ເລກລຳດັບທີ: 2508
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-02-05

ຜັກຕຸ່ມແຕງ
Black nightshade

Solanum nigrum L.


ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ

1 / 1
Image 1


ຊື່ທ້ອງຖີ່ນ:
ຊື່ລາວ: ຕຸ່ມຕ້ອຍຕຸ່ມແຕງ, ຕຸ່ມຕ້ອຍ ແລະ ຕຸ່ມແຕ່ງ.ຊື່ໄທ: ຫຍ້າຕົ້ມຕອກ, ຫຍ້າຕ້ອມຕ໊ອກ, ທຸມຂັນ, ຂ່າອົມ, ປຣະຈາມ, ແວ້ງນົກ, ສະກໍຄຣະ, ດໍ່ກະຣິ່ວ, ບ່ະດີດ, ແພະແຄ້ວງ, ນ້ຳໃຈໃຄຣ, ອໍຕຽມກຸຍ ແລະ ໂອຕຽມກຸຍ.ຊື່ສາມັນ: Black nightshade, Common nightshade ແລະ Deadly nightshade.ຊື່ຈີນ: 美麗連奎, 丟失 ແລະ 嚇唬.ອິນເດຍ: makhoi; nunununia

ຊື່ພ້ອງ :
Solanum acutifolium Kit. ex Kanitz
Solanum astroites G.Forst.
Solanum atriplicifolium Desp. ex Dunal
Solanum besserianum Weinm.
Solanum bidentatum Raf.
Solanum cechicum Opiz
Solanum cestrifolium Jacq. ex Weinw.
Solanum cestrifolium Jacq. ex Spreng.
Solanum cestrophyllum Dunal
Solanum chenopodiifolium H.Lév.
Solanum chenopodium Raf.
Solanum chlorocarpum Schur
Solanum cuneifolium Dunal
Solanum decipiens Opiz
Solanum decurrens Wall. ex Dunal
Solanum diffusum Vell.
Solanum exaratum Raf.
Solanum extremiorientale Ignatov
Solanum foetidum Rottb.
Solanum fontanesianum Schrank
Solanum ganchouenense H.Lév.
Solanum humile Salisb.
Solanum judaicum (L.) Besser
Solanum moschatum C.Presl
Solanum nigrum var. atriplicifolium G.Mey.
Solanum nigrum var. chlorocarpum (Spenn.) Schur
Solanum nigrum var. elbaensis Täckh. & Boulos
Solanum nigrum var. flavidum S.Z.Liou & W.Q.Wang
Solanum nigrum var. genuinum Hassl.
Solanum nigrum var. hirsutum G.Mey.
Solanum nigrum var. humile Macloskie
Solanum nigrum var. incisum Täckh. & Boulos
Solanum nigrum inerme K.Koch
Solanum nigrum var. legitimum Neilr.
Solanum nigrum f. longepedunculatum Hassl.
Solanum nigrum subsp. schultesii (Opiz) Wessely
Solanum nigrum subf. sinuatodentatum Hassl.
Solanum nigrum var. stylosum Witasek
Solanum nigrum var. subhastatum Hassl.
Solanum nigrum var. vulgatum Dunal
Solanum nigrum var. vulgatum L.
Solanum paludosum Dunal
Solanum parviflorum Moris ex Badarò
Solanum peregrinum E.P.Bicknell
Solanum probstianum Polgar
Solanum pseudoflavum Pojark.
Solanum reineggeri Opiz
Solanum repens Noronha
Solanum rhinozerothis Blume
Solanum rottboellianum Roem. & Schult.
Solanum roxburghii Dunal
Solanum schultesii Opiz
Solanum speciosum Dunal
Solanum stenopetalum A.Braun
Solanum tauschii Opiz
Solanum viride Schur
Solanum vulgare (L.) Hegetschw.
Solanum vulgatum Baumg.

