ເລກລຳດັບທີ: 2528
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫຍ້າຂີວຂົນ
Goat Weed
Ageratum conyzoides (L.) L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຫຍ້າຂິ່ວ ແລະ ຫຍ້າສາບແຫ້ງ.ໄທ: ຫຍ້າສາບແຫ້ງ, ຫຍ້າສາບແລ້ງ, ຕັບເສືອນ້ອຍ ແລະ ທຽມແມ່ຮ້າງ.ຈີນ: 待售, 盛鴻基, 藿香薊 ແລະ 勝紅薊.ອັງກິດ: White weed, appa grass, conyzoid floss-flower ແລະ bastard agrimony.ຫວຽດ: Cây cứt lợn, Cây ngũ sắc, Cây ngũ vị ແລະ Cỏ hôi.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Ageratum
ຊະນິດ
Ageratum conyzoides
ຊື່ພ້ອງ
Ageratum obtusifolium Lam.
Cacalia mentrasto Vell. Conc.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ລົ້ມລຸກ ແລະ ຈັດເປັນວັດຊະພືດຊະນິດໜຶ່ງ, ມີອາຍຸ 1 ປີ. ລຳຕົ້ນຕັ້ງຊື່, ສູງ 30-70 ຊມ, ແຕກກິ່ງກ້ານຈຳນວນຫຼາຍ, ກິ່ງອ່ອນມີສີຂຽວປົນມ່ວງ, ລຳຕົ້ນມີຂົນຂາວປົກຄຸມຢ່າງໜາແໜ້ນ, ມີກີ່ນຂິວ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ບໍລິເວນປາຍໃບອອກຮຽງສະຫຼັບ, ໃບຮູບຮີກ້ວາງ, ກ້ວາງ 2-5.5 ຊມ, ຍາວ 5-13 ຊມ, ໂຄນໃບມົນ ຫຼື ວ້ຳເຂົ້າ, ຂອບແສກແຂ້ວ, ປາຍແຫຼມ, ແຜ່ນໃບສີຂຽວເຂັ້ມ, ມີຂົນປົກຄຸມຢ່າງໜາແໜ້ນ, ຍາວ 2-5 ນິ້ວ. ກ້ານໃບແປ, ຍາວ 7-22 ມມ, ປີຂົນປົກຄຸມຢ່າງໜາແໜ້ນ. ຊໍ່ດອກອອກຕາມງ່າມໃບ ແລະ ບໍລິເວນປາຍຍອດ. ຊໍ່ດອກຍ່ອຍມີ 4-8 ດອກ, ມີຂະໜາດເສັ້ນຜ່າສູນກາງ 5-5 ມມ, ສີຟ້າ, ສີມ່ວງ, ສີນ້ຳເງິນ ຫຼື ສີຂາວ. ດອກຍ່ອຍຢູ່ອັດແໜ້ນໃນຖານຮອງດອກດຽວກັນ. ກີບດອກມີຂະໜາດນ້ອຍ, ເປັນຫຼອດສັ້ນ, ປາຍແຍກອອກເປັນ 5 ກີບ, ປາຍແຫຼມ, ຮຽງຊ້ອນກັນ 2-3 ຊັ້ນ, ດ້ານນອກກີບມີຂົນ. ເກສອນເພດຜູ້ມີ 5 ອັນ, ຈັບຢູ່ບໍລິເວນໃຈກາງດອກ. ໝາກຄ້າຍຮູບຊົງກະບອກ, ປາຍແຫຼມເປັນເສັ້ນໆ, ມີ 5 ຮ່ອງ, ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຕົ້ມດື່ມແກ້ອາການເຈັບຫົວ, ເປັນຢາແກ້ໄຂ້, ແກ້ໄຂ້ຫວັດຕົວຮ້ອນ, ນຳມາຍ້ຳກີນ ຫຼື ຕົ້ມກິນແກ້ອາການເຈັບທ້ອງ, ອາຫານເປັນພິດ, ອາຫານບໍ່ຍ່ອຍ, ຮັກສາອາການເຈັບກະເພາະ, ໃຊ້ຕຳພອກ ແລະ ຄັ້ນເອົານ້ຳກິນເປັນຢາແກ້ອາການອັກເສບຈາກພິດງູກັດ, ຂີ້ແຄັບ, ແມງງອດ ຫຼື ແມງໄມ້ກັດ ( ຮາກ, ໃບ) ແລະ ຊ່ວຍຢັບຢັ້ງການຈະເລີນເຕີບໂຕຂອງກ້ອນນິ້ວ.
