ເລກລຳດັບທີ: 2494
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກເບ້ຍຫີນ
Pig weed
Boerhavia diffusa L.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ຜັກຂົມຫີນ, ຜັກປັ໋ງດິນ, ຜັກຂົມຟ້າ, ຜັກເບ້ຍຫີນ, ປັງແປ, ຜັກປັງແປ, ນັງກູ່ແຊ, ຜັກເບ້ຍໃຫຍ່, ຜັກໂຫມຟ້າ ແລະ ຜັກໂຂມຫີນ.ຊື່ຈີນ: 黄细心.ຊື່ຫວຽດນາມ: Sâm đất.ຊື່ອັງກິດ: Common Hogweed, Spreading hogweed, Pigweed, Spreading hog -weed, Common Hog Weed ແລະ Hogweed.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Caryophyllales
ຊື່ສະກຸນ
Nyctaginaceae
ສະກຸນ
Boerhavia
ຊະນິດ
Boerhavia diffusa
ຊື່ພ້ອງ
Axia cochinchinensis Lour.
Boerhavia adscendens Willd.
Boerhavia africana Lour.
Boerhavia caespitosa Ridl.
Boerhavia ciliatobracteata Heimerl
Boerhavia coccinea var. leiocarpa (Heimerl) Standl.
Boerhavia decumbens Vahl
Boerhavia diffusa var. leiocarpa (Heimerl) C.D.Adams
Boerhavia diffusa var. pubescens Choisy
Boerhavia laxa Pers.
Boerhavia obtusifolia Steud.
Boerhavia paniculata Lam.
Boerhavia paniculata Rich.
Boerhavia paniculata f. esetosa Heimerl
Boerhavia paniculata var. guaranitica Heimerl
Boerhavia paniculata var. leiocarpa (Heimerl) Heimerl
Boerhavia repens var. diffusa (L.) Hook.f.
Boerhavia rottleri Steud.
Boerhavia rugosa Rottler ex Wall.
Boerhavia xerophila Domin
Commicarpus africanus (Lour.) Dandy
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ລົ້ມລຸກ. ລຳຕົ້ນເປັນລຳເລືອຂະໜານໄປຕາມພື້ນດິນຊູຍອດຂຶ້ນ, ສູງໄດ້ຮອດ 1 ມ, ຮູບກົມ, ແຕກກິ່ງກ້ານຈຳນວນຫຼາຍ, ຜິວລຽບ ແລະ ມີຂົນບໍລິເວນປາຍກິ່ງ ຫຼື ຍອດອ່ອນ, ສີຂຽວປົນແດງ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບໄຂ່ ຫຼື ຮູບຫອກ, ກ້ວາງ 1-5-3 ຊມ, ຍາວ 2-4 ຊມ, ໂຄນໃບບ້ຽວ, ຮູບຫຼິ່ມ ຫຼື ມົນ, ຂອບລຽບ, ປາຍແຫຼມ ຫຼື ມົນ, ແຜ່ນໃບຄ່ອນຂ້າງໜາ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຕ່ອມສີແດງຕາມຂອບໃບ. ຊໍ່ດອກແບບດິວຄັນຮົ່ມປະສົມ, ອອກຕາມງ່າມໃບ ແລະ ປາຍກິ່ງ. ກ້ານຊໍ່ດອກຍາວ 3-5 ຊມ, ມີຂົນ. ດອກຍ່ອຍມີຈຳນວນຫຼາຍ, ສີມີທັງຂາວ, ສີບົວປົນມ່ວງ ແລະ ສີແດງ. ກາບດອກເຊື່ອມຕິດກັນເປັນຮູບລະຄັງ, ຍາວປະມານ 0.2 ຊມ. ກີບດອກເຊື່ອມຕິດກັນເປັນຫຼອດສັ້ນປາຍແຍກອອກເປັນ 10 ແສກ, ປາຍມົນ. ເກສອນເພດຜູ້ມີ 2-3 ອັນຍື່ນອອກຍາວກວ່າກີບດອກເລັກນ້ອຍ. ໝາກແກ່ແຫ້ງ, ມີກາບດອກຫຸ້ມໄວ້, ຮູບຊົງກະບອກ ຫຼື ຮູບຫອກປີ້ນ, ຜິວມີສັນ 5 ສັນຕື້ນ, ຍາວ 2-3 ມມ, ມີຕ່ອມ ຫຼື ຂົນກະຈາຍຢູ່ທົ່ວຜິວໝາກເມື່ອນຳມືໄປສຳພັດຈະຮູ້ສຶກໜຽວມື.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ:

  • ຍອດອ່ອນ: ສາມາດນຳມາຊຸບ ຫຼື ຂົ້ວເປັນອາຫານໄດ້. ນອກຈາກນີ້ແລ້ວຍັງສາມາດນຳມາລ້ຽງສັດໄດ້.

ສັບພະຄຸນ: ໃຊ້ນຳຕົ້ມກັບນ້ຳດື່ມກ່ອນອາຫານເຊົ້າແລ້ງ.

  • ທັງຕົ້ນ: ຊ່ວຍຂັບເສມຫະ, ແກ້ລົມ, ຂັບລົມ, ຊ່ວຍແກ້ອາການຊ້ຳ, ບວມໃນທ້ອງ.
  • ຮາກ: ຮັກສາລິຊີດວງທະວານໜັກ ແລະ ຮັກສາຝີ.
  • ຕົ້ນ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ, ເຮັດໃຫ້ປຸ້ນທ້ອງປວດຮາກ, ເປັນຢາລະບາຍ ແລະ ຊ່ວຍຂັບປັດສະວະ.
  • ໃບ: ນຳມາຕຳພອກຮັກສາຝີ.
  • ດອກ: ເປັນຢາບຳລຸງເລືອດ, ຊ່ວຍຂັບເລືອດ, ແກ້ລົມອຳມະພາດ, ແກ້ອາການເຈັບທ້ອງ ແລະ ເປັນຢາຂັບປັດສະວະ.

ໝາຍເຫດ: ຜູ້ຍິງມີລູກຫ້າມຮັບປະທານເພາະອາດເຮັດໃຫ້ແທ້ງລູກໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,