ເລກລຳດັບທີ: 2545
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກຂີ້ແບ້
Lime Berry
Micromelum minutum (J.Forst.) Wight & Arn.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຄອມຂົນ, ສາມໂສກ, ຫວດ, ເຟ້ຍຟານດົງ, ສະໝັດດົງ, ສະໝັດຕົ້ນ, ສະໝັດໃຫ່ຍ, ຫັດສະຄຸນ, ຕົ້ນຊີ້, ຕົ້ນລິ້ນຊີ່, ສາບແຫ້ງ, ສາບກາ, ໝໍນ້ອຍ, ດອກສະໝັດ, ສະແບກ, ສະມຸຍ,​ ມຸຍຂາວ, ມຸຍຂົນ, ກະມ່ວງ, ສະມຸຍຊ້າງ, ມຸຍຊ້າງ,​ ມະລຸຍຊ້າງ, ສະມູຍ, ຫົມມຸຍ, ມຸຍໃຫຍ່, ກາຈັບຫຼັກ, ຈີີ້ປຸກຕົວຜູ້, ຈີ້ຍ້ອຍ, ມອງຄອງ ແລະ ຫຍ້າສາບຫີ້ນ.ອັງກິດ: Lime Berry, Padra-guta, Bonduk guti goch, Gobar-buti ແລະ Khilaguti-goch.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Rutaceae
ສະກຸນ
Micromelum
ຊະນິດ
Micromelum minutum
ຊື່ພ້ອງ
Glycosmis subvetina F.Muell.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ໄມ້ຟູຸ່ມຂະໜາດກາງ. ລຳຕົ້ນສູງຮອດ 10 ມ, ກິ່ງອ່ອນມີຂົນສັ້ນ, ສີເທົາ, ລຳຕົ້ນມີສີຂຽວ, ລຳຕົ້ົນພາກສ່ວນແກ່ເປັນສີນ້ຳຕານປົນເທົາ ແລະ ແຕກເປັນຮ່ອງຕາມລວງຍາວ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 7-15 ໃບ, ອອກຮຽງສະຫຼັບ, ຮູບໄຂ່, ກ້ວາງ 2-4 ຊມ, ຍາວ 3-7 ຊມ, ໂຄນໃບບ້ຽວ, ຂອບໃບລຽບ ຫຼື ແສກແຂ້ວ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບເປັນສີຂຽວອ່ອນ, ມີຕ່ອມນ້ຳມັນນ້ອຍໆກະຈາຍທົ່ວແຜ່ນໃບ, ຜິວໃບດ້ານເທິງມີຂົນສັ້ນ, ທ້ອງໃບມີຂົນອ່ອນນຸ້ມກະຈ່າຍຢູ່ທົ່ວ, ມີກິ່ນຫອມ. ຊໍ່ດອກແບບແຕກແໜງ, ອອກຢູ່ບໍລິເວນປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ, ດອກບານເຕັມທີ່ຈະມ້ວນກັບໄປທາງຫຼັງ, ສີຂາວອົມເຫຼືອງ. ກາບດອກມີ 5 ກາບ, ຮູບໄຂ່, ສີຂຽວປົນສີຂາວ. ກີບດອກມີ 5 ກີບ, ຮູບຂອບຂະໜານ. ເກສອນເພດຜູ້ມີ 10 ອັນບບໍ່ສະເໝີກັນ, ມີ 5 ອັນສັ້ນ, 5 ອັນຍາວ, ຖົງລະອອງຈັບຢູ່ປາຍ, ສີເຫຼືອງ. ເຕົ້າໄຂ່ຈັບເທິງຮູບໄຂ່, ສີຂຽວ, ຄໍເຕົ້າໄຂ່ຍາວປະມານ 3 ມມ, ປາຍຮ່ວງຮັບນູນຂື້ນເລັັກນ້ອຍ, ສີຂາວ. ໝາກອອກເປັນພວງ, ຮູບກະສວຍ ຫຼື ຮູບໄຂ່, ຜິວລຽບໃສ, ເນື້ອອວບນ້ຳ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ມີສີສົ້ມ ຫຼື ສີແດງ, ມີຂົນປົກຄຸມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ຍອດ ແລະ ດອກ: ໃຊ້ຮັບປະທານເປັນຜັກສົດໄດ້ເຊັ່ນ ກິນກັບແຈ່ວ, ກັບເຂົ້າປຸ້ນ ຫຼື ກັບແກງປາ.

