ເລກລຳດັບທີ: 2524
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກສ້ານ
Great elephant apple
Dillenia obovata (Blume) Hoogland
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ສ້ານແຂງ, ສ້ານຕ້ອງ, ສະວິງ, ຊ່ານ ແລະ ສັ້ນໃຫຍ່.ຊື່ສາມັນ: Great elephant apple.ຫວຽດນາມ: Sổ xoan ngược.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Dilleniales
ຊື່ສະກຸນ
Dilleniaceae
ສະກຸນ
Dillenia
ຊະນິດ
Dillenia obovata
ຊື່ພ້ອງ
Colbertia obovata Blume
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຢື່ນຕົ້ນຂະໜາດກາງ. ລຳຕົ້ນສູງ 10-35 ມ, ປາຍຍອດມີໃບໜາທຶບ, ລຳຕົ້ນມີລັກສະນະຄົດງໍ, ລຳຕົ້ນລຽບ ຫຼື ແຕກເປັນເກັດ, ສີເທົາອົມເຫຼືອງອ່ອນ, ເປືອກດ້ານໃນເປັນສີແດງຊ້ຳ, ກິ່ງອ່ອນກ້ຽງ, ໃບອ່ອນມີຂົນ. ໃບດ່ຽວ, ອອກວຽນສະຫຼັບ, ໃບໄຂ່ປີ້ນ ຫຼື ຮູບຫອກປີ້ນ, ກ້ວາງ 8-13 ຊມ, ຍາວ 20-40 ຊມ, ໂຄນໃບຮູບຫຼິ່ມ ຫຼື ຮຽວແຫຼມ, ຂອບແສກແຂ້ວເລືອຍ, ປາຍແຫຼມ ຫຼື ປາຍຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານກະຈາຍຢູ່ຢ່າງໜາແໜ້ນ. ຊໍ່ດອກແບບກະຈະ ຫຼື ດອກດ່ຽວ, ອອກຕາມປາຍກິ່ງ ຫຼື ບໍລິເວນປາຍກິ່ງ. ດອກຍ່ອຍມີ 1-3 ດອກ, ດອກບານເຕັມທີ່ມີເສັ້ນຜ່າສູນກາງ 14-16 ຊມ. ກາບດອກມີ 5 ກາບ, ສີຂຽວ, ໜາ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບບ່ວງ, ສີເຫຼືອງ. ເກສອນເພດຜູ້ມີຈຳນວນຫຼາຍ, ແບ່ງອອກເປັນ 2 ຊັ້ນ, ຊັ້ນນອກເປັນສີເຫຼືອງເຂັ້ມກ່ວາຊັ້ນໃນ. ເຕົ້າໄຂ່ມີ 7-11 ຫ້ອງ, ແຕ່ລະຫ້ອມມີເມັດໄຂ່ 25-35 ເມັດ, ປາຍຮວງຮັບແຍກເປັນຫຼາຍແສກ. ໝາກກົມ ຫຼື ຮູບໄຂ່, ໝາກມີເນື້ອອວບນ້ຳ, ມີຂະໜາດເສັ້ນຜ່າສູນກາງປະມານ 3.5-4 ຊມ, ກາບດອກພັດທະນາມາເປັນກາບຫຸ້ມ, ສີເຫຼືອງອົມສົ້ມ, ເນື້ອໝາກເປັນສີເຫຼືອງ ຫຼື ສີສົ້ມ, ໝາກແຫ້ງເປັນສີນ້ຳຕານ. ແກ່ນມີຈຳນວນຫຼາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ, ສິ່ງປູກສ້າງ

ເປັນອາຫານ:

  • ໝາກ: ໝາກສຸກສາມາດກິນເປັນໝາກໄມ້ໄດ້.

ສັບພະຄຸນ:

  • ເປືອກຕົ້ນ: ນຳມາຍ້ຳເຮັດໃຫ້ເຫງືອກ ແລະ ແຂ້ວແຂງແຮງ, ຕົ້ມດື່ມເປັນຢາແກ້ຖອກທ້ອງ, ນຳມາຍ້ຳໃສ່ແຜ ແລະ ຊ່ວຍຮັກສາແຜໄຟໄໝ້.
  • ຕົ້ນ: ຕົ້ມດື່ມເປັນຢາຂັບນ້ຳຄາວຫຼັງຄອດ ຫຼື ຢູ່ໄຟຂອງແມ່ຍິງ.
  • ໝາກ: ປຸງເປັນຢາກະຈາຍເລືອດ (ເປືອກ ແລະ ໝາກ).

ສິ່ງປຸກສ້າງ:

  • ເນື້ອໄມ້: ສາມາດນຳໄປສ້າງບ້ານເຮືອນໄດ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,