ສະກູນ:
Solanaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຈັດເປັນພືດລົ້ມລຸກຂະໜາດນ້ອຍ, ອາຍຸປະມານ 1 ປີ. ລຳຕົ້ນມີລັກສະນະຕັ້ງຊື່, ສູງ 30-90 ຊມ ຫຼື ອາດຈະສູງໄດ້ຮອດ 1 ມ, ຮູບກົມ ຫຼື ເປັນຫຼ່ຽມສັ້ນ ຫຼື ເປັນຮອງ, ແຕກກິ່ງກ້ານສາຂາຈຳນວນຫຼາຍ, ມີຂົນປົກຄຸມຫນ້ອຍໜື່ງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ, ຮູບໄຂ່ ຫຼື ຮູບຫອກ, ກ້ວາງ 3-6 ຊມ, ຍາວ 4-10 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍຮຽວແຫຼມ, ຜິວໃບລຽບ ຫຼື ມີຂົນ. ກ້ານໃບແປ, ຍາວ 0.5-1.2 ຊມ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກຕາມງ່າມໃບ. ກ້ານຊໍ່ດອກຍາວປະມານ 6 ມມ. ດອກຍ່ອຍຮູບລັງຄັງ, ມີປະມານ 4-10 ດອກ ແລະ ອາດຈະມີຮອດ 20 ດອກ. ກ້ານດອກຍາວປະມານ 2.5 ມມ, ມີຂົນປົກຄຸມເລັກນ້ອຍ. ກາບດອກເຊື່ອມຕິກັນເປັນຮູບລະຄັງ, ປາຍແຍກເປັນ 5 ແສກ, ຂະໜາດນ້ອຍ, ສີຂຽວ. ກີບດອກມີ 5 ກີບ, ຮູບຫອກ, ກ້ວາງປະມານ 5 ມມ. ເກສອນເພດຜູ້ຈັບຢູ່ໂຄນກີບດອກ, ມີ 5 ອັນ, ສີເຫຼືອງ. ໝາກຮູບກົມ, ມີຂະໜາດປະມານ 4-7 ມມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີມ່ວງດຳ ຫຼື ສີດຳ. ແກ່ນຮູບໄຂ່ ຫຼື ຮູບຮີ, ແປ, ສີນ້ຳຕານອ່ອນ.

ນິເວດວິທະຍາ
ເຂດກະຈາຍພັນໃນສາກົນ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະຂອງ IUCN :
N/A

ສະຖານະພາບການອະນຸຮັກຂອງປະເທດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ອາຫານ: 

  • ໃບ ຫຼື ຍອດອ່ອນ: ມາລວກກິນກັບແຈ່ວ, ຂົ້ວ ຫຼື ຊຸບກິນເປັນອາຫານ.
  • ໝາກສຸກ: ບໍ່ມີພິດສາມາດກິນໄດ້.

ເປັນສິນຄ້າ: 

  • ຍອດອ່ອນ: ຖືກນິຍົມນຳມາວາງຂາຍຕາມທ້ອງຕະຫຼາດ. 

ສັບພະຄຸນ: 

  • ຮາກ: ນຳມາຕົ້ມກັບນ້ຳດື່ມແກ້ໄອ, ຮາກ ແລະ ໝາກນຳມາຕົ້ມດື່ມເປັນຢາບຳລຸງຮ່າງກາຍ ແລະ ແກ້ອາການອ່ອນເພຍ.
  • ທັງຕົ້ນ: ເປັນຢາຮັກສາມະເຮັງເຕົ້ານົມ, ມະເຮັງປາກມົດລູກ, ອອກລິດຕໍ່ປອດ, ຕັບ, ໃຊ້ເປັນຢາດັບພິດຮ້ອນ, ຖອນພິດໄຂ້, ແກ້ໄຂ້ຫວັດ, ໄຂ້ຫວັດແດດ (ຕົ້ນສົດ 35 ກຼາມ, ຕົ້ມໃສ່ກັບນ້ຳຕານແດງໜ້ອຍໜື່ງ), ຊ່ວຍຮັກສາອາການຕ່ອມທອນສິນອັກເສບ, ແກ້ໄອໃນປອດ ແລະ ອາການໄອ (ຕົ້ນສົດ 35 ກຼາມ+ຕົ້ນກິ່ງແກ້ 10 ກຼາມ+ສົດ 3 ກຼາມ ຕົ້ມດື່ມຕິດຕໍ່ກັນ 10 ມື້), ຕົ້ມດື່ມເປັນຢາຂັບເສມຫະ, ແກ້ອາການຈຸກສຽບ, ຮັກສາອາການທາງເດີນປັດສະວະຕິດເຊື້ອ, ຮັກສາອາການຕົກຂາວຂອງຜູ້ຍິງ, ແກ້ອາການຫອບໄອ, ຮັກສາເຕົ້ານົມອັກເສບສຽບພັນ (ຕົ້ນສົດ 70 ກຼາມຕົ້ມດື່ມວັນລະສອງຄັ້ງຕິດຕໍ່ກັນເປັນເວລາ 3-7 ວັນ), ຮັກສາຝີໃນທ້ອງ, ທ້ອງໃຄ່ (ຕົ້ນສົດ 500 ກຼາມດື່ມວັນລະສອງຄັ້ງ), ນຳມາຕົ້ມລ້າງຜິວໜັງແກ້ຜື່ນຄັນຊຳເຮື້ອ, ຮັກສາຝີໜອງ, ແກ້ພິດງູ, ເປັນຢາແກ້ພິດ, ແກ້ບວມ ແລະ ຮັກສາທ້ອງໄຂ່ປາຊະນິດຮ້າຍແຮງ.
  • ໃບ: ເປັນຢາຮັກສາແຜ, ຮັກສາພະຍາດໄຂ່ຄໍອັກເສບ, ນຳມາຄ້ຽວເພື່ອຮັກສາອາການຕິດເຊື້ອໃນທາງເດີນຫາຍໃຈສ່ວນເທິງ (ໝາກ, ໃບ), ເປັນຢາຂັບປັດສະວະ (ໃບ, ໝາກສຸກ) ແລະ ຮັກສາອາການບວມນ້ຳ (ໃບ, ທັງຕົ້ນ).
  • ໝາກສຸກ: ຊ່ວຍຈະເລີນອາຫານ, ແກ້ໄຂ, ແກ້ອາການຖອກທ້ອງ, ຮັກສາຂີ້ກາກ, ຊ່ວຍຫຼຸດອາການແຂງຕົວຂອງກ້າມເນື້ອ, ຄັ້ນເອົານ້ຳທາ ຫຼື ພອກແຜທີ່ຖືກທາກດູດ, ຮັກສາເບົາຫວານ ແລະ ຫຼຸດລະດັບນ້ຳຕານໃນເລືອດ (ໝາກແຫ້ງບົດໃຫ້ເປັນຜົງຊົງກັບນ້ຳຮ້ອນດື່ມ 2 ຊ້ອນຊາ/ 1 ແກ້ວ ດື່ມເຊົ້າ-ແລງ).

