ເລກລຳດັບທີ: 2512
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເພ້ຍຟານ
Macassar kernels
Brucea javanica (L.) Merr.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ເພ້ຍຟານ ແລະ ຄົນດີ.ຊື່ໄທ: ຣາຊະດັດ, ກາຈັບຫຼັກ, ເທົ້າຍາຍມ່ອມນ້ອຍ, ໝ!ກຂີເຫງົາ, ໝາກດີຄວາຍ, ຢາແກ້ຮາກຂົມ, ພະຍາດາບດັກ, ດີຄົນ, ເພ້ຍຟານ, ເພຍະຟານ, ສອຍດາວ, ໝາກລາຄາ, ສະດັດ, ກະດັດ, ກະດັດ, ໂຄຊຽມຈີ້, ຂູ່ເຊິນຈູ່ ແລະ ຍາຕານຈື່.ຊື່ອັງກິດ: Java brucea, kosam, kosam seed ແລະ Macassar kernels.ຊື່ຈີນ: 亞旦子.ຫວຽດນາມ: Cy sut, ct chut, kho sam, kho sâm nam, sau dau, su du, sau dâu cút chuot, sau dâu rung ແລະ xoan rung.ກຳປູເຈຍ: Muruk, rusi, thaksing ແລະ tibro.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Sapindales
ຊື່ສະກຸນ
Simaroubaceae
ສະກຸນ
Brucea
ຊະນິດ
Brucea javanica
ຊື່ພ້ອງ
Ailanthus gracilis Salisb.
Brucea amarissima Desv. ex Gomes
Brucea glabrata Decne.
Brucea gracilis (Salisb.) DC.
Brucea sumatrana Roxb.
Brucea sumatrensis Spreng.
Gonus amarissimus Lour.
Rhus javanica L.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢື່ນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 2-4 ມ, ເປືອກລຳຕົ້ນລຽບ, ສີຂາວປົນເທົາ, ມີຂົນສີເຫຼືອງປົກຄຸ່ມທົ່ວລຳຕົ້ນຢ່າງໜາແໜ້ນ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບວຽນອ້ອມກິ່ງ. ກ້ານໃບຍາວ 5-10 ຊມ. ໃບຍ່ອຍມີ 5-13 ໃບ, ຮູບຮີ, ກ້ວາງ 3-6 ຊມ, ຍາວ 5-10 ຊມ, ຮູບໄຂ່ ຫຼື ຮູບຫອກ, ໂຄນໃບມົນ ຫຼື ຕັດ,ຂອບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວໃບມີຂົນອ່ອນນຸ້ມປົກຄຸມທັງສອງດ້ານ. ກ້ານໃບຍ່ອຍຍາວ 3-10 ມມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ແລະ ປາຍຍອດ, ຍາວ 5-40 ຊມ. ດອກແຍກເພດຕ່າງຕົ້ນ ແລະ ໃນຕົ້ນດຽວກັນ, ດອກຍ່ອຍມີຂະໜາດນ້ອຍ, ສີຂາວອົມຂຽວ, ສີແດງອົມຂຽວ ຫຼື ສີມ່ວງ. ກາບດອກມີ 4 ກາບ, ມີຂະໜາດນ້ອຍຫຼາຍ. ກີບດອກມີ 4 ກີບ, ຮູບບ່ວງ, ມີຂະໜາດໃຫຍ່ກ່ວາກາບດອກເລັກນ້ອຍ, ສີຂຽວອົມມ່ວງ ຫຼື ສີນ້ຳຕານແດງ. ເກສອນເພດຜູ້ກ້ານຊູລະອອງເກສອນ, ຮູບຊົງກົມ. ປາຍຮວງຮັບແຍກເປັນ 4 ພູ. ໝາກສົມມີເນື້ອ, ອອກສ່ວນເປັນພວງ ຫຼື ເປັນກຸ່ມ, ມີປະມານ 1-4 ໝາກ, ຮູບກົມ, ຂະໜາດນ້ອຍ, ຍາວປະມານ 4 ມມ, ຜິວໝາກລຽບເປັນມັນ, ເປືອກໝາກແຂງ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີດຳ ຫຼື ສີນ້ຳຕານດຳ. ແກ່ນມີ 1 ແກ່ນ, ຮູບກົມ ຫຼື ຮູບໄຂ່, ຜິວແກ່ນລຽບ, ເປັນມັນ, ສີເຫຼືອງອ່ອນ ຫຼື ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
ບັນຊີ II (ການເຕີບໂຕຊ້າ / ມີທ້ອງຖິ່ນ)
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ: ຝົນໃສ່ນ້ຳດື່ມເປັນຢາແກ້ໄຂ້, ພິຊຳແດງ, ໃຊ້ຄ້ຽວອົມ ຫຼື ໃຊ້ຄ້ຽວກັບໝາກເປັນຢາແກ້ໄອ, ຕົ້ມດື່ມເປັນຢາແກ້ທ້ອງບິດ, ແກ້ອາການຈຸກສຽດທ້ອງ, ຮັກສາອາການເຈັບກ້າມເນື້ອ.
