ເລກລຳດັບທີ: 2474
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກໂງງ້ຽວປ້ອມ
Annual Gourd
Trichosanthes cucumerina L.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ໝາກບວບຂົມ, ໝາກນອຍຈ໋າ, ນົມພິຈິດ, ເລ່ຍເຊຍ.ຊື່ສາມັນ: Annual gourd, Snake gourd, Snakegourd, Malabar Patola, Club gourd, Long tomato
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Cucurbitales
ຊື່ສະກຸນ
Cucurbitaceae
ສະກຸນ
Trichosanthes
ຊະນິດ
Trichosanthes cucumerina
ຊະນິດຍ່ອຍ
Trichosanthes cucumerina cucumerina
Trichosanthes cucumerina sublobata
Trichosanthes cucumerina villosula
ຊື່ພ້ອງ
Anguina anguina (L.) Huth
Anguina cucumerina (L.) Kuntze
Cucumis anguinus (L.) L.
Involucraria anguina (L.) M.Roem.
Involucraria cordata M.Roem.
Trichosanthes ambrozii Domin
Trichosanthes anguina L.
Trichosanthes brevibracteata Kundu
Trichosanthes brevibracteata var. longirostrata Kundu
Trichosanthes cochinchinensis M.Roem.
Trichosanthes colubrina J.Jacq.
Trichosanthes cucumerina subsp. anguina (L.) Greb.
Trichosanthes cucumerina var. anguina (L.) Haines
Trichosanthes cucumerina var. lobata (Roxb.) S.N.Biswas
Trichosanthes laciniosa J.G.Klein ex Willd.
Trichosanthes lobata Roxb.
Trichosanthes olida F.Muell.
Trichosanthes pachyrrhachis Kundu
Trichosanthes pedatifolia Miq.
Trichosanthes petala Buch.-Ham. ex Wall.
Trichosanthes reniformis Miq.
Trichosanthes wightiana M.Roem.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກ. ລຳຕົ້ນເປັນລຳເລືອ, ເລືອໄປຕາມພື້ນດິນ ຫຼື ເກາະກາຍຕາມຕົ້ນໄມ້ໃຫຍ່, ຍາວ 2-5 ມ, ມີມືເກາະຕາມຕົ້ນໄມ້ອື່ນ, ທຸກພາກສ່ວນຂອງລຳຕົ້ນ, ກ້ານໃບ, ແຜ່ນໃບມີຂົນອ່ອນນຸ່ມກະຈາຍຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບ 5 ຫຼ່ຽມ, ຮູບໄຂ່ກ້ວາງ ຫຼື ຮູບຫົວໃຈ, ກ້ວາງ 8-12 ຊມ, ຍາວ 7-10 ຊມ, ໂຄນໃບວ້ຳເຂົ້າ ຫຼື ຮູບຫົວໃຈ, ຂອບເປັນແສກແຂ້ວ ແລະ ມີຄື້ນເລິກ, ປາຍແຫຼມ ຫຼື ກົມ, ຜິວໃບມີຂົນສາກຊາທັງສອງດ້ານ. ກ້ານໃບກົມ, ຍາວ 2-7 ຊມ, ມີຂົນຊາກຊາ. ດອກແຍກເພດຕ່າງຕົ້ນ. ດອກເພດຜູ້ອອກເປັນຊໍ່ຍາວ 6-16 ຊມ, ກ້ານດອກມີຂະໜາດນ້ອຍ, ຮູບເສັ້ນດ້າຍ, ມີຂົນສັ້ນ. ກາບດອກໂຄນເຊື່ອມຕິດກັນ, ຍາວ 1.5-1.6 ຊມ, ປາຍແຍກເປັນ 5 ແສກ, ຍາວປະມານ 1.5 ມມ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບສາມຫຼ່ຽມ, ຍາວປະມານ 7 ມມ. ເກສອນເພດຜູ້ມີ 3 ອັນ, ຮູບຊົງກະບອກ, ກ້ວາງປະມານ 1.5 ມມ, ຍາວປະມານ 3 ມມ. ດອກເພດແມ່ເປັນດອກດ່ຽວ, ອອກຕາມງ່າມໃບ, ສີເຫຼືອງ. ກ້ານດອກຍາວປະມານ, ຍາວ 3-12 ມມ. ກາບດອກ ແລະ ກີບດອກມີລັກສະນະຄືກັບດອກເພດຜູ້, ເຕົ້າໄຂ່ຮູບຮີ, ມີຂົນອ່ອນນຸ້ມ, ເຕົ້າໄຂ່ຮູບເສັ້ນດ້າຍ, ຍາວ 1.6-1.8 ຊມ. ໝາກຮູບຮີ ຫຼື ຮູບໄຂ່, ຫົວ ແລະ ທ້າຍແຫຼມ, ກ້ວາງປະມານ 4-6 ຊມ, ຍາວປະມານ 8-12 ຊມ, ຜິວມີຕຸ່ມ ແລະ ຈຸດສີຂາວຂະໜາດນ້ອຍ ກະຈາຍຢູ່ທົ່ວໝາກ. ແກ່ນມີຈຳນວນຫຼາຍ, ຮູບໄຂ່, ແປ, ກ້ວາງປະມານ 0.4-0.5 ຊມ, ຍາວປະມານ 0.8 ຊມ, ແກ່ນອ່ອນມີສີຂາວ, ແກ່ນແກ່ເປັນສີດຳ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປັຍອາຫານ: ໝາກນຳມາປຸ່ງແຕ່ງອາຫານກິນໄດ້ເຊັ່ນ: ຕົ້ມກິນກັບແຈ່ວ ແລະ ນຳມາໃສ່ແກງແຄ.

