ເລກລຳດັບທີ: 2540
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫຍ້າດອກຂາວ
Green kyllinga
Cyperus brevifolius (Rottb.) Hassk.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫຍ້າກົດໝູ,​ ສະລາຍກົດໝູ, ຫຍ້າຫົວໂມງ, ຫຍ້າກົກດອກຂາວ, ຫຍ້າຂົນໝູ ແລະ ຫຍ້າດອກຂາວ.ຈີນ: 九溝山, 瑞雄, 短叶水蜈蚣 ແລະ 隋旭.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Poales
ຊື່ສະກຸນ
Cyperaceae
ສະກຸນ
Cyperus
ຊະນິດ
Cyperus brevifolius
ຊື່ພ້ອງ
Kyllinga brevifolia Rottb.
Kyllinga pluristaminea Govind. & Ramani
ບັນຍາຍລັກສະນະທາງພືດສາດ
ຈັັດເປັນພືດລົ້ມລຸກຈຳພວກຫຍ້າ. ລຳຕົ້ນສູງ 10-50 ຊມ, ມີລັກສະນະເປັນເສັ້ນຍາວ ອອກຈາກເຫງົ້າ, ເປັນຫຼ່ຽມ, ຜິວລຽບ, ສີຂຽວ, ມີກິ່ນຫອມ, ມີເຫງົ້າຢູ່ໃຕ້ດິນ, ສີມ່ວງ. ໃບດ່ຽວ, ອອກຈາກໂຄນຕົ້ນ, ຮູບຮຽວຍາວ, ເປັນເສັ້ນຍາວແຄບ ຫຼື ຮູບແຖບ, ກ້ວາງ 1.5-3 ມມ, ຍາວ 3-10 ຊມ, ໂຄນໃບແຜ່ອອກເປັນກາບຫຸ້ມລຳຕົ້ນ, ສີນ້ຳຕານແດງ, ຂອບລຽບ, ປາຍແຫຼມ. ຊໍ່ດອກກະຈຸກກົມ, ອອກຕາມປາຍຍອດ, ຍາວ 4-8 ມມ. ໃບປະດັບມີ 3 ໃບສີຂຽວ, ຍາວ 2-16 ຊມ. ກ້ານຊໍ່ດອກຮູບສາມຫຼ່ຽມ, ຍາວ, ກ້ຽງ. ດອກຍ່ອຍມີຈຳນວນຫຼາຍ, ອັດແໜ້ນໃນຖານຮອງດອກດຽວກັນ, ສີຂາວ. ກາບດອກມີ 4 ກາບ. ເກສອນເພດຜູ້ມີ 3 ອັນລັກສະນະເປັນເສັ້ນບາງຄ້າຍໄໝ. ເຕົ້າໄຂ່ມີ 1 ອັນ, ລັກສະນະເປັນເສັ້ນດ້າຍຍາວ, ປາຍແຍກເປັນ 2 ແສກ. ໝາກຮູບໄຂ່ປີ້ນ ຫຼື ຮູບກົມຮີ, ມີເປືອກຫຸ້ມບາງ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ລຳຕົ້ນ ແລະ ເຫງົ້າ: ອອກລິດຕໍ່ຕັບ, ປອດ ແລະ ລຳໄສ້, ເປັນຢາແກ້ອາການເຈັບຫົວ, ຕົ້ມດື່ມແກ້ໄຂ້, ແກ້ອາການໄອ, ແກ້ເຈັບຄໍ, ໃຊ້ເປັນຢາແກ້ໄຂ້ສັ່ນ, ໄຂ້ມາລາເຣຍ, ແກ້ອາການອນກົນ, ຊ່ວຍຂັບເສມຫະ, ແກ້ຫຼອດລົມອັກເສບ, ຊ່ວຍຂັບລົມໃນກະເພາະອາຫານ, ແກ້ອາການອືດທ້ອງ, ແໜ້ນທ້ອງ, ຕົ້ມດື່ມເປັນຢາຮັກສາພະຍາດທ້ອງບິດ, ຊ່ວຍຂັບປັດສະວະ, ຮັກສາພະຍາດດີຊານ, ຕັບອັກເສບ, ຮັກສາພາຍນອກໂດຍຕົ້ມເອົານ້ຳທາ ຫຼື ພອກບໍລິເວນທີ່ແຜ່ມີໜອງ, ຝີອັກເສບ, ບວມອັກເສບ, ແຜ່ສົດ ຫຼື ແຜ່ມີດບາດ, ຮັກສາຜື່ນຄັນ, ຕຳພອກຮັກສາອາການກະດູກຫັກ, ຊ່ວຍແກ້ອາການຟົກຊ້ຳ, ແກ້ໄຂຂໍ້ອັກເສບ, ຕົ້ມດື່ມເປັນຢາແກ້ເຈັບຂໍ້, ເຈັບກະດູກ ແລະ ປວດເມື່ອຍຕາມຮ່າງກາຍ.
  • ສານທີ່ພົບ: ໄດ້ແກ່ Vitexin
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,