ໝາຍເຫດ: ຜູ້ທີ່ມີທາດໄຟອ່ອນ, ມ້າມ ແລະ ກະເພາະເຢັນຫ້າມຮັບປະທານສະມູນໄພຊະນິດນີ້.

ສານພິດ: ໝາກດິບມີສານ Slanine ອອກລິດລະຄາຍເຄືອງຕໍ່ລະທາງເດີນອາຫານ.

ອາການທີ່ສະແດງອອກ: ຫຼັງຈາກໄດ້ຮັບສານພິດນີ້ຫຼາຍຊົ່ວໂມງຈະຮູ້ສຶກເຈັບແສບຮ້ອນບໍລິເວນປາກ ແລະ ຄໍຫອຍ, ແລ້ວຈະມີອາການວິນຫົວ, ປວດຮາກ, ເບື່ອອາຫານ, ເຈັບທ້ອງ, ຖອກທ້ອງ, ອຸນຫະພູມຮ່າງກາຍເພີ່ມຂື້ນສູງ, ເຫື່ອອອກ, ເຈັບຫົວ, ນ້ຳລາຍໄຫຼ, ຫາຍໃຈຕິດຂັດ, ກ້າມເນື້ອອ່ອນເພຍ ແລະ ໜັກສຸດແມ່ນຖ່າຍເປັນເລືອດ. 


ໃນບ້ານ:
N/A

ລະດູ:

ການຄຸ້ມຄອງຈັດການ:
N/A

Value chains:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
Poczai, P., Cernák, I., Varga, I., Hyvönen, J. (2014). Nuclear intron-targeting markers in genetic diversity analysis of black nightshade (Solanum sect. Solanum, Solanaceae) accessions. Genet Resour Crop Evol 61:247–266.
Pham, L.H., Böhme, M., Pinker, I. (2016). SOLANACEAE Diversity in Vietnam: Introduction Taxable goods for conservation And use. Agriculture & Forestry 62(4): 45-55.
Yoshitomi, H., Yamane, S., Truong, X.L. (2014). Collecting Records of Aphids (Hemiptera, Aphididae) in Northern Vietnam and Laos. Japanese Journal of Systematic Entomology, 20 (1): 155–158.
Hameed, I.H., Cotos, M.R.C., Hadi, M.Y. (2017). A Review: Solanum nigrum L. Antimicrobial, Antioxidant properties, Hepatoprotective effects and Analysis of Bioactive Natural Compounds. Research Journal Pharmacy and Technology 10(11): 2017.
Albouchi, F., Attia, M., Hanana, M., Hamrouni, L. (2018). Ethnobotanical Notes and
Phytopharmacologiques on Solanum nigrum Linn. (Family: Solanaceae). American Journal of Phytomedicine and Clinical Therapeutics ISSN 2321-2748.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: