ເລກລຳດັບທີ: 2503
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ເຍົາແດງ
Coral bush
Jatropha multifida L.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໝາກຫຸງແດງ, ຝິ່ນຕົ້ນ, ມາລະກໍຝຣັ່ງ, ຫວ້ານນົບເກົ້າ ແລະ ທິງເຈີຕົ້ນ.ຊື່ສາມັນ: Coral bush, Coral plant ແລະ Physic Nut.ຊື່ຈີນ: 珊瑚花.ມຽນມາ: bein-hpo , semakhan . English : coral bush ແລະ physic nut.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Euphorbiaceae
ສະກຸນ
Jatropha
ຊະນິດ
Jatropha multifida
ຊື່ພ້ອງ
Adenoropium multifidum (L.) Pohl
Jatropha janipha Blanco
Manihot multifida (L.) Crantz
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 2-3 ມ ແລະ ອາດສູງໄດ້ເຖິງ 6 ມ, ມີລັກສະນະຄ້າຍກັບຕົ້ນໝາກຫຸ່ງ, ແຕກກິ່ງກ້ານສາຂາຈຳນວນໜ້ອຍ,ຄ່ອນຂ້າງອວບນ້ຳ, ເປືອກລຽບ, ສີເທົາ, ມີຈຸດນ້ອຍໆກະຈາຍຢູ່ທົ່ວ, ມີຢາງສີຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບກົມ ຫຼື ຮູບຝາມື, ມີຂະໜາດປະມານ 10-30 ຊມ, ຂອບໃບເປັນແສກເລິກຄ້າຍຝາມື, ມີ 7-11 ແສກ, ປາຍແຫຼມ ຫຼື ຍາວເປັນຫາງ, ຜິວໃບກ້ຽງທັງສອງດ້ານ. ກ້ານໃບກົມ, ຍາວ 10-30 ຊມ. ຫູໃບມີລັກສະນະເປັນຮູບເສັ້ນດ້າຍ, ແຂງ, ຍາວປະມານ 2 ຊມ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ກ້ານຊໍ່ດອກຍາວປະມານ 23 ຊມ, ສີແດງ. ດອກແຍກເພດໃນຕົ້ນດ່ຽວກັນ, ດອກຍ່ອຍມີຈຳນວນຫຼາຍ, ມີຂະໜາດນ້ອຍ, ສີແດງສົດ. ດອກເພດຜູ້ມີກີບດອກຮູບໄຂ່ກ້ວາງ, ຍາວປະມານ 1 ມມ. ກີບດອກແຍກອອກຈາກັນອິດສະຫຼະ, ຍາວປະມານ 5 ມມ, ເກສອນເພດຜູ້ມີ 8 ອັນ, ກ້ານເກສອນແຍກກັນ, ສີແດງ. ດອກເພດແມ່ຮູບຫອກ, ຍາວປະມານ 9 ມມ, ປາຍຮວງຮັບນູນຂື້ນເລັກນ້ອຍ, ແຍກເປັນ 2 ພູ. ໝາກຮູບຊົງກົມ, ມີ 3 ພູ, ມີຂະໜາດປະມານ 3 ຊມ, ຜິວລຽບ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງເທົາ ຫຼື ສີນ້ຳຕານອ່ອນ. ແກ່ນມີ 1 ແກ່ນຕໍ່ພູ, ມີຂະໜາດຍາວປະມານ 1.7-2 ຊມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ພືດປະດັບ: ນິຍົມປູກເປັນພືດປະດັບ.

ສັບພະຄຸນ:

  • ຮາກ: ໃຊ້ຕົ້ມດື່ມເປັນຢາຮັກສາລຳໄສ້ ແລະ ຊ່ວຍຍ່ອຍອາຫານ.
  • ເປືອກຕົ້ນ: ເປັນຢາຄຸມທາດ, ເປັນຢາແກ້ອາບິດານລົງແດງ, ເປັນຢາແກ້ອາການປວດຮາກ, ແກ້ອາການທ້ອງບິດ, ທ້ອງເບັງ, ຖອກທ້ອງ, ແກ້ອາການປວດເມື່ອຍຕາມຮ່າງກາຍ, ປວດເມື່ອຍຕາມຂໍ້ຕາມເສັ້ນເອັນ, ແກ້ລົມ ແລະ ເລືອດ.
  • ໃບ: ຕົ້ມກິ່ນເປັນຢາຖ່າຍ, ໃຊ້ເປັນຢາຂ້າຫິດ, ຮັກສາພະຍາດຜິວໜັງ ແລະ ໃຊ້ຂ້າເຫົາ.
  • ແກ່ນ: ເຮັດໃຫ້ປວດຮາກ, ໃຊ້ເປັນຢາຖ່າຍ ແລະ ເປັນຢາຂັບເລືອດເຮັດໃຫ້ແທ້ງລູກໄດ້.
  • ນ້ຳຢ່າງ: ເປັນຢາແຜສົດຊ່ວຍຮັກສາແຜ່, ໃຊ້ຮັກສາແພປາກເປື່ອຍ, ແຜມີດບາດ ແລະ ແຜອັກເສບຊຳເຫື້ອ.

ໝາຍເຫດ: ເມັດ ແລະ ນ້ຳຢາງມີພິດ, ໂດຍເມັດຈະມີພິດລະຄາຍເຄືອງຕໍ່ລະບົບທາງເດີນອາຫານ ແລະ ເຮັດໃຫ້ແທ້ງລູກໄດ້ ໂດຍສານທີເປັນພິດຄືສານ Clacium Oxalate.

  • ແກ່ນ: ເມື່ອຮັບປະທານຈະເຮັດໃຫ້ເກີດອາການຄັນ, ເຈັບແສບເຈັບຮ້ອນ, ປາກບວມພອງ, ນ້ຳລາຍໄຫຼ, ບໍລິເວນບວມຈະມີຕຸ່ມເກີດຂຶ້ນ, ເໜັ່ງຕີງລຳບາກ, ກື່ນອາຫານຍາກ, ເວົ້າບໍ່ອອກ, ມີອາການວຽນຫົວປວດຮາກ, ກະເພາະອັກເສບ, ເຈັບທ້ອງ, ອາດມີອາການຊາ ແລະ ແຂນຂາລ່ອຍ ຫຼື ເປັນອຳມະພາດໄດ້ເຖິງ 24 ຊົ່ວໂມງ. ຫຼັງຈາກນັ້ນອາການຈະຄ່ອຍດີຂຶ້ນພາຍໃນ 7 ວັນ.
  • ແກ່ນ: ໃຊ້ເປັນຢາເບື່ອປາ.
  • ໃບ: ໃຊ້ຍ້ອມສີຜ້າ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,