ເລກລຳດັບທີ: 2518
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສົ້ມລົມ
Som Lom
Urceola polymorpha (Pierre ex Spire) D.J.Middleton & Livsh.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ສົ້ມລົມ ແລະ ເຄືອສົ້ມລົມ.ຫວຽດນາມ: Dây dang; Dây lá giang, Giang chua ແລະ Dây đực.
ອະນຸກົມວິຖານ
ຊື່ສະກຸນ
Apocynaceae
ຊື່ພ້ອງ
Aganonerion polymorphum Pierre ex Spire
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນລຳເລືອ, ພັນຕາມຕົ້ມໄມ້ໃຫຍ່ແຕ່ບໍ່ມີມືເກາະ, ລຳຕົ້ນ ຫຼື ເຄືອມີລັກສະນະກົມ, ຜິວລຽບ, ສີຂຽວ, ມີຢາງສີຂາວ, ກິ່ງອ່ອນມີຂົນອ່ອນກະຈາຍຢູ່ທົ່ວ, ກິ່ງແກ່ມີປ່ອງອາກາດກະຈາຍຢູ່. ໃບດ່ຽວ, ອອກຮຽງສະຫຼັບສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບໄຂ່, ຮູບຮີ ຫຼື ຮູບຫອກ, ກ້ວາງ 2-5 ຊມ, ຍາວ 4-9 ຊມ, ໂຄນໃບມົນ, ຕັດ ຫຼື ຮູບຫົວໃຂ, ຂອບລຽບ, ປາຍແຫຼມ, ຕິ່ງໜາມ ຫຼື ມົນ, ແຜ່ນໃບບາງ, ຜິວໃບດ້ານເທິງສີຂຽວເຂັ້ມ, ລຽບ ແລະ ມັນວາວ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນອ່ອນນຸ້ມກະຈາຍຢູ່ທົ່ວ, ມັກມີຈຸດສີແດງກະຈາຍຢູ່ທົ່ວຜິວໃບ, ໃບອ່ອນມີລົດຊາດສົ້ມ. ກ້ານໃບກົມ, ຍາວ 0.5-3.2 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 3-9 ຊມ. ດອກຍ່ອຍມີ 20-30 ດອກ, ຮູບຊົງກົມ, ປາຍແຫຼມ, ຍາວ 1 ຊມ, ສີບົວອ່ອນ ຫຼື ສີບົວເຂັ້ມ. ກາບດອກຮູບໄຂ່, ໂຄນເຊື່ອມຕິດກັນປາຍແຍກເປັນ 5 ແສກ, ຍາວປະມານ 3.5 ມມ, ຂອບມີຂົນຂຸຍ, ປາຍແຫຼມ, ສີຂຽວປົນສີແດງ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 3.5-5 ມມ, ຫຼອດສີຂຽວອົມເຫຼືອງ, ປາກຫຼອດມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ສີຂາວ, ປາຍແຍກອອກເປັນ 5 ແສກ, ບິດວຽນຂວາເລັກນ້ອຍ, ຮູບກົມ, ຍາວປະມານ 2.5 ມມ, ສີບົວອົມແດງ. ເກສອນເພດຜູ້ມີ 3-4 ມມ, ຖົງລະອອງຮູບລູກສອນ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງແຍກຈາກກັນ, ຍາວປະມານ 1 ມມ, ຜິວມີຂົນກະຈາຍຢູ່ທົ່ວ, ຄໍເຕົ້າໄຂ່ຍາວປະມານ 2 ມມ. ໃບປະດັບມີຂະນາດນ້ອຍ, ຫຼົ່ນງ່າຍ. ໝາກກຸ່ມ, ອອກເປັນຄູ່, ໂຄນຕິດກັນ, ປາຍແຫຼມ, ຍາວປະມານ 20 ຊມ, ຜິວກ້ຽງ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີນ້ຳຕານ ແລະ ແຕກອອກຕາມຄວາມຍາວ. ແກ່ນມີຈຳນວນຫຼາຍ, ສີນ້ຳຕານ, ລັກສະນະຮຽວຍາວ, ຍາວປະມານ 1 ຊມ, ມີຂົນແບບກະຈຸກ, ສີຂາວຍາວ 1.5-3 ມມ, ສາມາດປິວໄປຕາມລົມໄດ້.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ:

  • ໃບ, ດອກ ແລະ ໝາກ: ມີລົດຊາດສົ້ມຮັບປະທານໄດ້, ໃຊ້ເປັນຜັກສົກກິນກັບແຈ່ວ, ເກືອ, ລາບ, ປົນກົບກ້ອຍເປັນຕົ້ນ ຫຼື ໃຊ້ເປັນເຄື່ອງຄຽງໃນການຕົ້ມສົ້ມ, ຕົ້ມຍຳຕ່າງ. ນອກຈາກນີ້ແລ້ວຍັງໃຊ້ເປັນອາຫານສັດຈຳພວກງົວ, ຄວາຍອີກດ້ວຍ.

ສັບພະຄຸນ:

  • ຮາກ: ຕົ້ມດື່ມເປັນຢາຊ່ວຍຂັບລົມ, ແກ້ອາການເຈັບກະເພາະ, ແກ້ອາການກ້າມຊິ້ນທ້ອງແຂງ, ແກ້ອາການລົງຂາວຂອງຜູ້ຍິງ, ຕົ້ມກັບສະໝູນໄພອື່ນເປັນຢາແກ້ອາການປັດສະວະຂັດ, ຕົ້ມປະສົມກັບຮາກຕ້າງໄກ່ໃຫຍ່ແກ້ອາການມ້າມໃຫຍ່ ແລະ ນຳມາຕົ້ມກັບຕົ້ນກຳຈາຍ, ຕົ້ນກະຈຽນ, ຕົ້ນກຳແພງເຈັດຊັ້ນ, ຕົ້ນເລັບແມວ, ຕົ້ນໝາກດູກ, ຕົ້ນກ້າງປາໃຫຍ່, ຕົ້ນໝາກເດື່ອ ແລະ ຕົ້ນຕັບເຕົ່າໂຄກ ແກ້ອາການເມື່ອຍຕາມຮ່າງກາຍ.
  • ຕົ້ນ: ຕົ້ມດື່ມຊ່ວຍແກ້ລົມ, ວຽນຫົວ ແລະ ຕົ້ມອາບແກ້ຜື່ນຄັນ.
  • ໃບ: ນຳມາຍ້ຳສົດກິນເປັນຢາແກ້ລົມ, ວຽນຫົວ, ໜ້າມືດຕາລາຍ ແລະ ແກ້ອາການຂາດນ້ຳ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,