0%BA%94%E0%BA%9A%E0%BA%B1%E0%BA%99%E0%BA%8A%E0%BA%B5%E0%BA%9E%E0%BA%B7%E0%BA%94-%E0%BB%81%E0%BA%A5%E0%BA%B0-%E0%BA%95%E0%BA%BB%E0%BB%89%E0%BA%99%E0%BB%84%E0%BA%A1%E0%BB%89%E0%BB%80%E0%BA%9B%E0%BA%B1%E0%BA%99%E0%BA%A2%E0%BA%B2-%E0%BA%9A%E0%BA%B1%E0%BA%99%E0%BA%8A%E0%BA%B5-IIIIII-%E0%BB%80%E0%BA%A5%E0%BA%81%E0%BA%97%E0%BA%B5-2659%E0%BA%AA%E0%BA%97-%E0%BA%A5%E0%BA%BB%E0%BA%87%E0%BA%A7%E0%BA%B1%E0%BA%99%E0%BA%97%E0%BA%B5-19.9.22.pdf
https://phakhaolao.la/wp-content/uploads/2024/09/A-Checklist-of-Plants-in-Lao-PDR.pdf
https://phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao-PDR.pdf
https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf
http://www.efloras.org/florataxon.aspx?flora_id=2&taxon_id=200014729
https://www.worldfloraonline.org/taxon/wfo-0000616444
https://powo.science.kew.org/taxon/urn:lsid:ipni.org:names:170206-1