ເລກລຳດັບທີ: 2487
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກກາດໂຄກ
Yellow Blumea
Blumeopsis flava (DC.) Gagnep.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ຜັກກາດໂຄກ ແລະ ເຫງືອກປາໝໍປ່າ.ຊື່ຈີນ: 拟艾纳香.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Asterales
ຊື່ສະກຸນ
Asteraceae
ສະກຸນ
Blumeopsis
ຊະນິດ
Blumeopsis flava
ຊື່ພ້ອງ
Baccharis amplexicaulis Wall. ex DC.
Blumea lecomtei Vaniot & H.Lév.
Blumeopsis falcata (D.Don) Merr.
Blumeopsis flava (DC.) Gagnep.
Conyza falcata (D.Don) Buch.-Ham. ex Spreng.
Conyza obliqua Buch.-Ham. ex DC.
Erigeron falcatus D.Don
Erigeron obovatus Spreng. ex DC.
Laggera falcata (D.Don) Kuntze
Laggera flava (DC.) Benth. ex C.B.Clarke
Senecio fasciculatus Wall. ex DC.
ບັນຍາຍລັກສະນະທາງພືດສາດ
ຜັກກາດໂຄກຈັດເປັນພືດລົ້ມລຸກ. ລຳຕົ້ນມີລັກສະນະຕັ້ຊື່, ສູງ 25-50 ຊມ, ສີຂຽວ. ໃບດ່ຽວອອກຮຽງສະຫຼັບ, ຮູບຫອກ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ກ້ວາງ 2-4 ຊມ, ຍາວ 5-9 ຊມ, ໂຄນໃບຫໍຫຸ້ມລຳຕົ້ນເອົາໄວ້, ຂອບແສກແຂ້ວເລື່ອຍ, ປາຍມົນ ຫຼື ຕິ່ງໜາມ. ຊໍ່ດອກແບບກະຈຸກແໜ້ນ, ອອກຕາມປາຍກິ່ງ ຫຼື ປາຍຍອດ. ດອກຍ່ອຍມີຂະໜາດນ້ອຍ, ສີເຫຼືອງ, ມີຂະໜາດ 3-4 ມມ. ມີວົງປະດັບຊ້ອນເລື່ອມກັນ, ຮູບໄຂ່, ຮູບແຖບ ຫຼື ຮູບຂອບຂະໜານ, ບໍ່ມີຂົນ. ດອກເພດແມ່ຢູ່ດ້ານນອກ, ລັກສະນະເປັນຮູບເສັ້ນດ້າຍ. ດອກສົມບູນເພດຢູ່ກາງ, ມີລັກສະນະເປັນຫຼອດສັ້ນ, ປາຍແຍກເປັນ 4-5 ແສກ, ມີຂົນອ່ອນສີຂາວ, ຍາວ 2.5-5 ມມ. ໝາກເປັນໝາກແຫ້ງບໍ່ແຕກ, ມີຂະໜາດນ້ອຍ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັນອາຫານ:

  • ໃບ ຫຼື ຍອດອ່ອນນຳມາຫຼວກ ຫຼື ໜຶ້ງກິນກັບແຈ່ວ ແລະ ນຳມາແກງກິນເປັນອາຫານ.

ສັບພະຄຸນ:

  • ຮາກ: ນຳມາບົດໃຫ້ລະອຽດໄວ້ໃສ່ແຂ້ວທີ່ເປັນຮູ ຫຼື ແຂ້ວແມງ, ຈະຊ່ວຍແກ້ອາການເຈັບແຂ້ວໄດ້ດີ.
  • ທັງຕົ້ນ: ນຳມາຕົ້ມກັບຫຍ້າໜວດແມວ, ເຄືອເຂົາໜັງ, ລຳຕົ້ນຂັງແດງ, ຕົ້ນກະດູກ ແລະ ຕົ້ມຕ່ອມໄກ່ດື່ມເປັນຢາຮັກສາອຳມະພາດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,