  • ຕົ້ນ: ແກ້ຫວັດຕົວຮ້ອນ (ຕົ້ນສົດ 70 ກຼາມຕົ້ມດື່ມ) ແລະ ຮັກສາຝີໜອງພາຍນອກ (ຕຳພອກແຜໂດຍປ່ຽນວັນລະ 1 ຄັ້ງ).
  • ໃບ: ຮັກສາປາກເປັນແຜ, ຮັກສາຕາປາອັກເສບ (ໃບສົດ 120 ກຼາມ ແລະ ກາກຊາ 15 ກຼາມປະສົມກັນແລ້ວຕຳພອກ), ຮັກສາອາການຄໍອັກເສບ (ໃບສົດ 30-60 ກຼາມຄັ້ນເອົານ້ຳປະສົມກັບນ້ຳຕານປິບດື່ມວັນລະ 3 ຄັ້ງ), ຮັກສາແຜຝົກຊ້ຳ, ແຜສົດທີ່ມີເລືອດອອກ, ຊ່ວຍຫ້າມເລືອດ (ຕຳພອກບໍລິເວນທີ່ເປັນແຜ່), ຮັກສາແຜຊ້ຳເຮື້ອ, ບວມອັກເສບ (ໃບສົດປະສົມກັບເກືອ ແລະ ເຂົ້າມັກຕຳໃຫ້ເຂົ້າກັນພອກບໍລິເວນທີ່ເປັນແຜ), ຄັ້ນນ້ຳດື່ມຊ່ວຍເຮັດໃຫ້ປວດຮາກ, ໃຊ້ຍອດຕາແກ້ເຈັບຕາ, ຮັກສາຫູຊັ້ນກາງອັກເສບ, ເປັນຢາທາພາຍນອກ, ມີສັບພະຄຸນເປັນຢາແກ້ທ້ອງອືດທ້ອງເຟື້ອ, ເປັນຢາແກ້ອາການເຈັບບວມ, ຊ່ວຍບັນເທົາອາການເຈັບຂໍ້ ແລະ ເຈັບກະດູກໂດຍການໃບນຳມາຕຳພອກ.
  • ທັງຕົ້ນ: ແກ້ອາການເຈັບກະເພາະ, ເຈັບທ້ອງ, ກະເພາະລຳໄສ້ອັກເສບ, ຈຸກສຽດແໜ້ນທ້ອງ (ນຳມາຂົ້ວໃຫ້ເຫຼືອງແລ້ວບົດເປັນຜົງຊົງດື່ມຄັ້ງລະ 1.5-2 ກຼາມ), ມີລົດເຜັດອອກລິດຕໍ່ຕັບ, ປອດ ແລະ ຫົວໃຈ, ເປັນຢາຂັບພິດຮ້ອນ, ຖອນພິດໄຂ້, ຊ່ວຍຂັບສຽມຫະ, ເປັນຢາແກ້ເຈັບຄໍ, ຄໍອັກເສບເຈັບບວມ, ລະບົບທາງເດີນຫາຍໃຈຕິດເຊື້ອ, ເປັນຢາແກ້ລົມ, ເປັນຢາແກ້ທ້ອງບິດ, ຊ່ວຍຂັບໜິ້ວໃນໝາກໄຂ່ຫຼັງ, ໜິ້ວໃນຖົງປັດສະວະ, ຊ່ວຍແກ້ຊ່ວງທ້ອງທະວານໜັກຍ່ອນ, ເປັນຢາຂັບເລືອດປະຈຳເດືອນຂອງແມ່ຍິງ ແລະ ແກ້ອາການຕົກເລືອດຂອງແມ່ຍິງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,