ເລກລຳດັບທີ: 2501
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ກະເບື້ອນ້ຳ
Coin-leaf desmodium
Grona styracifolia (Osbeck) H.Ohashi & K.Ohashi
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໝູທ້ອງຂາວ, ຜີເສື້ອນ້ຳ, ອີ່ໜ້ຽວ, ກວ້າງກົວຮີ ແລະ ຣຸກກຸລິງຕາໜໍ່.ຊື່ຈີນ: 泡菜出租, 廣東金千潮, 金千超 ແລະ 金钱草.ຊື່ຫວຽດ: Bạch nhĩ thảo, Rau má lông, Rau má thìa, Liên tiền thảo, Bươm bướm, Vảy rồng ແລະ Mắt trâu.ກຳປູເຈຍ: Voë vèt, smau srâlâb pôpôôk ແລະ srâka niëk.ມາເຣຍເຊຍ: Korat nasi.ອິນໂດເນເຊຍ: Katepan, melikan ແລະ susuukan.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Grona
ຊະນິດ
Grona styracifolia
ຊື່ພ້ອງ
Codariocalyx conicus (Poir.) Hassk.
Desmodium celebicum Schindl.
Desmodium strigillosum subsp. celebicum (Schindl.) H.Ohashi
Desmodium styracifolium (Osbeck) Merr.
Hedysarum conicum Poir.
Hedysarum decumbens Dennst.
Hedysarum pilosum Roxb. ex Wight & Arn.
Hedysarum spinosissimum DC.
Hedysarum styracifolium Osbeck
Hedysarum variegatum Port.
Nicolsonia styracifolia (Osbeck) Desv.
Uraria styracifolia (L.) Wight & Arn.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອ, ຍາວ 50-150 ຊມ, ມີຂະໜາດເສັ້ນຜ່າສູນກາງ 2.5-12 ມມ, ລຳຕົ້ນກົມ, ສີຂຽວອ່ອນ, ລຳຕົ້ນພາກສ່ວນທີ່ຖືກແສງເປັນສີມ່ວງແດງ ຫຼື ສີນ້ຳຕານ, ມີຂົນປົກຄຸມຢ່າງໜາແໜ້ນ, ສີເຫຼືອງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ ແລະ ມີໃບດ່ຽວອອກປົນກັນໄປ, ອອກຮຽງສະຫຼັບ, ໃບຍ່ອຍມີ 3 ໃບ, ອອກຮຽງກົງກັນຂ້າມ, ຮູບກົມ ຫຼື ຮູບຮີກ້ວາງ, ໂດຍທົ່ວໄປແລ້ວຈະເປັນຮູບໄຂ່ປີ້ນ, ກ້ວາງ 1.2-3.4 ຊມ, ຍາວ 1.4-4.5 ຊມ, ໃບເທິ່ງມີຂະໜາດໃຫຍ່ກ່ວາໃບຂ້າງ, ໃບຂ້າງຍາວປະມານ 0.6-3.5 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນ, ຕັດ ຫຼື ວ້ຳຕື້ນເລັກນ້ອຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສີຂາວປົກຄຸມຢ່າງໜາແໜ້ນ. ກ້ານໃບກົມ, ຍາວ 0.5-1.2 ຊມ, ມີຂົນ. ຫູໃບຮູບຫອກ, ສີນ້ຳຕານເຂັ້ມ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 3.5-7.5 ຊມ. ດອກຍ່ອຍມີຈຳນວນຫຼາຍ, ອັດແໜ້ນມີປະມານ 16-42 ດອກ. ກາບດອກຮູບໄຂ່, ສີຂຽວອ່ອນ. ກີບດອກກາງຮູບໄຂ່, ສີມ່ວງອ່ອນ, ປາຍເປັນສີມ່ວງເຂັ້ມ, ກີບຄູ່ຂ້າງເປັນສີບົວ ຫຼື ສີມ່ວງອ່ອນ. ເກສອນເພດຜູ້ມີ 4 ອັນ, ກ້ານເກສອນເພດຜູ້ເປັນສີມ່ວງ ຫຼື ສີແດງເຂັ້ມ, ຖົງລະອອງສີເຫຼືອງ. ໝາກເປັນຝັກ, ຮູບແຖບ ຫຼື ຮູບຂອບຂະໜານ, ກ້ວາງ 1.8-3 ມມ, ຍາວ 0.5-1.8 ຊມ, ມີຂໍ້, ຝັກໜຶ່ງມີປະມານ 3-6 ຂໍ້, ໝາກແຫ້ງແລ້ວແຕກ. ແກ່ນຮູບໝາກໄຂ່ຫຼັງ, ຝັກໜຶ່ງມີ 1-5 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ຮາກ ແລະ ລຳຕົ້ນ: ຕົ້ມດື່ມເປັນຢາບຳລຸງຮ່າງກາຍ, ຫຼຸດຄວາມດັນເລືອດ, ໃຊ້ເປັນຢາແກ້ອາການຮ້ອນໃນ, ຮັກສາທາງເດີນປັດສະວະຕິດເຊື້ອ (ກະເບື້ອນ້ຳ 25 ກຼາມ + ຜັກກາດນ້ຳ 15 ກຼາມ+ຮາຍຈິນຊາ+ດອກສາຍນ້ຳເຜິ້ງ 15 ກຼາມນຳມາຕົ້ມດື່ມ), ຊ່ວຍຂັບປັດສະວະ, ຂັບໜິ້ວໃນທາງເດີນປັດສະວະ, ຂັບໜິ້ວໃນຖົງນ້ຳບີ, ຮັກສາຕັບອັກເສບ, ໃຊ້ເປັນຢາແກ້ໝາກໄຂ່ຫຼັງອັກເສບ, ແກ້ອາການບວມນ້ຳ ແລະ ຊ່ວຍຂັບນ້ຳເຫືອໃນຮ່າງກາຍ. ຕົ້ນແຫ້ງໃຊ້ຄັ້ງລະ 15-35 ກຼາມ, ຕົ້ນສົດໃຊ້ຄັ້ງລະ 20-60 ກຼາມ.
  • ສານສະກັດຈາກກະເບື້ອນ້ຳ: ເມື່ອນຳມາທົດລອງກັບໝາໃນອັດຕາສ່ວນ 1.6 ຊີໆ/ 1 ກ ພົບວ່າມີຜົນເຮັດໃຫ້ເລືອດໃນຫຼອດເລືອດຫົວໃຈໄຫຼວຽນດີຂຶ້ນ, ອັດຕາເຕັ້ນຂອງຫົວໃຈຫູຸດໜ້ອຍລົງ ແລະ ຫົວຈະມີກຳລັງບີບຕົວໄດ້ຫຼາຍຂຶ້ນ, ຊ່ວຍກະຕຸ້ນນຳດີໃຫ້ໄຫຼ່ອອກຈາກຖົງນ້ຳດີໄດ້ຫຼາຍຂຶ້ນ, ຊ່ວຍຄາຍກ້າມຊິ້ນກ້ຽງທີ່ລຳໄສ້ນ້ອຍ ແລະ ຊ່ວຍຫຼຸດຄວາມດັນເລືອດ.

ສານທີ່ພົບ: Alkaloid, Flavonoid, Glucoside, Phenols ແລະ Tannin.

ໝາຍເຫດ: ສານສະກັດ ຫຼື ນ້ຳຈາກຕົ້ນກະເບື້ອນ້ຳບໍ່ມີຜົນກະທົບ ຫຼື ພິດໃດໆຕໍ່ກັບຈຸລັງສັດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,