ເລກລຳດັບທີ: 2513
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກ້ານຖີນແດງ
Cucur Atap
Baeckea frutescens L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
lao: ກ້ານຖີນແດງ ແລະ ສຽວນ້ອຍ.ໄທ: ສົນຫາງສິງ, ສົນດົງ, ສົນຫີນ, ສຽວນ້ອຍ, ສົນຫອມ, ສົນຂີ້ໄກ່, ປໍຮ່ວງຣຸ, ສົນນ້ອຍ, ສົນສ້ອຍ, ສົນນາ, ສົນ, ກ້ານຖິນແດງ ແລະ ສົນເທດ.ຈີນ: 剛歌 ແລະ 劉思.False Ru, Cucur Atap, Chuchur Atap, Ujan Atap, Timor Tasek, China Maki, Rempah Gunong, Da Eng, 岗松
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Myrtales
ຊື່ສະກຸນ
Myrtaceae
ສະກຸນ
Baeckea
ຊະນິດ
Baeckea frutescens
ຊື່ພ້ອງ
Baeckea chinensis Gaertn.
Baeckea cochinchinensis Blume
Baeckea cumingiana Schauer
Baeckea ericoides Schltdl.
Baeckea sinensis Gaertn.
Baeckea stenophylla F.Muell.
Baeckea sumatrana Blume
Drosodendron rosmarinus (Lour.) M.Roem.
Neuhofia rosmarinifolia Stokes
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ. ລຳຕົ້ນສູງປະມານ 5 ມ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ມີຄວາມແຂງແຮງທົນທານ, ມີຂະໜາດນ້ອຍ, ລຳຕົ້ນເປັນສີເທົາອົມສີນ້ຳຕານ, ເປືອກແຕກເປັນຂຸຍ, ເນື້ອໄມ້ເປັນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບແຖບ ຫຼື ຮູບເຂັມ, ຢູ່ຮ່ວມກັນເປັນກະຈຸກ, ກ້ວາງ 0.4-0.6 ມມ, ຍາວ 5-8 ມມ, ຜິວໃບທາງດ້ານເທິງເປັນຮ່ອງ, ຜິວໃບທາງດ້ານລຸ່ມງໍເລັກນ້ອຍ, ລັກສະນະຄືກັນໃບແປກ, ມີກິ່ນຫອມ. ກ້ານໃບສັ້ນ ຫຼື ບໍ່ມີກ້ານໃບ. ຊໍ່ດອກແບບກະຈຸກສັ້ນ ຫຼື ດອກດ່ຽວ, ອອກຕາມງ່າມໃບ. ດອຍຍ່ອຍມີ 2-3 ດອກ, ດອກມີຂະໜາດນ້ອຍ, ມີເສັ້ນຜ່າສູນກາງ 2-3 ມມ, ສີຂາວ. ກາບດອກແຍກອອກເປັນ 2 ກາບຫຸ່ມຕິດໂຄນກີບດອກໄວ້, ຮູບຖ້ວຍ, ຍາວປະມານ 3 ມມ, ປາຍມົນ. ກີບດອກມີ 5 ກີບ, ແຕ່ລະກີບຍາວບໍ່ເກີນ 2 