ເລກລຳດັບທີ: 2454
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກເຟືອງຝຣັ່ງ
Bilimbi
Averrhoa bilimbi L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ຊື່ໄທ: ຕະລິງປິງ, ຫຼິ່ງປິງ, ຈິງຈູສ່າຍ, ລະງປີ້ງ, ຫຼິ້ນຕິ້ງ, ໝາກເຟືອງເທດ, ໝາກເຟືອງຕະຣົນ, ກະລິງປິງ, ປຣີມິງ, ມູງມັງ, ບຣີມິງ.ຊື່ສາມັນ: Bilimbing, cucumber tree or tree sorrelຊື່ຈີນ: 阳桃
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Oxalidales
ຊື່ສະກຸນ
Oxalidaceae
ສະກຸນ
Averrhoa
ຊະນິດ
Averrhoa bilimbi
ຊື່ພ້ອງ
Averrhoa abtusangulata Stokes
Averrhoa obtusangula Stokes
ບັນຍາຍລັກສະນະທາງພືດສາດ
ໝາກເຟືອງຝຣັ່ງຈັດເປັນໄມ້ຢື່ນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5-10 ມ, ແຕກກິ່ງກ້ານຈຳນວນຫຼາຍ, ຫັກງ່າຍ, ມີຂົນອ່ອນນຸ້ມອອກຕາມກິ່ງກ້ານ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ຍາວ 6-13 ຊມ. ໃບຍ່ອຍອອກກົງກັນຂ້າມກັນ, ຮູບຫອກ, ກວ້າງປະມານ 1 ຊມ, ຍາວ 2-5 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ສີຂຽວອ່ອນ, ມີຂົນອ່ອນນຸ້ມປົກຄຸມທົ່ວແຜ່ນໃບ. ດອກອອກເປັນຊໍ່ແບບກະຈະ, ອອກຕາມລຳຕົ້ນ ແລະ ກິ່ງກ້ານ, ຍາວປະມານ 5 ຊມ. ດອກຍ່ອຍມີຈຳນວນຫຼາຍ. ກາບດອກມີ 5 ກາບ, ສີຂຽວປົນສີສົມພູ. ກີບດອກເຊື່ອມຕິດກັນເປັນຫຼອດປາຍແຍກເປັນ 5 ແສກ, ສີແດງເຂັ້ມ, ມີກິ່ນຫອມ. ມີເກສອນຢູ່ກາງດອກ. ໝາກຮູບຮີກົມ, ອອກເປັນຊໍ່ຫ້ອຍລົງມາ, ມີເສັ້ນຜ່າສູນກາງປະມານ 2 ຊມ, ຍາວ 3-4 ຊມ, ມີພູຕາມທາງຍາວຂອງໝາກປະມານ 5 ພູ, ເນື້ອອົມນ້ຳ, ສີຂຽວ, ມີລົດຊາດສົ້ມ. ແກ່ນແປ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ອາຫານ: ໝາກ ມີລົດຊາດສົ້ມສາມາດກິນເປັນຂອງວ່າງໄດ້.

ສັບພະຄຸນ: ຮາກ ແກ້ອາການຮ້ອນໃນ, ແກ້ອາການຂາດນ້ຳ, ຊ່ວຍແກ້ອາການຮ້ອນໄຂ້, ຊ່ວຍບຳລຸງກະເພາະອາຫານ, ຮັກສາອາການອັກເສບຂອງລຳໄສ້, ຊ່ວຍແກ້ອາການເລືອດອອກຕາມກະເພາະ ແລະ ລຳໄສ້, ຮັກສາອາການ Syphilis, ຊ່ວຍບັນເທົາອາການເຈັບຂອງພະຍາດລິດຊີດວງທະວານໜັກ, ບັນເທົາອາການເຈັບຂອງພະຍາດຂໍ້ອັກເສບ, ຊ່ວຍຮັກສາແຜ, ຕົ້ມອາບຊ່ວຍຫຼຸດອາການຄັນ ແລະບວມແດງ. ໃບ: ນຳໃບສົດ 1 ກຳມືມາບົດໃຫ້ລະອຽດປະສົມນ້ຳເລັກນ້ອຍໃຊ້ພອກບໍລິເວນທີ່ບວມ (ວັນລະ 2 ຄັ້ງ ເຊົ້າ-ແລງ), ຍັງຊ່ວຍຮັກສາພະຍາດຄາງບວມ, ຕົ້ມດື່ມຮັກສາອາການອັກເສບຂອງລຳໄສ້, ຮັກສາພະຍາດ Syphilis, ຮັກສາອາການອັກເສບຂໍ້, ໃຊ້ຕຳພອກແກ້ອາການຄັນ ແລະ ບວມແດງ. ດອກ: ນຳມາຊົງເປັນຊາດື່ມແກ້ອາການໄອ. ໝາກ: ແກ້ເສມຫະໜຽວ, ຊ່ວຍຈະເລີນອາຫານ, ກິນກັບແຈ່ວຊ່ວຍຂັບເຫື່ອ, ຊ່ວຍຟອກເລືອດ, ແກ້ອາການເລືອດອອກຕາມຫວ່າງແຂ້ວ, ບຳລຸງກະເພາະອາຫານ, ບັນເທົາອາການເຈັບລິດຊີດວງທະວານໜັກ, ຮັກສາແຜ, ໃຊ້ເປັນຢາບຳລຸງ ແລະ ແກ້ອາການເຈັບມົດລູກ.

ສານສະກັດເອທານອລຈາກໃບໝາກເຟືອງຝຣັ່ງສາມາດຫຼຸດລະດັບນ້ຳຕານ ແລະ ໄຂ່ມັນໃນເລືອດໄດ້ດີ. ນ້ຳຄັ້ນຈາກໝາກເຟືອງຝຣັ່ງມີສານ Steroid glycosides ແລະ Oxalic acid ມີສ່ວນຊ່ວຍໃນການຄຸມກຳເນີດໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,