ເລກລຳດັບທີ: 2461
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກເກົ້າ
Wood oil tree
Vernicia montana Lour.
ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໂພນ້ຳມັນຊື່ໄທ: ໝາກເຍາະຫຼ່ຽມ, ໝາກເຍາະຫີນ.ຊື່ສາມັນ: wood oil tree.ຊື່ຫວຽດນາມ: Trẩu, cây dầu sơn, ngô đồng, mộc đu thụ, thiên niên đồng, bancoulierຊື່ຈີນ: 木油樹, 千年桐.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Malpighiales
ຊື່ສະກຸນ
Euphorbiaceae
ສະກຸນ
Vernicia
ຊະນິດ
Vernicia montana
ຊື່ພ້ອງ
Aleurites cordatus Gagnep.
Aleurites montanus (Lour.) E.H.Wilson
Aleurites vernicius (Corrêa) Hassk.
Dryandra vernicia Corrêa
Elaeococca montana (Lour.) Oken
Elaeococca vernicia (Corrêa) A. Juss.
ບັນຍາຍລັກສະນະທາງພືດສາດ
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງໄດ້ປະມານ 15 ມ. ໃບດ່ຽວອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ລຽບ ຫຼື ແຍກເປັນ 3 ພູ, ກ້ວາງ 5-8 ຊມ, ຍາວ 6-20 ຊມ, ໂຄນໃບກົມ, ຕັດ ຫຼື ວ້ຳຕື້ນ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ ຫຼື ຮຽວຍາວ. ກ້ານໃບກົມ, ຍາວ 4.5-15 ຊມ, ປາຍກ້ານໃບມີຕຸຸ່ມຮູບກະບອງ 2 ຕຸ່ມ. ຫູໃບຮູບຮີ, ຍາວ 3-5 ມມ, ຫຼົ່ນງ່າຍ. ດອກແຍກເພດໃນຕົ້ນດຽວກັນ, ຊໍ່ດອກເພດຜູ້ເປັນຊໍ່ດອກແບບກະຈຸກແຕກແໜງ. ຊໍ່ດອກເພດຜູ້ຍາວ 10-25 ຊມ, ກ້ານດອກຍາວ 0.7-1.2 ຊມ, ເກສອນເພດຜູ້ມີ 8-14 ອັນ, ວົງໃນຍາວກວ່າວົງນອກ. ຊໍ່ດອກເພດແມ່ຍາວ 7-12 ຊມ, ກ້ານດອກຍາວ 3-6 ມມ, ເຕົ້າໄຂ່ມີ 3-4 ຫ້ອງ, ຄໍເຕົ້າໄຂ່ແຍກເປັນ 3 ອັນ, ຍາວ 0.5-1 ຊມ, ປາຍແຍກເປັນ 2 ແສກຕື້ນ. ກາບດອກມີ 2-3 ກາບ, ຂະໜາດບໍ່ເທົ່າກັນ, ຍາວ 1-1.5 ຊມ, ສີຂຽວອ່ອນປົນສີຂາວ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ຍາວ 1.5-3.5 ຊມ, ຖານຮອງດອກແຍກກັນເປັນ 5-6 ຕ່ອມ, ແຍກກັນ. ໝາກຮູບໄຂ່ກ້ວາງ, ຍາວ 4-6 ຊມ, ມີ 3-5 ສັນ, ປາຍແຫຼມ, ຜິວຫຽວ, ມີຂົນກະຈາຍຢູ່ທົ່ວ. ແກ່ນຮູບໄຂ່ປີ້ນ, ຍາວ 2-3 ຊມ, ມີຕຸ່ມ ແລະ ຂົນນຸ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພະລັງງານ ແລະ ແສງສະຫວ່າງ

ຕົ້ນໂພນ້ຳມັນເປັນພືດພະລັງງານທົດແທນຄື:

ໃຫ້ພະລັງງານ: ແກ່ນ ສາມາດນຳໄປສະກັດນ້ຳມັນໄບໂອດີເຊວປະລິມານຫຼາຍ. ຖືເປັນແຫຼ່ງນ້ຳມັນທີ່ສຳຄັນນອກຈາກຕົ້ນໝາກເຍົາ ແລະ ປາມນ້ຳມັນ.

ພືດປະດັບ: ເນື່ອງຈາກມີດອກຫຼາຍ ແລະ ງາມບາງຄັ້ງຈຶ່ງຖືກນຳມາປູກເປັນພືດປະດັບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,