ເລກລຳດັບທີ: 2531
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນສົ້ມສຸກ
Asoke tree
Saraca indica L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ໂສກນ້ຳ, ຊຸມແສງນ້ຳ, ສົ້ມສຸກ, ຕະໂຄລີເຕາະ, ກາແປະໄອ, ອະໂສກ, ໂສກ, ອະໂສກນ້ຳ ແລະ ອະໂສກວັດ.ອັງກິດ: Asoka, Asoke treeມ Sorrowless Treeມ Gapis, Talan ແລະ Saraca.ຈີນ: 印度无忧树 ແລະ 无忧花.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Saraca
ຊະນິດ
Saraca indica
ຊື່ພ້ອງ
Jonesia minor Zoll. & Moritzi
Jonesia pinnata Willd.
Saraca arborescens Burm.f.
Saraca bijuga Prain
Saraca harmandiana Pierre
Saraca kunstleri Prain
Saraca lobbiana Baker
Saraca minor Miq.
Saraca pierreana Craib
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 5-15 ມ ແລະ ອາດສູງຮອດ 20 ມ, ປາຍຍອດເປັນຮູບຊົງກົມ, ຟຸ່ມໜາ, ແຕກກິ່ງກ້ານເປັນຟຸ່ມ, ເປືອກຕົ້ນລຽບ ຫຼື ແຕກເປັນຮ່ອງ, ສີນ້ຳຕານເຂັ້ມ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 10-15 ຊມ. ໃບຍ່ອຍມີ 1-7 ຄູ່, ອອກຮຽງກົງກັນຂ້າມ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບໃບຫອກ, ກວ້າງ 2-10 ຊມ, ຍາວ 5-30 ຊມ, ໂຄນໃບມົນ, ຮູບຫຼິ່ມ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ ຫຼື ແຫຼມ, ຜິວໃບບາງຄ້າຍຄືເຈ້ຍ, ຜິວກ້ຽງ, ໃບອ່ອນສີຂຽວປົນສີເຫຼືອງ, ໃບແກ່ເປັນສີຂຽວເຂັ້ມ. ກ້ານໃບຍາວ 0.3-0.5 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມບໍລິເວນງ່າມໃບ ແລະ ປາຍກິ່ງ, ຍາວ 3-15 ຊມ, ກ້ວາງ 10-20 ຊມ. ດອກຍ່ອຍມີຈຳນວນຫຼາຍ, ດອກສົມບູນເພດ, ສີສົ້ມ ຫຼື ສີແດງ, ເມື່ອບານເຕັມທີ່ຈະມີຂະໜາດກວ້າງ 1.2-1.5 ຊມ. ຖານຮອງດອກຍາວ 0.7-1.6 ຊມ. ກາບດອກເຊື່ອມຕິດກັນເປັນຫຼອດ, ຍາວ 1-2 ຊມ, ປາຍແຍກເປັນ 4 ແສກ, ຮູບໄຂ່, ຮູບຮີ ຫຼື ຮູບຂອບຂະໜານ, ປາຍມົນ, ຍາວ 0.5-1.2 ຊມ, ບໍ່ມີກີບດອກ. ເກສອນເພດຜູ້ມີ 6-8 ອັນ, ຍາວພົ້ນປາຍຫຼອດກາບດອກ. ເຕົ້າໄຂ່ມີຂົນອ້ອມຮອບ. ໝາກເປັນຝັກແປ, ຮູບໄຂ່, ຮູບຮີ ຫຼື ຮູບຂອບຂະໜານ, ກວ້າງ 2-6 ຊມ, ຍາວ 6-30 ຊມ, ກ້ານໝາກຍາວປະມານ 0.5 ຊມ, ໝາກແຫ້ງແລ້ວແຕກ. ແກ່ນມີ 1-3 ແກ່ນຕໍ່ຝັກ, ຮູບໄຂ່ແປ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ:

  • ໃບອ່ອນ ແລະ ດອກ: ສາມາດນຳມາປະກອບເປັນອາຫານ, ແກງສົ້ມ, ຕົ້ມຍຳ ຫຼື ຮັບປະທານເປັນຜັກສົດກິນກັບແຈ່ວ.
  • ຂໍ້ມູນທາງໂພສະນາການຕໍ່ 100 ກຼາມມີ: ໂປຣຕີນ 2.1 ກຼາມ, ໄຂມັນ 1.7 ກຼາມ, ຄາໂບໄຮເດດ 14 ກຼາມ, ໄຍອາຫານ 12 ກຼາມ, ແຄລຊຽມ 46 ມິນລີກຼາມ ແລະ ວິຕາມິນຊີ 14 ມິນລີກຼາມ.

ສັບພະຄຸນ:

  • ເປືອກ ແລະ ຮາກ: ປຸງເປັນຢາບຳລຸງເລືອດ.
  • ດອກ: ເປັນຢາບຳລຸງທາດ, ແກ້ໄອ ແລະ ຊ່ວຍຂັບເສມຫະ.

ພືດປະດັບ: ບາງທ້ອງຖິ່ນມັກນຳມາປູກເປັນພືດປະດັບ ເນື່ອງຈາກເປັນພືດທີ່ລໍ້ແມງໄມ້ເຊັ່ນ: ແມງກະເບື້ອ ແລະ ຍັງເປັນພືດທີ່ເຊື່ອຖືທາງສາດສະໜາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,