  • ທັງຕົ້ນ: ໃຊ້ຕົ້ມດື່ມເປັນຢາແກ້ຕົວເຫຼືອງ, ຕາເຫຼືອງ, ເປັນຢາແກ້ໄຂ້, ແກ້ໄຂ້ມາລາເຣຍ (ຕົ້ນ, ຮາກ, ໝາກ, ທັງຕົ້ນ ແລະ ແກ່ນ).
  • ໃບ: ເປັນຢາແກ້ຕັບ, ມ້າມໃຫຍ່, ໃຊ້ຕຳກັບປູນພອກຖອນພິດແມງຂີ້ແຂັບ, ແມງງອດກັດ, ແກ້ຝີໜອງ ແລະ ຂີ້ກາກຂີ້ເກື້ອນ.
  • ໝາກ: ເປັນຢາແກ້ທ້ອງບິດ, ໃຊ້ເປັນຢາຂັບພະຍາດພິດ, ຂ້າພະຍາດພິດ (ໝາກ ແລະ ແກ່ນ), ເປັນຢາແກ້ອາການເຈັບທ້ອງ, ເປັນຢາແກ້ກະໄສ, ບຳລຸງທາດ, ຊ່ວຍຈະເລີນອາຫານ, ແກ້ອາການເປັນລົມວິນວຽນ, ຕົ້ມດື່ມເປັນຢາຂັບພິຮ້ອນ (ໝາກສົດ 5-10 ກຼາມ), ແກ່ອາການຫາວເລີ, ໝາກແກ້ອາການຮາກເປັນເລືອດ, ແກ້ອາການເຈັບເອິກ, ຊ່ວຍບຳລຸງນ້ຳດີ, ບຳລຸງນ້ຳເຫຼືອງ, ເປັນຢາແກ້ລົມ, ແກ້ພິດຕານຊາງ, ຂັບເສມຫະ ແລະ ຂັບພະຍາດພິດໃນທ້ອງ.
  • ແກ່ນ: ໃຊ້ເປັນຢາຄຸມທາດ, ບຳລຸງທາດ, ຊ່ວຍຕ້ານມະເຮັງ, ແກ້ທ້ອງບິດອາມີບ້າ (ໂດຍໃຊ້ເມັດຈຳນວນ 10-15 ເມັດນຳມາບົດໃຫ້ລະອຽດໃຊ້ແຄັບຊູນ, ຮັບປະທານວັນລະສາມຄັ້ງຕິດຕໍ່ກັນ 7-10 ວັນ), ໃຊ້ເປັນຢາຮັກສາພະຍາດກ່ຽວກັບລຳໄສ້ ແລະ ຮັກສາພະຍາດຜິວໜັງ, ຂີ້ກາກ, ຕາປາ (ນຳມາບົດໃຫ້ເປັນຜົງນຳມາໂຮຍໃສ່ບໍລິເວນທີ່ເປັນ ຫຼື ນຳມາປະສົມກັບນ້ຳມັນໝາກພ້າວໄດ້ເຊັ່ນດຽວກັນ).

ໝາຍເຫດ: ສະມູນໄພຊະນິດນີ້ເປັນພິດບໍ່ຄວນໃຊ້ໃນປະລິມານຫຼາຍ ສຳລັບຜູ້ທີ່ກະເພາະລຳໄສ້ ອ່ອນແອ, ເດັກອາຍຸຕ່ຳກ່ວາ 9 ປີ ແລະ ຜູ້ຍິງຖືພາຫ້າມຮັບປະທານສະໝູນໄພຊະນິດນີ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,