ເລກລຳດັບທີ: 2521
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກົ້ນຈ້ຳນ້ອຍ
Eastern St Paul's-wort
Sigesbeckia orientalis L.
ພືດ
ພືດລົ້ມລຸກ
ດອກໄມ້
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໄທ: ຫຍ້າຜົມຍຸ້ງ, ຫຍ້າຍຽວໝູ, ຜັກເຜັດໝູ, ກົ້ນຈ້ຳນ້ອຍ ແລະ ສະພ້ານກົ້ນ. ຈີນ: 希西亞, 塗鴉, 豨莶 ແລະ 出租.ອັງກິດ: divine herb, Indian weed, sigesbeckia ແລະ yellow crown-head.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Sigesbeckia
ຊະນິດ
Sigesbeckia orientalis
ຊື່ພ້ອງ
Minyranthes heterophylla Turcz.
Sigesbeckia brachiata Roxb.
Sigesbeckia caspica Fisch. & C.A.Mey.
Sigesbeckia gracilis DC.
Sigesbeckia humilis Koidz.
Sigesbeckia iberica Willd.
Sigesbeckia orientalis f. angustifolia Makino
Sigesbeckia orientalis var. angustifolia Makino
Sigesbeckia orientalis subsp. caspica Kitam.
Sigesbeckia orientalis f. orientalis
Sigesbeckia orientalis var. orientalis
Sigesbeckia orientalis subsp. orientalis
Sigesbeckia orientalis var. tenggerensis Hochr.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ລົ້ມລຸກອາຍຸລະດູດຽວ. ລຳຕົ້ນຕັ້ງຊື່, ສູງ 0.5-1.3 ແລະ ສູງໄດ້ເຖິງ 1.5 ມ, ແຕກກິ່ງກ້ານສາຂາຫຼາຍ, ເປືອກລຳຕົ້ນສີມ່ວງ, ມີຂົນສີເທົາ ຫຼື ສີມ່ວງປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບສາມຫຼ່ຽມ, ກ້ວາງ 4.5-9 ຊມ, ຍາວ 9-14 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື่่ອຍ, ປາຍແຫຼມ, ໃບສ່ວນປາຍມີຂະໜາດນ້ອຍກ່ວາໃບລຸ່ມ, ລັກສະນະຮູບຂອບຂະໜານ ຫຼື ຮູບໃບຫອກ, ກ້ວາງ 0.4-2 ຊມ, ຍາວ 2-4 ຊມ, ມີຂົນອ່ອນນຸ້ມປົກຄຸມທັງສອງດ້ານຢ່າງໜາແໜ້ນ. ຊໍ່ດອກແບບກະຈຸກ, ອອກຕາມງາມໃບ ຫຼື ປາຍຍອດ. ດອກຍ່ອຍຮຽງຊ້ອນກັນເປັນດີ້ວຄັນຮົ່ມຂະໜາດນ້ອຍ, ສີເຫຼືອງ. ກາບດອກມີ 2 ຊັ້ນ, ມີປະມານ 12 ກາບ. ກີບດອກຮູບໄຂ່ປີ້ນ, ກ້ວາງປະມານ 3 ມມ, ຍາວ 1-1.2 ຊມ, ມີຂົນປົກຄຸມ. ເກສອນເພດຜູ້ມີ 5 ອັນ. ໝາກແຫ້ງບໍ່ແຕກ, ຮູບຫອກປີ້ນ ຫຼື ຮູບໄຂ່ປີ້ນ, ເປັນຫຼ່ຽມ, ຄົດງໍເລັກນ້ອຍ, ຍາວປະມານ 4 ມມ, ມີ 4 ສັນ, ສີດຳ, ຜິວໝາກລຽບມັນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ທັງຕົ້ນ: ເປັນຢາເຢັນອອກລິດຕໍ່ຕັບ, ໝາກໄຂ່ຫຼັງ, ມ້າມ ແລະ ໃຊ້ເປັນຢາຂັບລົມ, ແກ້ຄວາມດັນເລືອດສູງ, ແກ້ອາການນອນບໍ່ຫຼັບ, ປະສາດອ່ອນ (ບົດໃຫ້ເປັນຜົງແຄັບຊູນ 0.5 ກຼາມ, ນຳມາຮັບປະທານ 2-4 ແຄັບຊູນ, ວັນລະ 2-3 ຄັ້ງ), ແກ້ໄຂ້ມາລາເຣຍ, ແກ້ຕັບອັກສຽບເສບພັນແບບດີຊ່ານ (ສົດ 35 ກຼາມ, ກີຈີ້ 10 ກຼາມ, ແກ່ນຜັກກາດນ້ຳ 15 ກຼາມ, ກິ່ມຈີ່ເຊົ່າ 15 ກຼາມນຳມາຕົ້ມກັບນ້ຳ 1000 ຊີໆ, ຕົ້ມໃຫ້ເຫຼືອ 300 ຊີໆ, ເປັນຢາທາພາຍນອກເປັນຢາແກ້ພິດຝີໜອງ, ຮັກສາແຜມີເລືອດອອກ, ແກ້ພະຍາດອຳມະພາດ, ອາການເຈັບຂໍ້, ເຈັບຂາ, ພະຍາດໄຂ່ຂໍ້ອັກເສບ, ຕີນມືຊາ ຫຼື ເປັນເນັບຊາບໍມີແຮງ.
  • ຕົ້ນ ແລະ ໃບ: ຕົ້ມຄັ້ນເອົານ້ຳທາ ຫຼື ພອກຮັກສາອາການເຈັບກະດູກ ແລະ ກະດູກຫັກ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,