ສັບພະຄຸນ:

  • ຮາກ: ຮັກສານິ້ວໃນໝາກໄຂ່ຫຼັງ (ປະສົມກັບຮາກຕົ້ນຍິກບໍ່ຖອງຝົນກັບນ້ຳມ່າເຂົ້າດື່ມ), ໃຊ້ເປັນຢາຮັກສາລິດຊີດວງ, ເປັນຢາຂັບເລືອດ, ແກ້ເລືອດຂຸ້ນ, ຮັກສາອາການໄຂ້, ແກ້ພະຍາດຫອບຫືດ, ຊ່ວຍແກ້ລົມ, ຮັກສາໜອງໃນ, ໃຊ້ພອກແຜລິດຊີດວງທະວານໜັກ ແລະ ຮັກສາແຜຊ້ຳເຮື້ອ.
  • ຕົ້ນ: ເປັນຢາຂັບພະຍາດພິດໄສ້ເດືອນ, ຊ່ວຍແກ້ລົມພາຍໃນໃຫ້ກະຈາຍ, ເປັນຢາແກ້ເລືອດໃນລຳໄສ້ ແລະ ຊ່ວຍແກ້ໄອ (ຕົ້ມ, ໃບ).
  • ເປືອກຕົ້ນ: ໃຊ້ເປັນຢາຮົມຮັກສາລິດສີດວງທະວານໜັກ (ໃບ, ເປຶອກໝາກ), ຊ່ວຍເຮັດໃຫ້ເລືອດໃນຄໍ ແລະ ລຳໄສ້ກະຈາຍ.
  • ໃບ: ເປັນຢາແກ້ໄຂ້, ຕົວເຫຼືອງ, ເປັນຢາແກ້ຫືດໄອ, ຊ່ວຍແກ້ລົມສຽດແທງ, ຊ່ວຍຂັບລົມ, ນຳມາທາແກ້ຜື່ນຄັນ, ພອກ ຫຼືື ອົບອາຍນ້ຳ, ແກ້ຜື່ນຄັນ, ຊ່ວຍເຮັດໃຫ້ເລືອດລົມໄຫຼວຽນໄດ້ດີ ແລະ ຊ່ວຍແກ້ລົມອຳມະພາດ.
  • ດອກ: ຊ່ວຍຂັບເສມຫະ, ໃຊ້ເປັນຢາຂ້າແບັກທິເຣຍ ແລະ ຮັກສາແຜຊ້ຳເຮື້ອ.
  • ໝາກ: ເປັນຢາຖ່າຍ.
  • ທັງຕົ້ນ: ເັປນຢາບຳລຸງນ້ຳບີ.
  • ບໍ່ລະບຸສ່ວນທີ່ໃຊ້: ເປັນຢາຂັບຂີ້ກະເທີ່, ແກ້ລົມ, ເປັນຢາຂັບພະຍາດພິດ, ແກ້ຜ່ອມແຫ້ງ, ຫອບຫືດໄອ, ແກ້ລິດຊີດວງ, ຊ່ວຍຂັບເລືອດ ແລະ ຂັບໜອງໃນຕົກ.
  • ສານສະກັດຈາກຕົ້ນ ຫຼື ດອກ: ຊ່ວຍຄາຍກ້າມເນື້ອ.

ນ້ຳມັນຫອມລະເຫີຍ:

  • ຕົ້ນ ຫຼື ດອກ: ສາມາດນຳມາສະກັດເປັນນ້ຳມັນຫອມລະເຫີຍ, ເປັນນ້ຳຫອມ, ເປັນຢາຂ້າແບັກທິເຣຍ ແລະ ເປັນຢາຄ້າຍກ້າມຊີ້ນ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,