ເລກລຳດັບທີ: 2499
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກຄາດຂີ້ໜູ
American weed
Synedrella nodiflora (L.) Gaertn.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ຜັດຄາດຮ້າງ ແລະ ຜັກຄາດຂີ້ໜູ.ຊື່ໄທ: ຜັກແຄຣດ, ຫຍ້າຂີ້ໝາ, ສັບກາ ແລະ ສາບກາ.ຊື່ຫວຽດ: Bọ xít.ຊື່ສາມັນ: American weed, Cinderella Weed, Synedrell and Node weed.ຊື່ຝຣັ່ງ: Cochon gras, Petite marguerite, Fleur soleil, Herbe à feu and Synedrella.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Synedrella
ຊະນິດ
Synedrella nodiflora
ຊື່ພ້ອງ
Blainvillea latifolia (L.f.) DC.
Blainvillea latifolia var. latifolia
Eclipta latifolia L.f.
Ucacou nodiflorum (L.) Hitchc.
Verbesina nodiflora L.
Wedelia cryptocephala Peter
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກອາຍຸປີດຽວ. ລຳຕົ້ນຕັ້ງຊື່, ສູງ 30-70 ຊມ, ແຕກກິ່ງກ້ານສາຂາເປັນງ່າຈຳນວນຫຼາຍ, ຕາມກິ່ງມີຂົນກະຈາຍທົ່ວໄປ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 1.27-8.8 ຊມ, ຍາວ 2.54-12.7 ຊມ, ໂຄນໃບຮຽວແຫຼມຕິດເປັນປີກຕາມກ້ານໃບ, ຂອບແສກແຂ້ວເລື່ອຍ, ປາຍແຫຼມ, ແຜ່ນໃບບາງ, ຜິວໃບທັງສອງດ້ານມີຂົນປົກຄຸມຢ່າງໜາແໜ້ນ, ກ້ານໃບສັ້ນ. ຊໍ່ດອກແບບກະຈຸກແໜ້ນຕາມງ່າມໃບສ່ວນຍອດ ຫຼື ປາຍຍອດ, ກ້ານຊໍ່ດອກຍາວ 3-7 ຊມ. ດອກຍ່ອຍຈຳນວນຫຼາຍ, ຮູບຮີແປ, ສີເຫຼືອງ, ແບ່ງອອກເປັນສອງວົງຄື: ດອກວົງນອກຍາວປະມານ 9 ມມ, ປາຍແຫຼມ ແລະ ມີຂົນສີຂາວຂຶ້ນປົກຄຸມຢ່າງໜາແໜ້ນ. ດອກວົງໃນຍາວປະມານ 7 ມມ, ປາຍມົນ, ຜິວກ້ຽງ, ບໍ່ມີກ້ານດອກ. ໝາກມີຂະໜາດນ້ອຍ, ຮູບຊົງກະບອກ, ບໍລິເວນສ່ວນປາຍມີໝາກແຫຼມຍາວຫຼາຍອັນ, ຍາວ 4-5 ຊມ, ເປັນສີນ້ຳຕານເຂັ້ມ ຫຼື ສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ເປັນອາຫານ:

  • ຍອດອ່ອນ: ໃຊ້ປຸງອາຫານປະເພດແກງ, ກິນສົດ ຫຼື ນຳມາຫຼວກກັບແຈ່ວ.

ສັບພະຄຸນ:

  • ທັງຕົ້ນ: ໃຊ້ຕຳພອກຫົວແກ້ອາການເຈັບຫົວ, ຄັ້ນເອົານ້ຳຍອດໃສ່ຫູແກ້ອາການເຈັບຫູ, ຕຳພອກ ຫຼື ທາຮັກສາບາດແຜ, ໃຊ້ປຸງເປັນຢາທາແກ້ອາການໄຂ່ຂໍອັກເສບ ແລະ ໃຊ້ຕຳພອກເມື່ອມີອາການເຈັບຂາ ຫຼື ເຂົາ.
  • ໃບ: ຄັ້ນເອົານ້ຳທາເປັນຢາທາແກ້ອາການເຈັບທ້ອງ, ນຳມາຕົ້ມດື່ມເປັນຢາລະບາຍ ແລະ ອາການຖອກທ້ອງ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,