ສັບພະຄຸນ:

  • ຮາກ: ນຳມາຕົ້ມກິນເປັນຢາແກ້ເຈັບຫົວ, ຮັກສາອາການຫຼອດລົມອັກເສບ, ຂັບຖ່າຍພະຍາດພິດ, ໃຊ້ເປັນຢາຖ່າຍຢ່າງແຮງ ແລະ ມີຜົນຕໍ່ລະບົບທາງເດີນອາຫານ.
  • ທັງຕົ້ນ: ເປັນຢາຫອມແກ້ລົມ, ບຳລຸງຫົວໃຈ ແລະ ຕົ້ມດື່ມເປັນຢາລະບາຍ.
  • ເຄືອ ຫຼື ຕົ້ນ: ຕົ້ມດື່ມເປັນຢາບຳລຸງຮ່າງກາຍ, ບຳລຸງຫົວໃຈ, ເປັນຢາຫຼຸດໄຂ້, ເຮັດໃຫ້ຮາກ, ໃຊ້ຕົ້ມກັບນ້ຳດື່ມເປັນຢາແກ້ໜອງ ແລະ ໃຊ້ຮ່ວກັບຜັກຊີ, ນ້ຳເຜິ້ງ, ຜັກກາບ ກິນເປັນຢາແກ້ອັກເສບຕ່າງໆ, ຟອກເລືອດ, ຂັບປະຈຳເດືອນ ແລະ ໃຊ້ກັບຄົນໄຂ່ທໍ່ນ້ຳດີອັກເສບ.
  • ໃບ: ນຳມາຕົ້ມກັບນ້ຳດື່ມແກ້ເປັນຢາລະບາຍ ແຕ່ຖ້າຕົ້ມໃນປະລິມານຫຼາຍເຮັດໃຫ້ປວດຮາກໄດ້.
  • ໝາກ ແລະ ແກ່ນ: ຮັກສາອາການຮ້ອນໃນ, ຂາດນ້ຳ, ມີສັບພະຄຸນເປັນຢາແກ້ໄຂ້, ເຮັດໃຫ້ປວດຮາກ, ໃຊ້ເປັນຢາຂັບຖ່າຍພະຍາດພິດ, ເປັນຢາຖ່າຍຢ່າງແຮງ ແລະ ມີຜົນຕໍ່ລະບົບທາງເດີນອາຫານຢ່າງແຮງ.
  • ໝາກແຫ້ງ: ຊ່ວຍຮັກສາລິດຊີດວງທະວານໜັກໃຫ້ແຫງລົງ, ນຳມາຕົ້ມກັບນ້ຳຕານເປັນຢາຊ່ວຍຍ່ອຍ ແລະ ແກ້ອາການທໍ່ນ້ຳດີອຸດຕັນ.
  • ແກ່ນ: ນ້ຳຕົ້ມຈາກເມັດມີສັບພະຄຸນເປັນຢາແກ້ຫືດ, ຊ່ວຍຂັບສຽມຫະ, ເປັນຢາຂັບປະຈຳເດືອນຂອງແມ່ຍິງ ແລະ ຊ່ວຍຮັກສາຄົນພິການ.

ນອກຈາກນີ້ແລ້ວ: ໝາກສົດຍັງສາມາດນຳມາສະຜົມແກ້ຄັນ, ແກ້ຮັງແຄ ແລະ ຂ້າເຫົາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,