ເລກລຳດັບທີ: 2523
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຊາຍຊູ້ເຄືອ
Zeylan Capparis
Capparis zeylanica L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຊາຍຊູ້ເຄືອ ແລະ ຕົ້ນເລັບແມວ.ໄທ: ສາລີແກ່ນໃຈ, ຄ້ອນກ້ອງເຄືອ, ສາຍຊູໃຫຍ່, ເຄືອຫຼັ່ງໝາກເກັບ, ຍ່ຽວໄກ່, ຮ້ານຝີປ້ານ, ລານຜີປາຍ ແລະ ສະແອະ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Brassicales
ຊື່ສະກຸນ
Capparaceae
ສະກຸນ
Capparis
ຊະນິດ
Capparis zeylanica
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມເລືອຊະນິດໜຶ່ງ, ແຕກກິ່ງກ້ານສາຂາຫຼາຍ. ລຳຕົ້ນສູງ 2-5 ມ, ຕາມກິ່ງອ່ອນມີຂົນສີແດງອົມນ້ຳຕານ ຫຼື ສີຂຽວປົກຄຸມຢ່າງໜາແໜ້ນ, ພາກສ່ວນແກ່ກ້ຽງ. ໃບດ່ຽວ, ອອກຮງສະຫຼັບຕາມຂໍ້, ຮູບຮີ, ກ້ວາງ 2.5-7.5 ຊມ, ຍາວ 5-17.5 ຊມ, ໂຄນໃບມົນ ຫຼື ວ້ຳຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ຕັດ ຫຼື ຕິ່ງໜາມ, ແຜ່ນໃບໜາ ແລະ ໜຽວ, ສີຂຽວເຂັ້ມ. ຊໍ່ດອກອອກຕາມປາຍກິ່ງ, ດອກເກີດຂຶ້ນກ່ອນໃບປົ່ງ. ດອກຍ່ອຍມີ 2-5 ດອກ. ກາບດອກມີສີຂາວອົມເຫຼືອງ ຫຼື ສີຂຽວອົມເລືອງ. ກີບດອກມີລັກສະນະບາງ, ປາຍມົນ, ກີບຄູ່ໃນມີສີບົວ ແລະ ມີສີແດງຢູ່ກາງໂຄນກີບ. ເກສອນເພດຜູ້ມີຈຳນວນຫຼາຍ. ກີບຮອງດອກມີລັກສະນະໜາ ແລະ ມີຂົນປົກຄຸມ. ໝາກຮູບກົມ ຫຼື ຮູມຮີ, ມີຂະໜາດປະມານ 3.8 ຊມ, ຍາວປະມານ 3.9 ຊມ, ເປືອກໜາປະມານ 2 ມມ, ໝາກສຸກເປັນສີແດງສົ້ມ ຫຼື ສີມ່ວງດຳ. ແກ່ນຈຳນວນຫຼາຍ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ III (ຍືນຍົງ / ທົ່ວໄປ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ມີສັບພະຄຸນເປັນຢາບຳລຸງທາດ, ຊ່ວຍລະງັບປະສາດ, ຊ່ວຍຂັບນ້ຳດີ ແລະ ນຳມາຝົນເປັນຢາຮັກສາຝີທຸກຊະນິດ (ປະສົມກັບໃບ ຫຼື ຮາກ, ເປືອກຕົ້ນຮັກ).
  • ເປືອກຕົ້ນ: ຮັກສາພະຍາດອາຫິວາ.
  • ທັງຕົ້ນ: ຮັກສາພະຍາດເລືອດອອກຕາມວ່າງແຂ້ວ ແລະ ຮັກສາພະຍາດກະເພາະອັກເສບ.
  • ໃບ: ຕຳພອກຮັກສາພະຍາດລິດຊີດວງທະວານໜັກ, ພອກຫົວແກ້ອາການເຈັບຫົວ ແລະ ພອກແກ້ຄັນ, ຮັກສາຝີ ແລະ ແຜບວມ, ນຳມາຊັບຕາກແຫ້ງໃຊ້ເປັນຢາຮົມຊ່ວຍບຳລຸງຮ່າງກາຍ ແລະ ຜິວພັນ.
  • ກິ່ງ: ນຳມາຕັດເປັນແຜ່ນແກ້ໜິ້ວ (ຕົ້ມໝາກກະທັນ, ຫວ້ານ, ຕົ້ນຝາງແດງ).

ນອກຈາກນີ້ແລ້ວປະຊາຊົນຍັງນິຍົມນຳມາເຮັດພິທີທາງສາດສະໜາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,