ເລກລຳດັບທີ: 2483
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຫຍ້າພັນປີ
Globe amaranth
Gomphrena celosioides Mart.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ລາວ: ດອກກະດຸມເງິນປ່າ.ຊື່ໄທ: ບານບໍ່ຮູ້ລົ່ນ .ຊື່ສາມັນ: Gomphrena weed, Wild globe everlasting , Batchelor's button, Globe amaranth, Prostrate globe amaranthຊື່ຈີນ: 银花苋.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Caryophyllales
ຊື່ສະກຸນ
Amaranthaceae
ສະກຸນ
Gomphrena
ຊະນິດ
Gomphrena celosioides
ຊື່ພ້ອງ
Gomphrena alba Peter
Gomphrena celosioides var. aureiflora Stuchlík
Gomphrena celosioides f. aureiflora (Stuchlík) Pedersen
Gomphrena celosioides f. grandifolia Stuchlík
Gomphrena celosioides f. parvifolia Stuchlík
Gomphrena celosioides f. suberecta Stuchlík
Gomphrena decumbens f. albiflora Chodat
Gomphrena decumbens var. albiflora Stuchlík
Gomphrena decumbens var. aureiflora Stuchlík
Gomphrena decumbens f. aureiflora Chodat
Gomphrena decumbens subf. villosa Chodat
Gomphrena hygrophila var. subecristata Herzog
Gomphrena lutea Rusby
Gomphrena perennis f. ramosissima Stuchlík
Xeraea celosioides (Mart.) Kuntze
ບັນຍາຍລັກສະນະທາງພືດສາດ
ຈັດເປັນພືດລົ້ມລຸກ. ລຳຕົ້ນແຕກກິ່ງກ້ານສາຂາບໍລິເວນໂຄນ, ແຜ່ຕາມພື້ນດິນ, ສ່ວນປາຍຍອດ ແລະ ຊໍ່ດອກຈະຊູຂຶ້ນ, ສູງປະມານ 40 ຊມ, ສີຂຽວປົນສີຂາວ, ບໍ່ມີຢາງ, ມີຂົນສີຂາວຄ້າຍສຳລີປົກຄຸມເຫັນໄດ້ຢ່າງຊັດເຈນ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບໄຂ່ປີ້ນ ຫຼື ຮູບຮີ, ກ້ວາງ 0.5-1 ຊມ, ຍາວ 2-3 ຊມ, ໂຄນໃບຮູບຫຼິ່ມ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ແຜ່ນໃບມີສີຂຽວ, ມີຂົນຍາວຂາວປົກຄຸມຢ່າງໜາແໜ້ນທັງສອງດ້ານ. ຊໍ່ດອກແບບກະຈຸແໜ້ນ, ອອກຕາມປາຍຍອດ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຮູບຫອກ ຫຼື ຮູບຮີ. ກີບດອກໂຄນເຊື່ອມຕິດກັນປາຍແຍກອອກເປັນ 2 ແສກ, ສີຂາວ. ເກສອນເພດຜູ້ 5 ອັນ, ໂຄນກ້ານຊູຖົງລະອອງເຊື່ອມຕິດກັນເປັນຫຼອດ, ກ້ານຊູຖົງລະອອງສັ້ນ, ຖົງລະອອງສີເຫຼືອງ, ເມື່ອແກ່ສີນ້ຳຕານ. ເຕົ້າໄຂ່ຈັບເທິງ, ມີ 1 ອັນ, ຮູບໄຂ່, ສີຂຽວ. ໝາກດ່ຽວ, ແຂງ, ຮູບໄຂ່ ຫຼື ຮູບຂອບຂະໜານ, ໝາກແຫ້ງແລ້ວບໍ່ແຕກ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ ຫຼື ສີດຳ. ແກ່ນມີ 1 ແກ່ນ, ຮູບໄຂ່, ແປ, ຍາວປະມານ 1,5 ມມ, ສີນ້ຳຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ສັບພະຄຸນ:

  • ທັງຕົ້ນ: ຕົ້ນປະສົມກັບເຄືອງູຂຽວ, ລູກໃຕ້ໃບ, ຜັກດາງຂົມ ແລະ ຫຍ້າຍຸບເຄືອນຳມາດື່ມເປັນຢາແກ້ເບົາຫວານ.
  • ດອກ: ນຳມາຕົ້ມດື່ມເປັນຢາແກ້ອາການປວດຫົວ, ຮັກສາອາການເຈັບຕາ, ໃຊ້ເປັນຢາແກ້ໄອ, ນອນໂກນ ແລະ ແກ້ຫອບຫືດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,