ມມ. ເກສອນເພດຜູ້ມີ 8-10 ອັນ, ມີຢ່າງຢູ່ປາຍ, ເປັນຕ່ອມ. ເຕົ້າໄຂ່ມີ 3 ຫ້ອງ, ຄໍເຕົ້າໄຂ່ຍາວ 1-1.5 ມມ, ປາຍຮວງຮັບຮູບກົມ. ຖານຮອງດອກເປັນຮູບຖ້ວຍ, ຍາວປະມານ 1 ມມ. ໝາກດ່ຽວ, ຮູບຖ້ວຍ, ຂະໜາດປະມານ 1.5 ມມ, ກາບດອກ ແລະ ເກສອນເພດແມ່ຕິດທົນຈົນເປັນໝາກ, ໝາກແຫ້ງແລ້ວແຕກ, ສີນ້ຳຕານ. ແກ່ນມີຈຳນວນຫຼາຍ, ຮູບໝາກໄຂ່ຫຼັງ, ມີຂະໜາດປະມານ 0.5 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ໃຊ້ເປັນຢາແກ້ອາການເຈັບກະເພາະ, ຊ່ວຍຂັບລົມ, ແກ້ອາການເຈັບຂໍ້ (ຮາດສົດ 30 ກຼາມຕົ້ມດື່ມ).
  • ລຳຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ອາການໜ້າມືດ, ວຽນຫົວ, ແກ້ອາການເຈັບຫຼັງ, ເຈັບແອວ, ໃຊ້ເປັນຢາຂັບປັດສະວະ, ແກ້ປັດສະວະກະປິບກະປອຍ, ແກ້ຖົງປັດສະວະອັກເສບ, ຊ່ວຍຂັບໜິ້ວໃນທາງເດີນປັດສະວະ (ລຳຕົ້ນ, ຮາກ, ທັງຕົ້ນ) ແລະ ໃຊ້ເປັນຢາແກ້ພິດຮ້ອນໃນ, ແກ້ໄຂ້ຫວັດຕົວຮ້ອນ, ຫຼຸດໄຂ້, ແກ້ອາການໄອ (ຮາກ, ໃບ, ຕົ້ນ).
  • ໃບ: ນຳມາຕົ້ມດື່ມເປັນຢາບຳລຸງທາດ, ບຳລຸງຫົວໃຈ, ແກ້ອາການຮ້ອນໃນຂາດນ້ຳ, ບັນເທົາອາການເປັນລົມແດດ, ຊ່ວຍຂັບລົມ, ໃຊ້ຕຳພອກຮັກສາພະຍາດຜິວໜັງ, ຂີ້ກາກ, ຜື່ນຄັນ, ແກ້ອອກຫຶດ, ໃຊ້ເປັນຢາແກ້ປວດ, ແກ້ບວມຊ້ຳ, ຟົກຊ້ຳດຳຂຽວ (ໃບສົດ 30 ກຼາມນຳມາຕຳໃຫ້ແລກແລ້ວນຳມາຊົງກັບນ້ຳຮ້ອນຕອງເອົານ້ຳປະສົມກັບນ້ຳຕານເລັກນ້ອຍ), ຮັກສາແຜ່ໄຟໄໝ້, ນ້ຳຮ້ອນລວກ(ນຳໃບແຫ້ງມາບົດໃຫ້ລະອຽດປະສົມກັບນ້ຳມັນໝາກພ້າວ ຫຼື ນ້ຳມັນຈາກໃບຊາທາບໍລິເວນທີ່ເປັນແຜ), ນຳມາຊົງເປັນຊາດື່ມແກ້ໄຂ້ ແລະ ບັນເທົາອາການປວດເມື່ອຍຕາມຮ່າງກາຍ.

ນ້ຳມັນຫອມລະເຫີຍ: ໃບສາມາດນຳໄປສະກັດເປັນນ້ຳມັນຫອມລະເຫີຍໄດ້.

ເປັນສິນຄ້າ: ນ້ຳມັນຫອມລະເຫີຍທີ່ສະກັດໄດ້ຈາກໃບສາມາດນຳມາຜະລິດນ້ຳຫອມ, ຢາທາກັນຍຸງ ຫຼື ສະບູເພື່ອເປັນສິນຄ້າສົ່ງອອກໄດ້.

ພືດປະດັບ: ຖືກນິຍົມນຳໄປປູກເປັນໄມ້ປະດັບທົ່ວໄປຕາມໜ້າບ້ານ, ຮ້ານອາຫານ ຫຼື ສວນສາທາລະນະລັດຕ່າງໆ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,